ສາທາແຈ້ງ ຜູ້ເດີນທາງເຂົ້າລາວແບບບໍ່ຖືກລະບຽບໂດຍຜ່ານເຂດເມືອງສັງທອງ ທັງ 10ຄົນ ຖືກນໍາເຂົ້າສູນຈໍາກັດບໍລິເວນແລ້ວ

78

ໃນວັນທີ 13 ມັງກອນ 2021 ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍໃຫ້ຮູ້ວ່າ: ຮອດ 5 ໂມງແລງ ຂອງວັນທີ 12 ມັງກອນ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.929 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ພາບປະກອບຂ່າວເທົ່ານັ້ນ

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 12 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 371 ຄົນ, ໃນນັ້ນ ມີ 14 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ; 60 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວກັບມາແຕ່ໄທບໍ່ມີອາການ 189 ຕົວຢ່າງ; ແຮງງານໄທບໍ່ມີອາການ 73 ຕົວຢ່າງ; ແຮງງານຫວຽດນາມບໍ່ມີອາການ 32 ຕົວຢ່າງ; ແຮງງານລາວມາແຕ່ຈີນບໍ່ມີອາການ 3 ຕົວຢ່າງ; ເຊິ່ງຜົນກວດວິເຄາະທັງໝົດ ແມ່ນກຳລັງລໍຖ້າຜົນກວດ ຈະແຈ້ງຜົນກວດຕື່ມພາຍຫຼັງ.

ພາບປະກອບຂ່າວເທົ່ານັ້ນ

ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 12 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 96,939 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປະຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 1 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນມີອາການເບົາບາງ, ບໍ່ມີອາການສົນຫຍັງ.

ພາບປະກອບຂ່າວເທົ່ານັ້ນ

ທ່ານກ່າວຕື່ມວ່າ: ປັດຈຸບັນ ຫຼາຍປະເທດໃນທົ່ວໂລກ ກຳລັງມີການລະບາດຂອງພະຍາດ ໂຄວິດ-19 ໃນຮອບໃໝ່ຢ່າງໄວວາ, ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເພິ່ມສູງຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ການດຳເນີນຊີວິດຂອງປະຊາຊົນ ທັງທາງກົງ ແລະ ທາງອ້ອມ;  ສະເພາະ ສປປ ລາວເຮົາ ຜ່ານມາ ມີລາຍງານກໍລະນີຄົນເຂົ້າມາ ສປປ ລາວ ບໍ່ຖືກລະບຽບ ໂດຍໃຊ້ເຮືອນ້ອຍ ຂ້າມມາຈາກປະເທດໄທ ຜ່ານເຂດເມືອງສັງທອງ, ນະຄອນຫຼວງວຽງຈັນ, ນັບແຕ່ວັນທີ 1 ມັງກອນ 2021 ຫາ ວັນທີ 11 ມັງກອນ 2021 ແມ່ນມີທັງໝົດ 10 ຄົນ, ໃນນັ້ນ ເປັນ
ເພດຊາຍ 7 ຄົນ ເຊິ່ງທັງໝົດ ແມ່ນຖືກນຳເຂົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້.

ພາບປະກອບຂ່າວເທົ່ານັ້ນ

ແນວໃດກໍ່ຕາມ ເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດຂອງເຮົາ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ພວກເຮົາທຸກຄົນ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ພ້ອມທັງ ມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ ເປັນຕົ້ນແມ່ນ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ແອອັດ, ຮັກສາໄລຍະຫ່າງທາງສັງຄົມ 1-2 ແມັດຂຶ້ນໄປ ເພື່ອຫຼຸດຜ່ອນຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ໂຄວິດ-19.

ພ້ອມດຽວກັນ ກໍ່ໃຫ້ໝັ່ນສັງເກດສຸຂະພາບຮ່າງກາຍຂອງຕົນເອງ, ລູກຫຼານ ແລະ ຄົນໃນຄອບຄົວ ຖ້າຫາກທ່ານມີອາການ ຄ້າຍຄືໄຂ້ຫວັດ ກໍ່ໃຫ້ຮີບຮ້ອນໄປພົບແພດ ເພື່ອຮັບການກວດສຸຂະພາບໂດຍໄວ ຫຼື ກໍລະນີສົງໃສ ຈະໄດ້ທຳການເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 ຢ່າງທັນທີ.