ຟີຟາ ແຕ່ງຕັ້ງ ກໍາມະການຕັດສິນ-ຜູ້ຊ່ວຍ ລະດັບຟີຟາ 2021 ໂດຍກໍາມະການລາວຕິດເຖິງ 11 ຄົນ

179

ສະຫະພັນບານເຕະນານາຊາດ ( ຟີຟາ ) ໄດ້ຕົກລົງແຕ່ງຕັ້ງ ກຳມະການຕັດສິນ ແລະ ຜູ້ຊ່ວຍກໍາມະການຕັດສິນບານເຕະ ຟີຟາ 2021 ແລະ ກຳມະການຕັດສິນຟຸດຊໍ ຟີຟາ 2021 ເຊິ່ງໃນນັ້ນ ກໍາມະການລາວ ຕິດ 11 ທ່ານ ພິເສດໄປກວ່ານັ້ນມີ ກຳມະການຕັດສິນຍິງ ຟີຟາ ຄົນທຳອິດທີ່ສອບເສັງຜ່ານ ຕາມການລາຍງານຂອງ ສະຫະພັນບານເຕະແຫ່ງຊາດລາວ.

ເພຈ໌ບຸກທາງການຂອງ ສະຫະພັນບານເຕະແຫ່ງຊາດລາວ ລາຍງານເມື່ອວັນທີ 11 ມັງກອນ 2021 ວ່າ: ກໍາມະການບານເຕະລາວ ແລະ ກໍາມະການ ຟຸດຊໍ ລາວ ໄດ້ຮັບການແຕ່ງຕັ້ງເປັນກໍາມະການລະດັບຟີຟາ ປະຈໍາປີ 2021 ຈໍານວນ 11 ທ່ານດັ່ງນີ້:

ກຳມະການຕັດສິນ (ຊາຍ) ຟີຟາ ຈຳນວນ 3 ທ່ານ

  1. ທ່ານ ໄຊປະເສີດ ພົງສະນິດ
  2. ທ່ານ ສວຍ ວົງຄຳ
  3. ທ່ານ ຄຳສິງ ໄຊຍະວົງສີ

ກຳມະການ ຟີຟາ (ຍິງ) ຈຳນວນ 1 ທ່ານ: ທ່ານ ນາງ ແກ້ວມະນີ ແພງເມືອງຄູນ

ຜູ້ຊ່ວຍກຳມະການຕັດສິນ (ຊາຍ) ຟີຟາ ຈຳນວນ 5 ທ່ານ

  1. ທ່ານ ສົມພາວັນ ຫຼວງລາດ
  2. ທ່ານ ພອນສຸກສັນ ເຕໂຊ
  3. ທ່ານ ກິຫລ້າ ລາດຊະວົງ

  1. ທ່ານ ບຸນພັນ ສີສຸວັນ
  2. ທ່ານ ບຸນອູ້ມ ລາດຊະວົງ

ຜູ້ຊ່ວຍກຳມະການ (ຍິງ) ຟີຟາ ຈຳນວນ 1 ທ່ານ

  1. ທ່ານ ນາງ ພຸດສະຫວັນ ຈັນທະວົງ

ກຳມະການຟຸດຊໍ ຟີຟາ ຈຳນວນ 1 ທ່ານ:

  1. ທ່ານ ຄຳປະສົງ ໄຊຍະວົງສີ
    ຮຽບຮຽງຈາກ: ສະຫະພັນບານເຕະແຫ່ງຊາດລາວ