ຂ່າວດີມື້ນີ້! ລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ ດ້ານການເກັບຕົວຢ່າງກວດຫາເຊື້ອ ຕອນນີ້ເກືອບ 97ພັນຄົນແລ້ວ

160

ຂ່າວດີ 37ມື້ ສປປ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຫຼັງພົບກໍລະນີຫຼ້າສຸດເມື່ອວັນທີ 6 ທັນວາ 2020 ທີ່ຜ່ານມາ, ເຮັດໃຫ້ຕົວເລກສະສົມຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ທີ່ 41ຄົນ ເຊິ່ງປິ່ນປົວຫາຍດີແລ້ວ 40ຄົນ ແລະ ຍັງມີຄົນເຈັບປິ່ນປົວຢູ່ໂຮງໝໍພໜງ 1 ຄົນ. ຂະນະດຽວກັນ ຕົວເລກການເກັບຕົວຢ່າງມາກວດວິເຄາະຫຫາເຊື້ອໂຄວິດ-19 ໃນປະເທດເຮົາ ມາຮອດປັດຈຸບັດກວດແລ້ວທັງໝົດ 96.568 ຕົວຢ່າງ.

ທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນອັງຄານ ວັນທີ 12 ມັງກອນ  2021 ໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 11 ມັງກອນ 2021 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.364 ຄົນ; ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 11 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 537 ຄົນ, ໃນນັ້ນ ມີ 118 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວທີກັບມາແຕ່ໄທບໍ່ມີອາການ 344 ຕົວຢ່າງ; ແຮງງານຈີນບໍ່ມີອາການ 65 ຕົວຢ່າງ; ແຮງງານໄທບໍ່ມີອາການ 7 ຕົວຢ່າງ; ແຮງງານລາວມາແຕ່ຈີນບໍ່ມີອາການ 3 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 11 ມັງກອນ 2021 ບໍ່ພົບຜູ້ຕິດເຊື້ອໃໝ່ ລວມເປັນ 37 ມື້ທີ່ບໍ່ພົບຜູ້ຕິດເຊື້ອ (ກໍລະນີສຸດທ້າຍພົບວັນທີ 6 ທັນວາ 2020)

ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 11 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 96.568 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ. ດ້ານການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປັດຈຸບັນ ຍັງມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 1 ຄົນ ທີ່ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ, ບໍ່ມີອາການສົນຫຍັງ.

ທ່ານ ກ່າວຕື່ມວ່າ: ສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນໂລກນີ້ ຍັງບໍ່ໄດ້ຜ່ອນຄາຍລົງ, ບາງປະເທດຍັງກັບຄືນມາລະບາດອີກຄັ້ງໃໝ່ ເຖິງວ່າຈະມີການລີເລີ້ມນຳໃຊ້ Vaccine ປ້ອງກັນພະຍາດ ໂຄວິດ-19 ຢູ່ໃນບາງປະເທດມາແລ້ວ ຢູ່ປະເທດໃກ້ຄຽງທີ່່ມີຊາຍແດນຕິດຈອດກັບປະເທດພວກເຮົາກໍ່ຍັງມີການລະບາດຢູ່ໃນຊຸມຊົນ ຊຶ່ງມີຄວາມສ່ຽງສູງທີ່ຈະນຳເອົາເຊື້ອເຂົ້າມາປະເທດຂອງພວກເຮົາ.

ທັງນີ້, ປະຈຸບັນຢູ່ປະເທດຂອງພວກເຮົາມີຂະບວນການອັນສຳຄັນລະດັບຊາດຫຼາຍຢ່າງ ເປັນຕົ້ນວ່າ: ການດຳເນີນກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ, ວັນສ້າງຕັ້ງກອງທັບ 20 ມັງກອນ ຄົບຮອບ 72 ປີ (1949-2021), ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ66 ປີ(1955-2021) ເຊຶ່ງຈະຕ້ອງໄດ້ຮຽກຮ້ອງໃຫ້ທົ່ວສັງຄົມຮ່ວມແຮງ, ຮ່ວມໃຈກັນປ້ອງກັນພະຍາດ ໂຄວິດ-19 ເພື່ອໃຫ້ປະເທດຂອງພວກເຮົາມີຄວາມສະຫງົບສຸກ ຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດ ໂຄວິດ-19.

ໂດຍສະເພາະເຈົ້າໜ້າທີ່ ທີ່ເຮັດວຽກຕາມຊາຍແດນ, ອຳນາດການປົກຄອງ ເພີ້ມຄວາມເຂັ້ມງວດກວດກາຕາມຊາຍແດນ, ກໍລະນີພົບເຫັນຜູ້ລັກລອບເຂົ້າມາແມ່ນໃຫ້ນຳສົ່ງເຂົ້າສູນຈຳກັດບໍລິເວນ ເພື່ອກວດວິເຄາະຫາເຊື້ອ, ຄວບຄຸມບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ເຊື້ອ; ເຈົ້າໜ້າທີ່ຢູ່ດ່ານຊາຍແດນເຂັ້ມງວດໃນການກວດໃບຢັ້ງຢືນວິເຄາະຫາເຊື້ອ ໂຄວິດ-19 ນຳຜູ້ຂັບລົດຂົນສົ່ງທຸກຄົນ ຖ້າບໍ່ມີໃບຢັ້ງຢືນກວດ ໂຄວິດ-19 ເປັນຜົນລົບ ພາຍໃນ 1 ອາທິດ ແມ່ນບໍ່ອະນຸຍາດໃຫ້ລົດຜ່ານ ແລະ ເກັບຕົວຢ່າງມາກວດຫາເຊື້ອ.

ພ້ອມນີ້, ໃຫ້ທຸກພາກສ່ວນ, ຂະແໜງການພາກລັດ-ເອກະຊົນ, ອຳນາດການປົກຄອງທຸກຂັ້ນ, ພໍ່ແມ່ປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ ລວມທັງຜູ້ເດີນທາງເຂົ້າມາ ສປປ ລາວ ຈົ່ງໃຫ້ການຮ່ວມມື-ຮ່ວມໃຈກັນຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກດ້ວຍຄວາມຮັບຜິດຊອບສູງ