ຟຟລ ເປີດການນໍາໃຊ້ບໍລິການສາຍດ່ວນ 1199 ແລະ EDL mobile Application ຍົກລະດັບການບໍລິການສູ່ທັນສະໄໝ

149

ໃນວັນທີ 11 ມັງກອນ 2021 ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີເປີດນໍາໃຊ້ສາຍດ່ວນລັດວິສາຫະກິດໄຟຟ້າລາວ ( CALL Center 1199 ) ແລະ EDL mobile Application ໂດຍການເປັນປະທານຂອງ ທ່ານ ຄໍາມະນີ ອິນທິລາດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າ, ແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ພ້ອມດ້ວຍບໍລິສັດຜູ້ພັດທະນາ ກໍຄືບໍລິສັດ ສີສເມຕິກ ໄອທີ ໂຊລູຊັນ ຈໍາກັດ ( Sysmatik IT Solution Co.,Ltd ).

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ  ( ຟຟລ ) ກ່າວວ່າ: ໃນຖານະເປັນວິສາຫະກິດຂອງລັດ, ລັດວິສາຫະກິດໄຟຟ້າລາວ ຍາມໃດກໍໄດ້ສຸມທຸກ ຄວາມອາດສາມາດ ເພື່ອສູ້ຊົນເຮັດຫຼ້ອນ 2 ໜ້າທີ່ຫຼັກ ທີ່ພັກ – ລັດ ກໍຄືປະຊາຊົນ ແລະ ປະເທດຊາດມອບໝາຍໃຫ້ດ້ວຍການສະໜອງໄຟຟ້າໃຫ້ພຽງພໍ ແລະ ທົ່ວເຖິງໃນຂອບເຂດທົ່ວປະເທດ. ພ້ອມດຽວກັນນັ້ນ, ກໍຕ້ອງດໍາເນີນທຸລະກິດໃຫ້ມີຜົນກໍາໄລດ້ວຍລາຄາໄຟທີ່ສົມເຫດສົມຜົນ ແລະ ຕໍ່າກວ່າປະເທດອ້ອມຂ້າງ ເຖິງແມ່ນ ຟຟລ ບໍ່ມີເຂື່ອນໄຟຟ້າເປັນຂອງຕົນເອງ ແລະ ຕ້ອງມີຕົ້ນທຶນສູງໃນການຊື້ໄຟ ແຕ່ ຟຟລ ມີແຜນຮັດກຸມລາຍຈ່າຍ, ຫາລາຍຮັບເພີ່ມຈາກຊັບສິນ ແລະ ທ່າແຮງຂອງບໍລິສັດທີ່ເຂົ້າເຖິງ 95% ຂອງຄົວເຮືອນໃນທົ່ວປະເທດ ເຊິ່ງບາງການປ່ຽນແປງໃໝ່ຈະປາກົດຂຶ້ນໃນອະນາຄົດອັນໃກ້.

ในภาพอาจจะมี 1 คน, ดอกไม้

ຄຽງຄູ່ກັບການໃຫ້ຄວາມສໍາຄັນວຽກງານການບໍລິການລູກຄ້າ – ບໍລິການປະຊາຊົນ, ການຂະຫຍາຍຕາຂ່າຍໄຟຟ້າ, ແຫຼ່ງຜະລິດ ແລະ ສະຖານີ – ສາຍສົ່ງໄຟຟ້າໃຫ້ທົ່ວເຖິງໃນທົ່ວປະເທດ ເພື່ອຮັບປະກັນການສະໜອງໄຟຟ້າຮັບໃຊ້ເຂົ້າໃນການຜະລິດ, ສຳນັກງານອົງການ ແລະ ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າໃຫ້ພຽງພໍຕໍ່ເນື່ອງ ແລະ ມີຄວາມສະຖຽນລະພາບ. ສະນັ້ນ, ສູນບໍລິການສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199 ແລະ EDL mobile Application ຈຶ່ງເປັນໂຄງການທີ່ລັດວິສາຫະກິດໄຟຟ້າລາວ ເອົາໃຈໃສ່ໃນການພັດທະນາ ເພື່ອຫັນວຽກງານການບໍລິການໃຫ້ກ້າວສູ່ທັນສະໄໝ ແລະ ມາດຕະຖານລະດັບສາກົນ.

ທ່ານ ຈັນທະບູນ ສຸກອາລຸນ ກ່າວຕື່ມວ່າ: ສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199 ( CALL Center 1199 ) ເປັນໂຄງການຮ່ວມມືກັນລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັນ ຈໍາກັດ ເພື່ອພັດທະນາ ແລະ ປັບປຸງລະບົບ CALL Center ແລະ EDL mobile Application ຂອງ ຟຟລ ໃຫ້ທຽບເທົ່າກັບລະບົບທີ່ທັນສະໄໝທຽບເທົ່າກັບສາກົນ, ສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199 ມີສູນກາງຕັ້ງຢູ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ( ຊັ້ນ 10 ) ເພື່ອພັດທະນາລະບົບສາຍດ່ວນທີ່ມີຢູ່ໃນປັດຈຸບັນຈາກ 10 ຄູ່ສາຍ ມາເປັນ 30 ຄູ່ສາຍ ເພື່ອຮອງຮັບການແຈ້ງເຫດກ່ຽວກັບໄຟຟ້າຕະຫຼອດ 24 ຊົ່ວໂມງ ແລະ ການສົ່ງວຽກ, ລາຍງານວຽກ ເພື່ອແກ້ໄຂວຽກງານພາກສະໜາມແບບອອນລາຍ.

ນອກນັ້ນ, ຍັງໄດ້ພັດທະນາລະບົບ EDL mobile Application ໄປຄຽງຄູ່ກັນ ເພື່ອຕອບສະໜອງເຊື່ອມຕໍ່ກັບລະບົບ Call Center Server ຂອງ ຟຟລ ເພື່ອໃຫ້ບໍລິການແກ່ລູກຄ້າຂອງ ຟຟລ ໂດຍສະເພາະແມ່ນຂໍ້ມູນການຊົມໃຊ້ໄຟຟ້າແບບ Automatic ເຊັ່ນ: ການກວດເບິ່ງປະຫວັດການຊົມໃຊ້ໄຟຟ້າ, ການຊໍາລະເງິນຄ່າກະແສໄຟຟ້າ, ການແຈ້ງເຫດໄຟຟ້າຂັດຂ້ອງ, ແຈ້ງການມອດໄຟ, ຂໍ້ມູນຂ່າວສານກ່ຽວກັບໄຟຟ້າ, ການຂໍຊົມໃຊ້ໄຟຟ້າໃໝ່ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ. ໃນອະນາຄົດແມ່ນຈະໄດ້ສືບຕໍ່ພັດທະນາລະບົບໃຫ້ກວມເອົາທຸກສາຂາໃນທົ່ວປະເທດ ແລະ ສາມາດຈ່າຍເງິນໄດ້ໂດຍກົງຜ່ານ EDL mobile App.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และผู้คนอยู่บนเวที

ທ່ານ ຄໍາມະນີ ອິນທິລາດ ກ່າວວ່າ: ຜົນສໍາເລັດຂອງການພັດທະນາສູນບໍລິການສາຍດ່ວນ 1199 ແລະ EDL mobile Application ເປັນຄວາມພະຍາຍາມຂອງລັດວິສາຫະກິດໄຟຟ້າລາວ ການສະໜອງນະໂຍບາຍຂອງລັດຖະບານ ເພື່ອຍົກລະດັບການບໍລິການທີ່ມີຄວາມທັນສະໄໝ ທັງເປັນການສ້າງ ຄວາມໝັ້ນໃຈໃຫ້ກັບຜູ້ຊົມໃຊ້ໄຟຟ້າ.

ທ່ານ ວິຈິດ ຊິນດາວົງ ປະທານສະພາບໍລິຫານ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັນ ຈຳກັດ ໄດ້ກ່າວວ່າ: “ ພິທີເປີດການນໍາໃຊ້ສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199 ແລະ EDL Mobile application ໃນມື້ນີ້ເປັນນິມິດໝາຍອັນດີ ແລະ ຂີດໝາຍອັນສຳຄັນຂອງການຮ່ວມມື ລະຫວ່າງ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັນ ຈໍາກັດ ແລະ ລັດວິສາຫະກິດ ໄຟຟ້າລາວ ກໍຄືລັດຖະບານ ເພື່ອຮ່ວມກັນພັດທະນາລະບົບສາຍດ່ວນຂອງລັດວິສາຫະກິດໄຟຟ້າລາວ ໃຫ້ທັນສະໄໝ.

ບໍລິສັດ ສິສເມຕິກ ໄອທີ ໂຊລູຊັນ ຈໍາກັດ ເປັນບໍລິສັດໜຶ່ງຢູ່ພາຍໃຕ້ກຸ່ມ ບໍລິສັດ ເອໄອເອັຟ ໄດ້ດໍາເນີນທຸລະກິດໃນຂົງເຂດການບໍລິການດ້ານເຕັກໂນໂລຊີຂໍ້ມູນ – ຂ່າວສານ ນັບແຕ່ປີ 2013 ເປັນຕົ້ນມາ ໂດຍມີຈຸດປະສົງເພື່ອສະໜອງການບໍລິການພັດທະນາລະບົບໄອທີຮອບດ້ານ, ລະບົບພື້ນຖານໂຄງລ່າງໄອທີ ລວມໄປເຖິງລະບົບຊໍາລະສະສາງອອນລາຍ ( Payment gateway ), ໃນໄລຍະຜ່ານມາ ບໍລິສັດ ສີສເມຕິກ ໄດ້ມີຜົນງານທີ່ພົ້ນເດັ່ນຈຳນວນໜຶ່ງ ເຊັ່ນ: ອອກແບບລະບົບເຕັກໂນໂລຊີພື້ນຖານໂຄງລ່າງຂອງທະນາຄານ ແຫ່ງ ສປປ ລາວ, ການບໍລິການລະບົບຊໍາລະສະສາງອອນລາຍ ( Payment gateway ) ໃຫ້ແກ່ລັດວິສາຫະກິດການບິນລາວແລະ ສະໜອງອຸປະກອນໄອທີໃຫ້ແກ່ບັນດາ ທະນາຄານ ເປັນຕົ້ນແມ່ນ BCEL ແລະ ອື່ນໆ.