ຜະລິດຕະພັນເບຍລາວ ນຳໃຊ້ສະຫຼາກໃໝ່ ລະບຸຂໍ້ມູນໂພຊະນາການໃນສະຫຼາກສິນຄ້າ

515

ນັບຕັ້ງແຕ່ປີ 1973 ເປັນຕົ້ນມາ, ເບຍລາວ ໄດ້ເຕີບ ໃຫຍ່ຢ່າງເຂັ້ມແຂງຈົນກາຍເປັນເບຍທີ່ຄອງອັນດັບໜຶ່ງຢູ່ ສປປ ລາວ ມາຮອດປັດຈຸບັນບໍ່ສະເພາະແຕ່ຜົນສໍາເລັດດັ່ງກ່າວນີ້ ບໍລິສັດ ເບຍລາວ ຈໍາກັດ ຍັງໄດ້ຍົກສູງມາດຕະຖານຂຶ້ນຕື່ມ ໂດຍການນໍາໃຊ້ຂໍ້ມູນດ້ານໂພຊະນາການທີ່ໄດ້ມາດຕະຖານສາກົນໃນສະຫຼາກຂອງເບຍລາວ.

ເມື່ອບໍ່ດົນມານີ້, ທາງບໍລິສັດ ເບຍລາວ ຈຳກັດ ໄດ້ສົ່ງຕົວຢ່າງກຸ່ມຜະລິດຕະພັນເບຍລາວ ໄປຍັງຫ້ອງວິໄຈ Campden BRI Food and drinks Innovation ທີ່ເປັນຫ້ອງວິໄຈເອກະລາດ ດ້ານອາຫານ ແລະ ເຄື່ອງດື່ມ ຢູ່ນະຄອນຫຼວງລອນດອນ ປະເທດອັງກິດ ເຊິ່ງເປັນອົງກອນທີ່ໄດ້ມາດຕະຖານການວິໄຈລະດັບສາກົນທີ່ຖືກຮັບຮອງ ໂດຍສະຖາບັນທີ່ໃຫ້ບໍລິການຮັບຮອງແຫ່ງຊາດຂອງປະເທດອັງກິດ United Kingdom Accreditation Service ( UKAS ).

ພາຍຫຼັງໄດ້ຮັບຂໍ້ມູນຜົນຂອງການວິໄຈ, ບໍລິສັດ ເບຍລາວ ໄດ້ເພີ່ມຂໍ້ມູນທາງໂພຊະນາການທີ່ສອດຄ່ອງກັບມາດຕະຖານສາກົນ ເຂົ້າໃນທຸກໆຜະລິດຕະພັນຂອງເບຍລາວ, ຜູ້ບໍລິໂພກສາມາດສຶກສາຄຸນຄ່າໂພຊະນາການ ເຊັ່ນ: ພະລັງງານ, ໄຂມັນ, ທາດແປ້ງ, ນໍ້າຕານ, ໂປຣຕິນ ແລະ ເກືອ ທີ່ລະບຸຢູ່ໃນກາຫຼັງຂອງທຸກໆແກ້ວ ແລະ ກະປ໋ອງ ຂອງຜະລິດຕະພັນເບຍລາວ ທີ່ໄດ້ເລີ່ມອອກສູ່ຕະຫຼາດຕັ້ງແຕ່ວັນທີ 15 ທັນວາ 2020 ເປັນຕົ້ນມາ.

ไม่มีคำอธิบายรูปภาพ

ທ່ານ ເຮັນຣິກ ແອນເດີເຊັນ ອໍານວຍການ ບໍລິສັດ ເບຍລາວ ໄດ້ກ່າວວ່າ: “ ເນື່ອງຈາກເບຍລາວ ມີຄວາມຜູກພັນຢ່າງໃກ້ຊິດກັບວັດທະນະທໍາລາວ ແລະ ຄົນລາວ, ພວກເຮົາຈຶ່ງຕ້ອງຮັກສາມາດຕະຖານການເປັນບໍລິສັດນໍາໜ້າດ້ານເຄື່ອງດື່ມໃນ ສປປ ລາວ ໂດຍການສືບຕໍ່ຍົກສູງມາດຕະຖານອຸດສາຫະກໍາ ເພື່ອໃຫ້ມີຄວາມໂປ່ງໃສທັງດ້ານໂພຊະນາການ ແລະ ຂໍ້ມູນຂ່າວສານ. ການເລີ່ມຕົ້ນບາດກ້າວທີ່ມີຄວາມໝາຍນີ້ ພວກເຮົາຫວັງຢ່າງຍິ່ງວ່າຈະສາມາດສ້າງການຂັບເຄື່ອນໃໝ່ໃນວົງການຜູ້ຜະລິດເຄື່ອງດື່ມໃນລາວ ເພື່ອເປັນການຊ່ວຍໃຫ້ຜູ້ບໍລິໂພກສາມາດເລືອກສິ່ງທີ່ດີທີ່ສຸດ ເພື່ອຄວາມຕ້ອງການທາງໂພຊະນາການຂອງຕົນເອງກັບຂໍ້ມູນໂພຊະນາການໃໝ່ນີ້.

ຜົນຂອງການວິໄຈຈາກຫ້ອງແລັບ Campden BRI ຢູ່ລອນດອນ ໄດ້ຊີ້ໃຫ້ເຫັນວ່າຄຸນຄ່າທາງໂພຊະນາການຕໍ່ 100 ມິນລີລິດຂອງ ເບຍລາວ ໃຫ້ພະລັງງານ 40 ກິໂລແຄລໍຣີ, ເບຍລາວ ດາກ ໃຫ້ພະລັງງານ 50 ກິໂລແຄລໍຣີ, ເບຍລາວ ໄວທ໌ ໃຫ້ພະລັງງານ 41 ກິໂລແຄລໍຣີ, ເບຍລາວ ໂກລ ໃຫ້ພະລັງງານ 40 ກິໂລແຄລໍຣີ ແລະ ທີ່ສຳຄັນທຸກເບຍທີ່ກ່າວມານີ້ແມ່ນບໍ່ມີທາດນໍ້າຕານ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ສປປ ລາວ ກ່າວວ່າ: ເປັນສິ່ງທີ່ດີທີ່ ບໍລິສັດ ເບຍລາວ ຈໍາກັດ ໄດ້ນໍາສະເໜີຂໍ້ມູນໂພຊະນາການຢ່າງຈະແຈ້ງຢູ່ໃນສະຫຼາກທີ່ສອດຄ່ອງກັບລະບຽບກົດໝາຍດ້ານສະຫຼາກຂອງອາຫານ ແລະ ເຄື່ອງດື່ມ ເຊິ່ງໄດ້ຜ່ານການຮັບຮອງຄວາມຖືກຕ້ອງໂດຍກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເຊິ່ງສະແດງໃຫ້ເຫັນບາດກ້າວໃໝ່ທີ່ເປັນແບບຢ່າງທີ່ດີໃຫ້ແກ່ຫຼາຍທຸລະກິດໄດ້ນຳໄປສຶກສາ ແລະ ປະຕິບັດເພື່ອຍົກລະດັບຜະລິດຕະພັນລາວໃຫ້ໄດ້ມາດຕະຖານສາກົນ ແລະ ຂ້າພະເຈົ້າຢາກຮຽກຮ້ອງໃຫ້ຄົນລາວ ຈົ່ງຮຽນຮູ້ກ່ຽວກັບເນື້ອຫາທາງດ້ານໂພຊະນາການ ແລະ ພະລັງງານໃນສະຫຼາກ ເພື່ອໃຫ້ພວກເຮົາສາມາດພິຈາລະນາບໍລິໂພກໃນປະລິມານທີ່ເໝາະສົມ ແລະ ໄດ້ຮັບຄຸນປະໂຫຍດ.