Monthly Archives: January, 2021

ບັນຫາການເກັບເງິນຄ່າຜ່ານທາງແຕ່ ປາກເຊ ຫາ ປາກຊ່ອງ ແຂວງຈໍາປາສັກ ຈະໄດ້ຮັບການແກ້ໄຂໃນໄວໆ ນີ້

ອົງການປົກຄອງແຂວງຈຳປາສັກ ພວມຮ່ວມກັບບັນດາກະຊວງ ແລະ ບໍລິສັດທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາການເກັບເງິນຄ່າຜ່ານທາງແຕ່ ປາກເຊ ຫາ ປາກຊ່ອງ ທີ່ເປັນຫາງສຽງຈົ່ມວ່າຈາກສັງຄົມວ່າເກັບແພງເກີນໄປໃຫ້ໄດ້ໃນໄວໆ ນີ້ ເພື່ອຊອກຫາທາງອອກທີ່ເໝາະສົມຮ່ວມກັນສໍາລັບ 2 ຝ່າຍ ຄື: ບໍລິສັດທີ່ລົງທຶນພັດທະນາໂຄງການ ແລະ ຜູ້ນໍາໃຊ້ເສັ້ນທາງດັ່ງກ່າວເປັນປະຈໍາ. ທ່ານ ວິໄລວົງ ບຸດດາຄໍາ, ເຈົ້າແຂວງຈໍາປາສັກ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ຊຸດທີ VIII ເປີດກ້ວາງທ້າຍສະໄໝ...

ບໍລິສັດ ສາຍສະໄໝ ຕັ້ງເປົ້າສົ່ງມັນແຫ້ງໄປ ສປ ຈີນ ຫຼາຍ ກວ່າ 1 ແສນໂຕນ

ການປູກມັນຕົ້ນແມ່ນທາງເລືອກໜຶ່ງ ເປັນອາຊີບສ້າງລາຍໄດ້ໃຫ້ແກ່ຊາວກະສິກອນໃນທ້ອງຖິ່ນຕ່າງໆໄດ້ດີ. ຂະນະທີ່ບໍລິສັດຜູ້ເກັບຊື້ຕັ້ງເປົ້າສົ່ງອອກມັນແຫ້ງໄປ ສປ ຈີນ ຫຼາຍກວ່າ 1 ແສນໂຕນໃນປີນີ້. ທ່ານ ສີວິໄຊ ເກດແກ້ວສີວິໄລ ຜູ້ອຳນວຍການ ບໍລິສັດ ສາຍສະໄໝ ການຄ້າ ເຊິ່ງເປັນບໍລິສັດຮັບຊື້ມັນຕົ້ນແຫ້ງ ແລະ ມັນຕົ້ນດິບຈາກພໍ່ແມ່ປະຊາຊົນຢູ່ຕາມບັນດາເມືອງຕ່າງໆຂອງແຂວງສະຫວັນນະເຂດ, ນອກນັ້ນບໍລິສັດດັ່ງກ່າວຍັງໄດ້ເກັບຊື້ມັນຕົ້ນຈາກແຂວງສາລະວັນ ແລະ ສ່ວນໜຶ່ງຂອງແຂວງບໍລິຄຳໄຊ ກ່າວວ່າ: ປີ 2020 ທີ່ຜ່ານມາ...

ຟຟລ ເປີດການນໍາໃຊ້ບໍລິການສາຍດ່ວນ 1199 ແລະ EDL mobile Application ຍົກລະດັບການບໍລິການສູ່ທັນສະໄໝ

ໃນວັນທີ 11 ມັງກອນ 2021 ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີເປີດນໍາໃຊ້ສາຍດ່ວນລັດວິສາຫະກິດໄຟຟ້າລາວ ( CALL Center 1199 ) ແລະ EDL mobile Application ໂດຍການເປັນປະທານຂອງ ທ່ານ ຄໍາມະນີ ອິນທິລາດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່;...

ທຫລ ຈະຍົກສູງການເຂົ້າເຖິງການບໍລິການດ້ານການເງິນຂອງປະຊາຊົນ

ທະນາຄານ ແຫ່ງ ສປປ ລາວ ( ທຫລ ) ຮ່ວມກັບລັດຖະບານອົສຕຣາລີ ແລະ ກອງທຶນ ເພື່ອການພັດທະນາອົງການສະຫະປະຊາຊາດ ( UNCDF ) ໄດ້ຈັດຕັ້ງການເປີດໂຕ “ ແຜນດຳເນີນງານການເຂົ້າເຖິງການບໍລິການທາງດ້ານການເງິນຂອງ ສປປ ລາວ ໄລຍະ 8 ປີ ( 2018...

ຮອງ ລມຕ ກະຊວງການເງິນ ເຜີຍຕົວເລກລວມຍອດການຊ່ວຍເຫຼືອລາວ ໄລຍະໂຄວິດ-19ລະບາດ

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ຖະແຫຼງຂ່າວໃນວັນທີ 12 ມັງກອນ 2021 ໂດຍລາຍງານການຮັບ-ຈ່າຍ, ການແຈກຢາຍ ເຄື່ອງຊ່ວຍເຫຼືອ ເພື່ອຮັບໃຊ້ວຽກງານປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ພະຍາດອັກເສບປອດ ໂຄວິດ-19 ໂດຍເຜີຍຕົວເລກໄດ້ຮັບເຄື່ອງຊ່ວຍເຫຼືອຈາກພາກສ່ວນຕ່າງໆ ນັບແຕ່ເດືອນກຸມພາ 2020 ຈົນຮອດປັດຈຸບັນ ຢູ່ທີ່ 40ຕື້ກວ່າກີບ. ທ່ານ ບຸນໂຈມ ອຸບົນປະເສີດ...

ເລີ່ມແລ້ວການແຂ່ງຂັນ ເບສບອນ ຊີງຂັນສະຖານທູດ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 1

ການແຂ່ງຂັນກີລາເບສບອນລີກ ຊີງຂັນທ່ານເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ  ສປປ ລາວ ປະຈຳປີ 2021 ( The First Korea Ambassador’s Cup 2021 ) ເຊິ່ງຈັດຂຶ້ນເປັນຄັ້ງທາອິດ ເປີດສາກຂຶ້ນຢ່າງເປັນທາງການ  ໃນວັນທີ 9 ມັງກອນນີ້ ທີ່ສະໜາມກີລາເບສບອນແຫ່ງຊາດລາວ (ຫຼັກ16). ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໃນພິທີເປີດການແຂ່ງຂັນໂດຍ...

ການນໍາທະຫານແຂວງສະຫວັນນະເຂດລົງຢຽ້ມຢາມອ້າຍນ້ອງທະຫານຜູ້ປະຕິບັດໜ້າທີ່ຢູ່ຫ່າງໄກສອກຫຼີກ

ໃນລະຫວ່າງວັນທີ 9-10 ມັງກອນ 2021 ທີ່ຜ່ານມາ ສະຫາຍ ພັນໂທ ແຫຼວຄຳ ໄຊຍະສົມບັດ ຮອງຫົວໜ້າຫ້ອງການເມືອງ ທະຫານແຂວງສະຫວັນະເຂດ ພ້ອມດ້ວຍອົງການຈັດຕັ້ງຊາວໜຸ່ມແມ່ຍິງທະຫານແຂວງ ໄດ້ລົງພົບປະຢ້ຽມຢາມ ແລະ ຊຸກຍູ້ນໍ້າໃຈພະນັກງານ-ນັກຮົບກອງຮ້ອຍທະຫານຊາຍແດນ 321 ແລະ 320 ທີ່ປະຕິບັດໜ້າທີ່ວຽກງານຢູ່ເຂດຫ່າງໄກສອກຫຼີກ. ໃນໂອກາດລົງຢ້ຽມຢາມພົບປະອ້າຍນ້ອງທະຫານໃນຄັ້ງນີ້, ສະຫາຍ ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ຮັບຟັງການລາຍງານຫຍໍ້ຈາກຄະນະພັກ-ຄະນະບັນຊາໃນສອງກົມກອງກ່ຽວກັບວຽກງານການເຄື່ອນໄຫວຕ່າງໆຂອງກົມກອງໃນໄລຍະຜ່ານມາ. ພ້ອມນີ້, ສະຫາຍ ພັນໂທ...

ປູກຢາງພາລາ ພາຫຼາຍຄອບຄົວພົ້ນທຸກ

ການປູກຢາງພາລາຢູ່ແຂວງ ບໍລິຄຳໄຊ ມີເນື້ອທີ່ 16 ພັນ ກວ່າເຮັກຕາ, ສາມາດສ້າງອາຊີບໃຫ້ຫຼາຍຄອບຄົວທີ່ມາຮັບຈ້າງປາດເອົານໍ້າຢາງ, ອະນາໄມສວນ ແລະ ຍັງສ້າງລາຍຮັບຈາກການເກັບຄ່າພັນທະຕ່າງໆໃຫ້ລັດໄດ້ 700 - 800 ລ້ານກວ່າກີບຕໍ່ປີ. ສະຫາຍ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ...

ກວດກາເຂັ້ມຈຸດປ້ອງກັນ ໄລຍະກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

ເພຈຂ່າວ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນວັນທີ 11 ມັງກອນ 2021, ທ່ານ ພັອ ພິມມະສອນ ທຳມະວົງ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງກວດກາຄວາມພ້ອມ ຢູ່ບັນດາຈຸດປ້ອງກັນບ້ານໃໝ່, ບ້ານຈຳປາ ເມືອງສີໂຄດຕະບອງ ແລະ 4 ແຍກໄຟແດງຕານມີໄຊ, ໜ້າມະຫາວິທະຍາໄລແຫ່ງຊາດ, 4...

ຂ່າວດີມື້ນີ້! ລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ ດ້ານການເກັບຕົວຢ່າງກວດຫາເຊື້ອ ຕອນນີ້ເກືອບ 97ພັນຄົນແລ້ວ

ຂ່າວດີ 37ມື້ ສປປ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຫຼັງພົບກໍລະນີຫຼ້າສຸດເມື່ອວັນທີ 6 ທັນວາ 2020 ທີ່ຜ່ານມາ, ເຮັດໃຫ້ຕົວເລກສະສົມຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ທີ່ 41ຄົນ ເຊິ່ງປິ່ນປົວຫາຍດີແລ້ວ 40ຄົນ ແລະ ຍັງມີຄົນເຈັບປິ່ນປົວຢູ່ໂຮງໝໍພໜງ 1 ຄົນ. ຂະນະດຽວກັນ ຕົວເລກການເກັບຕົວຢ່າງມາກວດວິເຄາະຫຫາເຊື້ອໂຄວິດ-19 ໃນປະເທດເຮົາ ມາຮອດປັດຈຸບັດກວດແລ້ວທັງໝົດ 96.568 ຕົວຢ່າງ. ທ່ານ...
- Advertisment -
Slide
Slide

Most Read

error: Content is protected !!