WHO ຈັດຫາວັກແຊັງ 2 ພັນລ້ານໂດສ ພ້ອມຢ້ຳທຸກປະເທດຕ້ອງເຂົ້າເຖິງຢ່າງເທົ່າທຽມ

120

ທ່ານ ທີໂດຣສ ອັກຮານອມກີບຣີເຢຊູສ ຜູ້ອຳນວຍການ ໃຫຍ່ອົງການອະນາໄມໂລກ ( WHO ) ເປີດເຜີຍວ່າ: ໂຄງການໂຄແວັກ ( COVAX ) ເຊິ່ງເປັນໂຄງການຈັດຫາວັກແຊັງປ້ອງກັນໂຄວິດ – 19 ພາຍໃຕ້ການນຳພາຂອງອົງການອະນາໄມໂລກນັ້ນ ໄດ້ເຮັດສັນຍາຈັດຫາວັກແຊັງໄດ້ 2 ພັນລ້ານໂດສແລ້ວ ແລະ ພ້ອມຈະແຈກຢາຍໃຫ້ປະເທດຕ່າງໆຢ່າງເທົ່າທຽມກັນ ( ສຳລັບປະເທດທີ່ເຂົ້າຮ່ວມໂຄງການ ).

ຜູ້ອຳນວຍການ WHO ລະບຸວ່າ: ໂຄງການໂຄແວັກໄດ້ຈັດຫາວັກແຊັງປ້ອງກັນໂຄວິດ – 19 ທີ່ມີຄຸນນະພາບ ແລະ ປະສິດທິພາບໄດ້ 2 ພັນລ້ານໂດສແລ້ວ ແລະ ປະຊາຊົນຈະໄດ້ຮັບການສັກວັກແຊັງໃນໄວໆນີ້ ຫຼັງຈາກທີ່ມີການສົ່ງມອບວັກແຊັງ ແລະ ຈະແຈກຢາຍວັກແຊັງຢ່າງເທົ່າທຽມບໍ່ວ່າຈະເປັນປະເທດທີ່ທຸກຍາກ ຫຼື ລ້ຳລວຍກໍຕາມ.

ທ່ານກ່າວອີກວ່າ: ປັດຈຸບັນມີ 42 ປະເທດ ທີ່ສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ປະຊາຊົນ ໂດຍ 36 ປະເທດ ຢູ່ໃນກຸ່ມປະເທດທີ່ມີລາຍໄດ້ສູງ ແລະ ອີກ 6 ປະເທດ ຢູ່ໃນກຸ່ມປະເທດທີ່ມີລາຍໄດ້ປານກາງ. ດັ່ງນັ້ນ, ທີ່ເປັນບັນຫາກໍຄືບັນດາປະເທດທີ່ມີລາຍໄດ້ຕ່ຳ ແລະ ປະເທດທີ່ມີລາຍໄດ້ປານກາງ ສ່ວນໃຫຍ່ ຍັງບໍ່ໄດ້ຮັບວັກແຊັງ, ດັ່ງນັ້ນ ໂຄງການໂຄແວັກ ຈຶ່ງເນັ້ນໃສ່ການເຂົ້າເຖິງວັກແຊັງປ້ອງກັນໂຄວິດ – 19 ຢ່າງເທົ່າທຽມກັນ.