ຮອງ ລມຕ ກະຊວງການເງິນ ເຜີຍຕົວເລກລວມຍອດການຊ່ວຍເຫຼືອລາວ ໄລຍະໂຄວິດ-19ລະບາດ

240

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ຖະແຫຼງຂ່າວໃນວັນທີ 12 ມັງກອນ 2021 ໂດຍລາຍງານການຮັບ-ຈ່າຍ, ການແຈກຢາຍ ເຄື່ອງຊ່ວຍເຫຼືອ ເພື່ອຮັບໃຊ້ວຽກງານປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ພະຍາດອັກເສບປອດ ໂຄວິດ-19 ໂດຍເຜີຍຕົວເລກໄດ້ຮັບເຄື່ອງຊ່ວຍເຫຼືອຈາກພາກສ່ວນຕ່າງໆ ນັບແຕ່ເດືອນກຸມພາ 2020 ຈົນຮອດປັດຈຸບັນ ຢູ່ທີ່ 40ຕື້ກວ່າກີບ.

ທ່ານ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ວ່າ: ສໍາລັບການຈັດຕັ້ງປະຕິບັດງົບປະມານບ້ວງເງິນແຮສຸກເສີນຂອງລັດຖະບານ (ບ້ວງ 30 ຕື້ກີບ) ສັງລວມຮອດວັນທີ 30 ທັນວາ 2020; ລັດຖະບານອະນຸມັດເງິນແຮສຸກເສີນ ຄັ້ງທີ 1 ຈໍານວນ 10 ຕື້ກີບ ຊຶ່ງໃຊ້ຈ່າຍລະອຽດດັ່ງນີ້: ຈັດຊື້ອຸປະກອນການແພດ, ໜ້າກາກອະນາໄມ(ຜ້າອັດປາກ-ດັງ), ເຄື່ອງເຄມີ, ເຈວລ້າງມື, ຄ່າຫຸ້ມຫໍ່ ແລະ ການຈັດສົ່ງອຸປະກອນການແພດ ຈໍານວນ 6,64 ຕື້ກີບ ເພື່ອຮັບໃຊ້ໃນວຽກງານສາທາລະນະສຸກ; ຈ່າຍລ່ວງໜ້າໃຫ້ ກະຊວງສາທາລະນາສຸກ ເພື່ອເບີກຈ່າຍວຽກງານຈຳເປັນ ແລະ ຮີບດ່ວນ ຈຳນວນ 100 ລ້ານກີບ; ຍອດເຫຼືອຈໍານວນເງິນອະນຸມັດຄັ້ງທີ 1 ຈໍານວນ 3,25 ຕື້ກີບ.

ທັ້ງນີ້, ລັດຖະບານອະນຸມັດເງິນແຮສຸກເສີນ ຄັ້ງທີ 2 ຈຳນວນ 20 ຕື້ກີບ ຊື່ງໄດ້ໃຊ້ຈ່າຍ ລະອຽດດັ່ງນີ້: ຈ່າຍຄັ້ງທີ່ 1 ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນ ທົ່ວປະເທດ ຈໍານວນ 9 ຕື້ກີບ (ແຂວງລະ 500ລ້ານກີບ); ຈ່າຍໃຫ້ກະຊວງປ້ອງກັນຄວາມສະຫງົບ ຈຳນວນ 500 ລ້ານກີບ; ຈ່າຍຄັ້ງທີ່ 2 ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ຈຳນວນ 6,9 ຕື້ກີບ, ຈ່າຍຊ່ວຍໜຸນໃຫ້ ນັກສຶກສາລາວຢູ່ເມືອງອູຮັນ (ສ ປຈີນ) ຈຳນວນ 154 ລ້ານກີບ; ຈ່າຍຮັບໃຊ້ຊ່ຽວຊານແພດຈີນ ໄປເຄື່ອນໄຫວວຽກຢູ່ທ້ອງຖິ່ນ ຈໍານວນ 10 ລ້ານກີບ; ຍອດເຫຼືອຈາກບ້ວງເງິນອະນຸມັດຄັ້ງທີ 2 ຈຳນວນ 3,4 ຕື້ກີບ; ລວມຍອດເຫຼືອທັງໝົດ ຄັ້ງທີ 1 + ຄັ້ງທີ 2 (10 ຕື້ກີບ+20 ຕື້ກີບ -23,38 ຕື້ກີບ) = ຈໍານວນ 6,66 ຕື້ກີບ.

ທ່ານໃຫ້ຮູ້ຕື່ມວ່າ: ນັບແຕ່ເລີ້ມຕົ້ນມີການລະບາດຈົນຮອດປັດຈຸບັນ ໄດ້ຮັບເຄື່ອງຊ່ວຍເຫຼືອ ຈາກຕ່າງປະເທດ, ຈາກສັງຄົມ ແລະ ຜູ້ປະກອບການຢູ່ພາຍໃນ ແລະ ຮັບຈາກໂຄງການ ລວມທັງໝົດຈໍານວນ 185 ຄັ້ງ ຈາກ 117 ພາກສ່ວນ ມີມູນຄ່າ ການຊ່ວຍເຫຼືອທັງໝົດ 40,2 ຕື້ກວ່າກີບ, 12,5ລ້ານກວ່າໂດລາສະຫະລັດ, 3,2ລ້ານກວ່າບາດ, 820.308ແສນກວ່າຢວນ ແລະ 107ລ້ານກວ່າເຢັນ. ໃນນັ້ນມູນຄ່າການຊ່ວຍເຫຼືອ ເປັນອຸປະກອນທັງໝົດມີ 34ຕື້ກວ່າກີບ; 4,8ລ້ານກວ່າໂດລາສະຫະລັດ ແລະ 363.280 ແສນກວ່າຢວນ.

ລາຍລະອຽດໃນການຮັບ ແລະ ການແຈກຢາຍ ເຄື່ອງ ແມ່ນມີລະບົບໃນການຕິດຕາມຮັບຈ່າຍໃນແຕ່ລະຄັ້ງ, ໃຊ້ລະບົບ mSupply ການອະນຸມັດຈ່າຍເຄື່ອງໂດຍຜ່ານຄະນະຮັບຜິດຊອບທີ່ໄດ້ຖືກມອບໝາຍ.