Monthly Archives: February, 2021

ດີໃຈນໍາ! ປະຊາຊົນບ້ານດອນໂຂງ ເມືອງສະໜາມໄຊ 27ຄອບຄົວ ໄດ້ໃຊ້ໄຟຟ້າແລ້ວ

ສໍານັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ: ໃນວັນທີ 28 ມັງກອນ 2021 ນີ້, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ໄດ້ ຈັດພິທີມອບ-ຮັບ ແລະ ເປີດການນຳໃຊ້ໄຟຟ້າ ໃຫ້ແກ່ປະຊາຊົນບ້ານໄຊດອນໂຂງ ຄຸ້ມຫ້ວຍຂົມ ເມືອງສະໜາມໄຊ ແຂວງອັດຕະປື ຈຳນວນ 27 ຄອບຄົວ. ໂດຍເປັນກຽດເຂົ້າຮວ່ມຂອງທ່ານ ສົມໄຊ ສຸລິຍະວົງ ຮອງເຈົ້າເມືອງສະຫນາມໄຊ, ມີທ່ານ...

ສະໜັບສະໜູນການຟື້ນຟູທີ່ເປັນມິດ ຕໍ່ສິ່ງແວດລ້ອມສູ່ເສດຖະກິດລວມໃນອາຊີ

ໃນວັນທີ 20 ມັງກອນ 2021 ELEVATE ແລະ ຫົວເຫວີຍ ໄດ້ຮ່ວມມືກັນຈັດກອງປະຊຸມ ເຊິ່ງເປັນເວທີກອງປະຊຸມທີ່ມີບົດບາດສຳລັບການຟື້ນຟູສິ່ງແວດລ້ອມໃນອາຊີ, ວິທະຍາກອນໄດ້ແບ່ງປັນຄວາມເຂົ້າໃຈກ່ຽວກັບແຜນການ, ຄຳໝັ້ນສັນຍາ ແລະ ມາດຕະການຕ່າງໆຂອງລັດຖະບານທີ່ຜ່ານມາ ເພື່ອໃຫ້ບັນດາພື້ນຖານເສດຖະກິດມີການເຊື່ອມໂຍງຕໍ່ສິ່ງແວດລ້ອມໃນອາຊີຫຼາຍຂຶ້ນ. ໂດຍຈະສ້າງ ແລະ ຫັນປ່ຽນເສດຖະກິດຫຼັງໂຄວິດໃນຂະນະທີ່ປະເຊີນໜ້າກັບວິກິດການດິນຟ້າອາກາດໄດ້ແນວໃດ? ການລະບາດຄັ້ງໃຫຍ່ໄດ້ເຕືອນພວກເຮົາ ກ່ຽວກັບຜົນກະທົບຂອງມະນຸດທີ່ມີຕໍ່ສິ່ງແວດລ້ອມ, ນັ້ນເຮັດໃຫ້ການຟື້ນຟູສີຂຽວເປັນສິ່ງຈຳເປັນ, ຄຸນນະພາບອາກາດທີ່ສະອາດຂຶ້ນ ແລະ ການຈັດການສິ່ງເສດເຫຼືອທີ່ມີປະສິດທິພາບ ສາມາດຊ່ວຍສ້າງການເຕີບໂຕທາງເສດຖະກິດ, ພ້ອມດຽວກັນ, ກໍຍັງປັບປຸງຄວາມຕ້ານທານຂອງຊຸມຊົນຕໍ່ພະຍາດລະບາດອີກດ້ວຍ;...

ໜ້າຫ່ວງ! ໂຄວິດ-19 ກັບມາລະບາດຮອບໃໝ່ຢູ່ ປະເທດຫວຽດນາມ

ປັດຈຸບັນ ສປປ ລາວ ຍັງມີຜູ້ຕິດເຊື້ອໂຄວິດ-19 ປິ່ນປົວຕິດຕາມອາການຢູ່ໂຮງໝໍທີ່ກໍານົດໄວ້ ຈໍານວນ 3ກໍລະນີ, ທັ້ງນີ້ ສັງລວມການກວດວິເຄາະນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 31 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 103.777 ຕົວຢ່າງ, ກວດພົບເຊື້ອສະສົມ 44 ຄົນ. ດ້ານຄະນະສະເພາະກິດ ຂໍຮຽກຮ້ອງໃຫ້ຜູ້ທີ່ເດີນທາງເຂົ້າມາ...

ແບ່ງສາຍບານເຕະຊີງຂັນປະທານສະພາແຂວງຫຼວງນໍ້າທາ

ການແຂ່ງຂັນບານເຕະຊີງຂັນປະທານສະພາແຂວງຫຼວງນໍ້າທາ ເພື່ອຕ້ອນຮັບວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ IX ແລະ ສະພາແຂວງຫຼວງນໍ້າທາ ຄັ້ງທີ II ໄດ້ຈັບສະຫຼາກແບ່ງສາຍແລ້ວເມື່ອວັນທີ 26 ມັງກອນ 2021 ໂດຍມີ 12 ທີມຮ່ວມຊີງໄຊ ແບ່ງເປັນ 4 ກຸ່ມ ໂດຍຜົນການຈັບສະຫຼາກມີດັ່ງນີ້: -ສາຍ ກ: ພະແນກ ຍ.ທ.ຂ, ບ້ານຫາດຍາວ ແລະ...

ບົດສະຫຼຸບ ບານເຕະຊີງຂັນ ສຕລ ຢູ 15 ທີ່ແຂວງຈໍາປາສັກ

ສໍາເລັດ ຢ່າງເປັນທາງການສໍາລັບ ການແຂ່ງຂັນບານເຕະຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ແຂວງຈໍາປາສັກ ນັບຕັ້ງແຕ່ຈັດຂຶ້ນມາແຕ່ທ້າຍປີ 2020 ຈົນເຖິງ ວັນທີ 31 ມັງກອນ 2021 ໄດ້ປິດສາກລົງຢ່າງເປັນທາງການ ບົດສະຫຼຸບມີດັ່ງນີ້: -ຄູ່ຊີງຊະນະເລີດ: ຟຣາຍເດ ທີມຈາກແຂວງຈໍາປາສັກ ດວນຈຸດໂທດ ເອົາຊະນະ...

ກວດເບິ່ງເລີຍ! ດວງການເງິນຂອງ 12ລາສີເກີດ ໃນເດືອນນີ້ຈະເປັນແນວໃດ ຮູ້ໄວ້ກ່ອນເປັນການດີ

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ກ້າວເຂົ້າສູ່ເດືອນກຸມພາແລ້ວ ຄໍລໍາທໍານາຍດວງຊະຕາໃນມື້ນີ້ ຂໍພາທຸກທ່ານມາກວດເບິ່ງດວງຂອງທ່ານນໍາກັນ ໂດຍສະເພາະເລື່ອງການເງິນຂອງຄົນທັງ 12ລາສີເກີດ ຫາກອ່ານແລ້ວ ຮູ້ເລີຍວ່າເດືອນນີ້ ເລື່ອງເງິນຂອງທ່ານຈະຄ່ອງຕົວ ຫຼື ຕິດຂັດແນວໃດ. ລາສີມັງກອນ(ຜູ້ທີ່ເກີດລະຫວ່າງວັນທີ 15 ມັງກອນ ຫາ 12 ກຸມພາ) ໂຊກເລື່ອງເງິນແມ່ນ ບໍລິວານຈະນໍາໂຊກລາບມາໃຫ້ ແຕ່ໃຫ້ແບ່ງສ່ວນຕ່າງໄປເຮັດບຸນ ຫຼື ກິນທານ ແມ່ນຈະດີຫຼາຍ. ລາສີກຸມ(ຜູ້ທີ່ເກີດລະຫວ່າງວັນທີ 12 ກຸມພາ...

ທ່ານທູດຍີ່ປຸ່ນເດີນທາງໄປຫົວພັນ ຢ້ຽມຢາມສວນຊາກຸຣະມິດຕະພາບ

ຢູ່ແຂວງຫົວພັນນອກຈາກຈະມີການຮ່ວມມືກັບຫຼາຍໂຄງການກັບປະເທດຍີ່ປຸ່ນໃນຖານະເທດເພື່ອນມິດແລ້ວ ຍັງມີສວນຊາກຸຣະ ມິດຕະພາບລາວ-ຍີ່ປຸ່ນທີ່ສ້າງຂຶ້ນມາເພື່ອເສີມຄວາມສຳພັນສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງປະຈຸບັນກຳລັງແຕກດອກໃຫ້ທຸກຄົນທີ່ໄປຮອດຫົວພັນໄດ້ເຂົ້າໄປທ່ຽວຊົມ. ໃນວັນທີ 25 ມັງກອນ 2021 ຜ່ານມາ ທ່ານທູດຍີ່ປຸ່ນປະຈໍາສປປ ລາວ, ທ່ານ ທາເກວາກະ ໄດ້ເດີນທາງໄປຢ້ຽມຢາມແຂວງຫົວພັນ ໃນນັ້ນທ່ານໄດ້ເຂົ້າພົບປະກັບທ່ານ ວັນໄຊ ແພງຊຸມມາ, ເຈົ້າແຂວງໆຫົວພັນ, ທ່ານທູດທາເກວະກະໄດ້ລາຍງານບັນດາໂຄງການທີ່ສະໜັບສະໜູນໂດຍຍີ່ປຸ່ນ ທີ່ກໍາລັງດໍາເນີນຢູ່ໃນແຂວງຫົວພັນ. ພ້ອມດຽວກັນນີ້ທ່ານເຈົ້າແຂວງຫົວພັນກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ ແລະ ບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ. ທັງສອງທ່ານຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນໃນບັນຫາບູລິມະສິດຕ່າງໆທີ່ກ່ຽວພັນກັບການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງນໍາອີກ. ນອກຈາກນີ້, ທ່ານທູດ ທາເກວະກະຍັງໄດ້ມີໂອກາດໄປຢ້ຽມຊົມສວນຊາກຸຣະມິດຕະພາບລາວ-ຍີ່ປຸ່ນ...

ປະທານສະພາປະຊາຊົນແຂວງສະຫວັນນະເຂດລົງເຄື່ອນໄຫວເຮັດວຽກຢູ່ເມືອງວິລະບູລີ ເບິ່ງສະຖານທີ່ຂຸດຄົ້ນແຫຼ່ງອະລິຍະທໍາວັດຖຸບູຮານທີ່ມີອາຍຸປະມານ 6.000 ປີ

29-30ມັງກອນ ຜ່ານມາ ທ່ານ ປອ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,​ ທ່ານນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກ ຖວທ ແຂວງ,​ ມີສະຫະພັນແມ່ຍິງແຂວງ,​ ຊາວໜຸ່ມແຂວງ,​ ພະແນກການຂອງແຂວງ ພ້ອມດ້ວຍຄະນະທີມງານ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງວິລະບູລີ. ໂດຍການຕ້ອນຮັບຂອງທ່ານ ຄໍາຜຸຍ ສີບຸນເຮືອງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ ພ້ອມດ້ວຍຄະນະ. ໃນການເຄື່ອນໄຫວໃນຄັ້ງນີ້ແມ່ນໄດ້ໄປເບິ່ງສະຖານທີ່ຂຸດຄົ້ນແຫຼ່ງອະລິຍະທໍາວັດຖຸບູຮານທີ່ມີອາຍຸປະມານ...

ຄົ້ນພົບແຫຼ່ງຜະລິດເຄື່ອງມືຫີນ ຫຼື ຍຸກຫີນຂັດ ຢູ່ບ້ານນໍ້າປາເຄນ ເມືອງວິລະບູລີ ມີອາຍຸເກົ່າແກ່ກວ່າ 6000 ປີ

ໃນລະຫວ່າງວັນທີ 9 - 25/1/2021 ທາງກອງບູຮານວິທະຍາ ກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ສໍາເລັດການສໍາຫຼວດ,​ ຂຸດຄົ້ນ ແຫຼ່ງບູຮານວິທະຍາທີ່ພົບຢູ່ບ້ານນໍ້າປາເຄນ ເມືອງວິລະບູລີ ແຂວງສະຫວັນນະເຂດ,​ເຊິ່ງເປັນສະຖານທີ່ ທີ່ມີຄວາມໝາຍ ແລະ ຄວາມສໍາຄັນເປັນຢ່າງຍິ່ງໃນການຄົ້ນພົບຂໍ້ມູນຫຼັກຖານ ທາງດ້ານບູຮານວິທະຍາ; ປະຫັວດສາດ; ວັດທະນະທໍາ ທີ່ເປັນແຫຼ່ງຜະລິດເຄື່ອງມືຫີນ(ຂວານຫີນຂັດ) ຫຼື ຍຸກຫີນຂັດ...
- Advertisment -
Slide
Slide

Most Read

error: Content is protected !!