ຮັບສະໝັກທີມເຂົ້າຮ່ວມແຂ່ງຂັນຟຸດຊໍຊາຍ ຊີງຂັນປະທານ ສຕລ ເປີດສາກທ້າຍເດືອນນີ້

100

ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ບໍລິສັດ ເຊຍລາວ ສະປອດ ເອັນເຕີເທັນເມັ້ນ ຈໍາກັດ ( Cheer Lao entertainment ) ກຽມການແຂ່ງຂັນ ຟຸດຊໍ ປະເພດຊາຍ ທົ່ວໄປ ໃນລາຍການ Revive Futsal Cup 2021 ຊີງຂັນປະທານສະຫະພັນບານເຕະແຫ່ງຊາດ ກໍານົດ 12 ທີມຮ່ວມຊີງໄຊ ເລີ່ມເປີດສາກທ້າຍເດືອນນີ້ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 72 ປີ.

ທ່ານ ພຸດດາມອນ ຈັນທະລາສີ ປະທານ ບໍລິສັດ ເຊຍລາວ ສະປອດ ເອັນເຕີເທັນເມັ້ນ ຈຳກັດ ເປີດເຜີຍວ່າ: ການແຂ່ງຂັນ ຟຸດຊໍ ປະເພດຊາຍ ທົ່ວໄປ ໃນລາຍການ Revive Futsal Cup 2021 ຊີງຂັນປະທານສະຫະພັນບານເຕະແຫ່ງຊາດ ຈະກໍານົດເອົາ 12 ທີມເຂົ້າຮ່ວມຊີງໄຊ ຈັດການແຂ່ງຂັນໂດຍ ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ບໍລິສັດ ເຊຍລາວ ສະປອດ ເອັນເຕີເທັນເມັ້ນ ຈໍາກັດ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊາຊົນລາວ ຄົບຮອບ 72 ປີ ລວມທັງເປັນການສ້າງເວທີໃຫ້ກັບນັກກີລາຟຸດຊໍລາວ ໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ ແລະ ພັດທະນາຕົວເອງ ກ້າວສູ່ທີມຊາດລາວໃນອະນາຄົດ.

ປັດຈຸບັນແມ່ນຢູ່ໃນໄລຍະຮັບສະໝັກທີມ ໂດຍກໍານົດພຽງ 12 ທີມເທົ່ານັ້ນ, ຄ່າສະໝັກທີມລະ 1.500.000 ກີບ ( ນັກກິລາ 12 ຄົນ ຄະນະ ຄູຝືກ 3 ຄົນລວມ 15 ຄົນ / ທີມ), ຄ່າມັດຈຳ 1.000.000 ກີບ / ທີມ ( ແຂ່ງຈົບຫັກບັດເຫຼືອງແດງ ເຫລືອສົ່ງເງິນຄືນ ), ທີມເຂົ້າຮ່ວມຈະໄດ້ຮັບ ເສື້ອນັກກີລາ 12 ຜືນ ແລະ ເສື້ອຄະນະຄູຝືກ 3 ຜືນ, ຫມາກບານ 5 ໜ່ວຍ / ທີມ ແລະ ຫ້າມນັກກີລາລາວລີກ 1 ລະດູການ 2019-2020 ( ລະດູການ ທີ່ຜ່ານມາ )ເຂົ້າຮ່ວມ.

ສໍາລັບ ການແຂ່ງຂັນຄາດວ່າຈະຈັດຂຶ້ນລະຫວ່າງວັນທີ 23 ມັງກອນ – 27 ກຸມພາ 2021 ທີ່ສະໜາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍຈະແຂ່ງຂັນທຸກໆ ວັນເສົາ-ອາທິດ.
ຂ່າວ: ຄໍາສອນ; ຮູບຈາກ: KeoBannork Tvs