Monthly Archives: January, 2021

5 ປີຜ່ານມາ ເສດຖະກິດແຫ່ງຊາດ ຂະຫຍາຍຕົວສະເລ່ຍຢູ່ໃນລະດັບ 5,8% ຕໍ່ປີ,ຂະແໜງການອຸດສາຫະກໍາເປັນຍູ້ສຳຄັນ

Lao National Radio, ໃນໄລຍະ 5 ປີຜ່ານມາ, ເສດຖະກິດແຫ່ງຊາດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງສະເລ່ຍຄາດວ່າຈະຢູ່ໃນລະດັບ 5,8% ຕໍ່ປີ ແລະ ໃນປີ 2020 ຄາດວ່າຈະຂະຫຍາຍຕົວປະມານ 3,3%, ແຕ່ເຫັນວ່າອັດຕາການຂະຫຍາຍຕົວມີທ່າອ່ຽງຫລຸດລົງຢ່າງຕໍ່ເນື່ອງ ແລະ ຫລຸດແຜນການວາງໄວ້, ໃນນີ້ ຂະແໜງກະສິກໍາ ຂະຫຍາຍຕົວສະເລ່ຍ 2,1%, ອຸດສາຫະກໍາ...

ຈີນ – ມຽນມາ ລົງນາມສຶກສາຄວາມເປັນໄປໄດ້ກໍ່ສ້າງທາງລົດໄຟ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຈີນ ແລະ ມຽນມາ ໄດ້ລົງນາມບັນທຶກຄວາມເຂົ້າໃຈ ( MOU ) ເພື່ອສຶກສາຄວາມເປັນໄປໄດ້ສຳລັບໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ ລະ ຫວ່າງເມືອງມັນທະເລ ໃນພາກກາງຂອງມຽນມາ ກັບເມືອງຈອກພະຢູ ເມືອງທ່າສຳຄັນ ໃນລັດຍະໄຂ່. ເສັ້ນທາງລົດໄຟສາຍນີ້ຈະຊ່ວຍສະໜັບສະໜູນການພັດທະນາເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນມຽນມາໃຫ້ດີຂຶ້ນ ລວມເຖິງຂະບວນການສັນຕິພາບ ແລະ ຂະບວນການສ້າງຄວາມສາມັກຄີພາຍໃນປະເທດ. ສຳລັບການຮ່ວມມືດ້ານລົດໄຟ ລະຫວ່າງ ຈີນ ແລະ ມຽນມາ...

ສາທາແຈ້ງ ຜູ້ເດີນທາງເຂົ້າລາວແບບບໍ່ຖືກລະບຽບໂດຍຜ່ານເຂດເມືອງສັງທອງ ທັງ 10ຄົນ ຖືກນໍາເຂົ້າສູນຈໍາກັດບໍລິເວນແລ້ວ

ໃນວັນທີ 13 ມັງກອນ 2021 ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍໃຫ້ຮູ້ວ່າ: ຮອດ 5 ໂມງແລງ ຂອງວັນທີ 12 ມັງກອນ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ...

ອຸຕຸເຕືອນ 13-17ມັງກອນ ຍັງໜາວຫຼາຍ ແຈ້ງປະຊາຊົນເລື່ອນການປັກດໍານາແຊງອອກໄປກ່ອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການເຕືອນ ອຸຕຸກະເສດ ໃນໄລຍະວັນທີ 13 ຫາ 17 ມັງກອນ 2021 ແຈ້ງໃຫ້ປະຊາຊົນຮູ້ໃນໄລຍະວັນດັ່ງກ່າວ ອາກາດຈະຍັງໜາວເຢັນ ເຊິ່ງມັນອາດກະທົບຕໍ່ການປູກເຂົ້ານາແຊງ ແນະນໍາໃຫ້ເລື່ອນການປັກດໍາອອກໄປກ່ອນ. ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການ ສະບັບເລກທີ 0036/ກອຕທ ນະຄອນຫຼວງວຽງຈັນ,...

ຮັບສະໝັກທີມເຂົ້າຮ່ວມແຂ່ງຂັນຟຸດຊໍຊາຍ ຊີງຂັນປະທານ ສຕລ ເປີດສາກທ້າຍເດືອນນີ້

ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ບໍລິສັດ ເຊຍລາວ ສະປອດ ເອັນເຕີເທັນເມັ້ນ ຈໍາກັດ ( Cheer Lao entertainment ) ກຽມການແຂ່ງຂັນ ຟຸດຊໍ ປະເພດຊາຍ ທົ່ວໄປ ໃນລາຍການ Revive Futsal Cup 2021 ຊີງຂັນປະທານສະຫະພັນບານເຕະແຫ່ງຊາດ ກໍານົດ 12...

ຟີຟາ ແຕ່ງຕັ້ງ ກໍາມະການຕັດສິນ-ຜູ້ຊ່ວຍ ລະດັບຟີຟາ 2021 ໂດຍກໍາມະການລາວຕິດເຖິງ 11 ຄົນ

ສະຫະພັນບານເຕະນານາຊາດ ( ຟີຟາ ) ໄດ້ຕົກລົງແຕ່ງຕັ້ງ ກຳມະການຕັດສິນ ແລະ ຜູ້ຊ່ວຍກໍາມະການຕັດສິນບານເຕະ ຟີຟາ 2021 ແລະ ກຳມະການຕັດສິນຟຸດຊໍ ຟີຟາ 2021 ເຊິ່ງໃນນັ້ນ ກໍາມະການລາວ ຕິດ 11 ທ່ານ ພິເສດໄປກວ່ານັ້ນມີ ກຳມະການຕັດສິນຍິງ ຟີຟາ ຄົນທຳອິດທີ່ສອບເສັງຜ່ານ ຕາມການລາຍງານຂອງ...

WHO ຈັດຫາວັກແຊັງ 2 ພັນລ້ານໂດສ ພ້ອມຢ້ຳທຸກປະເທດຕ້ອງເຂົ້າເຖິງຢ່າງເທົ່າທຽມ

ທ່ານ ທີໂດຣສ ອັກຮານອມກີບຣີເຢຊູສ ຜູ້ອຳນວຍການ ໃຫຍ່ອົງການອະນາໄມໂລກ ( WHO ) ເປີດເຜີຍວ່າ: ໂຄງການໂຄແວັກ ( COVAX ) ເຊິ່ງເປັນໂຄງການຈັດຫາວັກແຊັງປ້ອງກັນໂຄວິດ - 19 ພາຍໃຕ້ການນຳພາຂອງອົງການອະນາໄມໂລກນັ້ນ ໄດ້ເຮັດສັນຍາຈັດຫາວັກແຊັງໄດ້ 2 ພັນລ້ານໂດສແລ້ວ ແລະ ພ້ອມຈະແຈກຢາຍໃຫ້ປະເທດຕ່າງໆຢ່າງເທົ່າທຽມກັນ ( ສຳລັບປະເທດທີ່ເຂົ້າຮ່ວມໂຄງການ...

ຜະລິດຕະພັນເບຍລາວ ນຳໃຊ້ສະຫຼາກໃໝ່ ລະບຸຂໍ້ມູນໂພຊະນາການໃນສະຫຼາກສິນຄ້າ

ນັບຕັ້ງແຕ່ປີ 1973 ເປັນຕົ້ນມາ, ເບຍລາວ ໄດ້ເຕີບ ໃຫຍ່ຢ່າງເຂັ້ມແຂງຈົນກາຍເປັນເບຍທີ່ຄອງອັນດັບໜຶ່ງຢູ່ ສປປ ລາວ ມາຮອດປັດຈຸບັນບໍ່ສະເພາະແຕ່ຜົນສໍາເລັດດັ່ງກ່າວນີ້ ບໍລິສັດ ເບຍລາວ ຈໍາກັດ ຍັງໄດ້ຍົກສູງມາດຕະຖານຂຶ້ນຕື່ມ ໂດຍການນໍາໃຊ້ຂໍ້ມູນດ້ານໂພຊະນາການທີ່ໄດ້ມາດຕະຖານສາກົນໃນສະຫຼາກຂອງເບຍລາວ. ເມື່ອບໍ່ດົນມານີ້, ທາງບໍລິສັດ ເບຍລາວ ຈຳກັດ ໄດ້ສົ່ງຕົວຢ່າງກຸ່ມຜະລິດຕະພັນເບຍລາວ ໄປຍັງຫ້ອງວິໄຈ Campden BRI Food and drinks...

ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 13 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ມີກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ ພ້ອມດ້ວຍບັນດາສະມາຊິກພັກສົມບູນ ຈຳນວນ...

ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ຢ້ຽມຢາມອ້າຍນ້ອງກອງຮ້ອຍທະຫານຊາຍແດນ 321 ແລະ 320

ໃນວັນທີ 9 - 10 ມັງກອນ 2021 ນີ້ ສະຫາຍ ພັນໂທ ແຫຼວຄຳ ໄຊຍະສົມບັດ ຮອງຫົວໜ້າຫ້ອງການເມືອງ ທະຫານແຂວງສະຫວັນນະເຂດ ພ້ອມດ້ວຍອົງການຈັດຕັ້ງຊາວໜຸ່ມແມ່ຍິງທະຫານແຂວງ ໄດ້ລົງພົບປະຢ້ຽມຢາມ ແລະ ຊຸກຍູ້ນໍ້າໃຈພະນັກງານ - ນັກຮົບກອງຮ້ອຍທະຫານຊາຍແດນ 321 ແລະ 320 ທີ່ປະຕິບັດໜ້າທີ່ວຽກງານຢູ່ເຂດຫ່າງໄກສອກຫຼີກ. ກ່ອນອື່ນສະຫາຍຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ຮັບຟັງການລາຍງານຫຍໍ້ຈາກຄະນະພັກ...
- Advertisment -
Slide
Slide

Most Read

error: Content is protected !!