ອົງການປົກຄອງແຂວງຈຳປາສັກ ພວມຮ່ວມກັບບັນດາກະຊວງ ແລະ ບໍລິສັດທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາການເກັບເງິນຄ່າຜ່ານທາງແຕ່ ປາກເຊ ຫາ ປາກຊ່ອງ ທີ່ເປັນຫາງສຽງຈົ່ມວ່າຈາກສັງຄົມວ່າເກັບແພງເກີນໄປໃຫ້ໄດ້ໃນໄວໆ ນີ້ ເພື່ອຊອກຫາທາງອອກທີ່ເໝາະສົມຮ່ວມກັນສໍາລັບ 2 ຝ່າຍ ຄື: ບໍລິສັດທີ່ລົງທຶນພັດທະນາໂຄງການ ແລະ ຜູ້ນໍາໃຊ້ເສັ້ນທາງດັ່ງກ່າວເປັນປະຈໍາ.
ທ່ານ ວິໄລວົງ ບຸດດາຄໍາ, ເຈົ້າແຂວງຈໍາປາສັກ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ຊຸດທີ VIII ເປີດກ້ວາງທ້າຍສະໄໝ ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ວ່າ: ລັດຖະບານ ໄດ້ຊີ້ນໍາໃຫ້ອົງການປົກ ຄອງແຂວງຈໍາປາສັກ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດທີ່ພັດທະນາໂຄງການປຶກສາຫາລືກ່ຽວກັບການປັບການເກັບຄ່າຜ່ານທາງແຕ່ ປາກເຊ ຫາ ປາກຊ່ອງ ຄືນໃໝ່, ໂດຍຈະສະເໜີ 3 ທາງອອກ ຄື:

1 ຈະໃຫ້ຜູ້ພັດທະນາໂຄງການເກັບຄ່າຜ່ານທາງເປັນ 3 ໄລຍະ ເພື່ອໃຫ້ມີລາຄາຫລຸດລົງ ຄື: ເກັບຄ່າຜ່ານທາງສະເພາະຜ່ານແຕ່ໄລຍະຕົ້ນທາງ, ຜ່ານຮອດກາງທາງ ແລະ ຜ່ານຈົນສຸດປາຍທາງ ໝາຍຄວາມວ່າ: ເອົາລາຄາທີ່ຕ້ອງຈ່າຍທັງໝົດຂອງພາຫະ ນະແຕ່ລະປະເພດມາຫານສາມແລ້ວຈ່າຍສະເພາະແຕ່ໄລ ຍະທາງທີ່ພາຫະນະຜ່ານເທົ່ານັ້ນ
2 ລັດຖະບານ ຈະຊອກຫາທຶນມາເພື່ອດັດສົມລາຄາຄ່າຜ່ານທາງ ຫລື ຊື້ເອົາໂຄງການນີ້ຄືນເປັນຂອງລັດແລ້ວປັບປຸງລາຄາຄືນໃໝ່ໃຫ້ຖືກລົງ ແລະ

3 ຈະມີນະໂຍບາຍໃຫ້ປະຊາຊົນທີ່ອາໃສຢູ່ເຂດໃກ້ເສັ້ນທາງ ຫລື ໃຊ້ເສັ້ນທາງດັ່ງກ່າວເປັນປະຈໍາຊື້ບັດເພື່ອຈ່າຍເງິນຄ່າຜ່ານທາງໝົດປີໃນລາຄາຖືກ.
ທ່ານ ວິໄລວົງ ບຸດດາຄໍາ ໃຫ້ຮູ້ຕື່ມວ່າ: ປັດຈຸບັດ ບໍລິສັດທີ່ພັດທະນາເສັ້ນທາງແຕ່ປາກເຊ ຫາ ປາກຊ່ອງ ມີຄວາມຍິນ ດີທີ່ຈະປຶກສາຫາລືກັບອົງການປົກຄອງແຂວງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອຊອກຫາທາງອອກຮ່ວມກັນ ໃຫ້ໄດ້ໃນໄວໆ ນີ້ ຫລື ຊ້າສຸດບໍ່ໃຫ້ກາຍປີ 2021 ນີ້.

ເຈົ້າແຂວງຈໍາປາສັກ ຢັ້ງຢືນວ່າ: ຫລັງຈາກທີ່ມີບໍລິສັດເອກະຊົນເຂົ້າ ມາພັດທະນາເສັ້ນທາງ ແຕ່ ປາກເຊ ຫາ ປາກຊ່ອງ ເຫັນວ່າການສັນຈອນໄປ-ມາມີຄວາມສະດວກ ເພາະປະຢັດເວລາເດີນທາງກວ່າແຕ່ກ່ອນຫລາຍເທົ່າ, ເຊີ່ງໃນໄລຍະຜ່ານມາ ປະຊາຊົນທີ່ອາໃສຢູ່ເຂດໃກ້ຄຽງທີ່ສັນຈອນໄປ-ມາຜ່ານເສັ້ນທາງນີ້ເປັນປະຈໍາ ທີ່ບໍ່ໄດ້ຜ່ານຈຸດເກັບເງິນ ແມ່ນບໍ່ໄດ້ຈ່າຍເງິນແຕ່ຢ່າງໃດ.
ໂດຍ: ມົດແດງນ້ອຍ
ພາບ: ຈັນທະສອນ ສີຫານາດ
ທີ່ມາ: Lao National Radio