ທຫລ ຈະຍົກສູງການເຂົ້າເຖິງການບໍລິການດ້ານການເງິນຂອງປະຊາຊົນ

146

ທະນາຄານ ແຫ່ງ ສປປ ລາວ ( ທຫລ ) ຮ່ວມກັບລັດຖະບານອົສຕຣາລີ ແລະ ກອງທຶນ ເພື່ອການພັດທະນາອົງການສະຫະປະຊາຊາດ ( UNCDF ) ໄດ້ຈັດຕັ້ງການເປີດໂຕ “ ແຜນດຳເນີນງານການເຂົ້າເຖິງການບໍລິການທາງດ້ານການເງິນຂອງ ສປປ ລາວ ໄລຍະ 8 ປີ ( 2018 – 2025 )” ທີ່ໂຮງແຮມລາວພລາຊາ ໃນວັນທີ 12 ມັງກອນ 2021 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການ ທຫລ, ພ້ອມດ້ວຍ ທ່ານ ນາງ Jane Chandler ອຸປະທູດອົສຕຣາລີ ປະຈຳ ສປປ ລາວ ແລະ ເຂົ້າຮ່ວມຜ່ານລະບົບອອນລາຍຂອງ ທ່ານ ດຣ. ນາງ Kameshnee Naidoo, Global Program Manager ຈາກອົງການກອງທຶນ ເພື່ອການພັດທະນາອົງການສະຫະປະຊາຊາດ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງກັບແຜນດຳເນີນງານດັ່ງກ່າວ.

ກອງປະຊຸມຄັ້ງນີ້ມີຈຸດປະສົງເຜີຍແຜ່ຄວາມໝາຍສຳຄັນ ແລະ ໜ້າວຽກຂອງແຜນດຳເນີນງານການເຂົ້າເຖິງການບໍລິການທາງດ້ານການເງິນຂອງ ສປປ ລາວ ( 2018 – 2025 ) ທີ່ໄດ້ຮັບການຮັບຮອງໂດຍ ທຫລ ໃນເດືອນສິງຫາ 2019.

ການເຂົ້າເຖິງການບໍລິການທາງດ້ານການເງິນ ມີຄວາມສຳຄັນເນື່ອງຈາກສາມາດປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍການສ້າງວຽກເຮັດງານທຳ, ປະກອບສ່ວນໃນການຫັນເປັນລະບົບເສດຖະກິດດິຈິຕອນ, ຊ່ວຍເຫຼືອປະຊາຊົນໃນເວລາເຈັບເປັນ, ຈາກໄພທຳມະຊາດ ແລະ ອຸບັດເຫດ. ນອກຈາກນັ້ນ, ການເຂົ້າເຖິງການບໍລິການທາງດ້ານການເງິນຍັງຊ່ວຍໃນການສົ່ງເສີມບົດບາດຂອງແມ່ຍິງ, ການເພີ່ມລາຍຮັບ ແລະ ການສົ່ງເສີມການຜະລິດ. ສິ່ງເຫຼົ່ານີ້ມີຜົນປະໂຫຍດຈາກການເຂົ້າເຖິງການບໍລິການທາງດ້ານການເງິນທີ່ມີຕໍ່ບຸກຄົນ, ຄອບຄົວ, ຊຸມຊົນ ແລະ ຕໍ່ປະຊາຊົນລາວທົ່ວປະເທດ.

ສະນັ້ນ, ທຫລ ຈຶ່ງເປັນເຈົ້າການຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ສ້າງແຜນດຳເນີນງານການເຂົ້າເຖິງການບໍລິການທາງດ້ານການເງິນ; ແຜນດຳເນີນງານດັ່ງກ່າວ ຈະເປັນແນວທາງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງຜະລິດຕະພັນ ແລະ ການບໍລິການທາງດ້ານການເງິນໃຫ້ນັບມື້ທົ່ວເຖິງທັງທາງກວ້າງ ແລະ ທາງເລິກ ແລະ ໄດ້ຮັບຜົນປະໂຫຍດຈາກການເຂົ້າເຖິງຢ່າງຍືນຍົງ. ດັ່ງນັ້ນ, ໃນທ້າຍປີ 2014 ທຫລ ໄດ້ຮ່ວມກັບສູນສະຖິຕິແຫ່ງຊາດດຳເນີນການສຳຫຼວດການເຂົ້າເຖິງການບໍລິການທາງດ້ານການເງິນຢູ່ ສປປ ລາວ ໂດຍຜ່ານຂັ້ນຕອນ ແລະ ຂະບວນການຂອງການເຂົ້າເຖິງການບໍລິການທາງດ້ານການເງິນທີ່ສາມາດເປັນໄປໄດ້ ເຊິ່ງເປັນແຜນງານໜຶ່ງທີ່ຢູ່ພາຍໃຕ້ໂຄງການສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກໃຫ້ຫຼາຍ.

ຜ່ານຂະບວນການສຶກສາຄົ້ນຄວ້າ ແລະ ປຶກສາຫາລືຮ່ວມກັບບັນດາຜູ້ມີສ່ວນຮ່ວມຫຼາຍຄັ້ງ ທຫລ ຈຶ່ງໄດ້ກໍານົດເອົາ 5 ວຽກງານບຸລິມະສິດໃນແຜນດຳເນີນງານການເຂົ້າເຖິງການບໍລິການທາງດ້ານການເງິນຂອງ ສປປ ລາວ ເຊິ່ງປະກອບດ້ວຍການປັບປຸງການສະໜອງສິນເຊື່ອ; ການສ້າງ ຄວາມເຂັ້ມແຂງໃຫ້ແກ່ຜູ້ຊົມໃຊ້ທາງການເງິນ; ການສ້າງ ຄວາມເຂັ້ມແຂງໃຫ້ແກ່ກອງທຶນບ້ານ; ປັບປຸງລະບົບການຊຳລະ ແລະ ການຂະຫຍາຍຕານ່າງການບໍລິການທາງດ້ານການເງິນ.

ສະນັ້ນ ເພື່ອໃຫ້ບັນລຸຕາມວິໄສທັດທີ່ໄດ້ກ່າວກ່ອນໜ້ານີ້ຈະຕ້ອງຈັດຕັ້ງປະຕິບັດ ໂດຍເບິ່ງຈາກພາບລວມ ແລະ ລະບົບນິເວດທັງໝົດຂອງວຽກງານດັ່ງກ່າວ ເຊິ່ງກວມເອົາການອອມ, ສິນເຊື່ອທີ່ມີຄຸນນະພາບ, ການປະກັນໄພ, ການປົກປ້ອງ ແລະ ການສົ່ງເສີມບົດບາດຂອງຜູ້ຊົມໃຊ້ທາງດ້ານການເງິນ, ການສົ່ງເສີມສະຖາບັນການເງິນເຄິ່ງທາງການ ຫຼື ກອງທຶນບ້ານ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມເຂັ້ມແຂງ ແລະ ຍືນຍົງ, ການພັດທະນາລະບົບການຊຳລະ ແລະ ການຂະຫຍາຍສະຖາບັນການເງິນໃຫ້ໄປສູ່ຂົງເຂດທີ່ມີຄວາມຕ້ອງການ ໂດຍສະເພາະເຂດຊົນນະບົດ, ດ້ວຍການປັບປຸງລະບຽບການ, ການສົ່ງເສີມພາກສ່ວນເອກະຊົນ ແລະ ການເຄື່ອນໄຫວທາງດ້ານເສດຖະກິດ ເພື່ອສ້າງຄວາມຕ້ອງການສຳລັບການເຂົ້າເຖິງການບໍລິການທາງດ້ານການເງິນ.

[ ຂ່າວ: ຣັດສະໝີ ດວງສັດຈະ ]