ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ຢ້ຽມຢາມອ້າຍນ້ອງກອງຮ້ອຍທະຫານຊາຍແດນ 321 ແລະ 320

115

ໃນວັນທີ 9 – 10 ມັງກອນ 2021 ນີ້ ສະຫາຍ ພັນໂທ ແຫຼວຄຳ ໄຊຍະສົມບັດ ຮອງຫົວໜ້າຫ້ອງການເມືອງ ທະຫານແຂວງສະຫວັນນະເຂດ ພ້ອມດ້ວຍອົງການຈັດຕັ້ງຊາວໜຸ່ມແມ່ຍິງທະຫານແຂວງ ໄດ້ລົງພົບປະຢ້ຽມຢາມ ແລະ ຊຸກຍູ້ນໍ້າໃຈພະນັກງານ – ນັກຮົບກອງຮ້ອຍທະຫານຊາຍແດນ 321 ແລະ 320 ທີ່ປະຕິບັດໜ້າທີ່ວຽກງານຢູ່ເຂດຫ່າງໄກສອກຫຼີກ.

ກ່ອນອື່ນສະຫາຍຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ຮັບຟັງການລາຍງານຫຍໍ້ຈາກຄະນະພັກ – ຄະນະບັນຊາໃນສອງກົມກອງ ກ່ຽວກັບວຽກງານການເຄື່ອນໄຫວຕ່າງໆຂອງກົມກອງໃນໄລຍະຜ່ານມາ. ໃນການລົງພົບປະຢ້ຽມຢາມຄັ້ງນີ້ ສະຫາຍ ພັນໂທ ແຫຼວຄຳ ໄຊຍະສົມບັດ ພ້ອມດ້ວຍອົງການຈັດຕັ້ງແມ່ຍິງທະຫານແຂວງ ກໍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໄຍພ້ອມເຄື່ອງຕ້ອນຂອງຝາກຈຳນວນໜຶ່ງໄປຊຸກຍູ້ນໍ້າໃຈອ້າຍນ້ອງພະນັກງານນັກຮົບກອງຮ້ອຍທະຫານຊາຍແດນ320 ແລະ 321 ທີ່ກຳລັງປະຕິບັດໜ້າທີ່ວຽກງານລຽບຕາມຊາຍແດນ ລາວ – ຫວຽດ ດ້ວຍຄວາມຮັບຜິດຊອບສູງ ດັ່ງສະຫາຍ ພັນໂທ ນາງ ສົມພະໄທ ໄຊຍະວົງສິນ ຫົວໜ້າພະແນກສະຫະພັນແມ່ຍິງທະຫານແຂວງ ໄດ້ໃຫ້ຮູ້ວ່າ: ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ທີ່ຈະມາເຖິງນີ້ ອົງການຈັດຕັ້ງຊາວໜຸ່ມແມ່ຍິງທົ່ວທະຫານແຂວງ ໄດ້ປຸກລະດົມນໍ້າໃຈກັນຫາເຄື່ອງຕ້ອນຂອງຝາກ ເພື່ອນຳໄປຊຸກຍູ້ນໍ້າໃຈອ້າຍນ້ອງທະຫານຊາຍແດນມີເຄື່ອງອຸປະໂພກ – ບໍລິໂພກ ເປັນຕົ້ນໝາກເຜັດ, ປາກະປ໋ອງ, ຢາສີພັນ, ເກືອ, ແປ້ງນົວ, ໝີ່ ແລະ ອື່ນໆ. ນອກນັ້ນ, ຍັງມີເຄື່ອງນຸ່ງຫົ່ມຂອງຜູ້ໃຫຍ່ ແລະ ເດັກນ້ອຍຈຳນວນຫຼາຍຊຸດ ເພື່ອນຳໄປມອບໃຫ້ບ້ານອ້ອມຂ້າງທີ່ຕົນຕັ້ງທັບຢູ່ທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ.

ในภาพอาจจะมี 2 คน, สถานที่กลางแจ้ง

ຈາກນັ້ນ, ສະຫາຍ ພັນຕີ ແກ້ວເລີດມາ ບຸດຕະວົງ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 320 ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງຕໍ່ຄະນະພັກກອງບັນຊາການ ຄະນະຫ້ອງການເມືອງກໍຄືອົງການຈັດຕັ້ງຊາວໜຸ່ມແມ່ຍິງທົ່ວທະຫານແຂວງ, ທີ່ໄດ້ລົງມາຊຸກຍູ້ນຳໃຈອ້າຍນ້ອງທະຫານຊາຍແດນ 321 ແລະ 320 ເຊິ່ງຍາມໃດກໍໄດ້ເປັນຫ່ວງເປັນໄຍຕໍ່ອ້າຍນ້ອງມາໂດຍຕະຫຼອດ, ໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ທີ່ຈະມາຮອດໃນມໍ່ໆນີ້ ຕາງໜ້າຄະນະພັກ – ຄະນະບັນຊາສອງກອງຮ້ອຍທະຫານຊາຍແດນ ຂໍອວຍພອນໄຊອັນປະເສີດໃຫ້ຄະນະພັກ ຄະນະບັນຊາກອງບັນຊາການທະຫານແຂວງ ຫ້ອງການເມືອງ ກໍຄືອົງການຈັດຕັ້ງຊາວໜຸ່ມແມ່ຍິງທົ່ວທະຫານແຂວງ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ພັກ – ລັດ ແລະ ການຈັດຕັ້ງມອບໝາຍໃຫ້.

[ ຂ່າວ: ພານິດ ພິລາວົງ ]