ອຸຕຸເຕືອນ 13-17ມັງກອນ ຍັງໜາວຫຼາຍ ແຈ້ງປະຊາຊົນເລື່ອນການປັກດໍານາແຊງອອກໄປກ່ອນ

192

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການເຕືອນ ອຸຕຸກະເສດ ໃນໄລຍະວັນທີ 13 ຫາ 17 ມັງກອນ 2021 ແຈ້ງໃຫ້ປະຊາຊົນຮູ້ໃນໄລຍະວັນດັ່ງກ່າວ ອາກາດຈະຍັງໜາວເຢັນ ເຊິ່ງມັນອາດກະທົບຕໍ່ການປູກເຂົ້ານາແຊງ ແນະນໍາໃຫ້ເລື່ອນການປັກດໍາອອກໄປກ່ອນ.

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການ ສະບັບເລກທີ 0036/ກອຕທ ນະຄອນຫຼວງວຽງຈັນ, ລົງວັນທີ 13 ມັງກອນ 2021 ໃຫ້ຮູ້ວ່າ: ຈາກຜົນການພະຍາກອນຂອງລະບົບອຸຕຸກະເສດ (LaCSA) ໄລຍະວັນທີ 13 – 17 ມັງກອນ 2021 ແລະ ຕາມການຄາດຄະເນສະພາບອາກາດ ປະຈໍາອາທິດ ມວນອາກາດຫນາວເຢັນຈາກປະເທດຈີນຍັງມີກໍາລັງແຮງແຜ່ລົງມາປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເຫນືອພັດປົກຄຸມ.

ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດຫນາວຫຼາຍ ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງ ພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະຫນາວເຢັນຫຼາຍ ພ້ອມມີຝົນຕົກຄ່ອຍເປັນບາງໂອກາດ. ສ່ວນຢູ່ພາກກາງ ແລະ ພາກໃຕ້ ອາກາດຈະເຢັນ ຫາ ຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງ ໂອກາດໃນແຕ່ລະພາກ.

ໃນວັນທີ 13 – 17 ມັງກອນ 2021 ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ສົມທົບກັບລົມຕາເວັນອອກສ່ຽງເຫນືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດອຸ່ນຂຶ້ນ 2 ຫາ 4 ອົງສາ ຢູ່ທົ່ວໄປໃນແຕ່ລະພາກ, ແຕ່ສະພາບອາກາດຍັງຫນາວເຢັນຫຼາຍຢູ່ແຂວງພາກເຫນືອ, ເຂດພູສູງ, ພູດອຍ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດ ແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ.

ດັ່ງນັ້ນ, ຈຶ່ງແຈ້ງ ແນະນໍາໃຫ້ປະຊາຊົນ ແລະ ຊາວກະສິກອນ ບັນດາແຂວງໃນຂອບເຂດທົ່ວປະເທດ ຕໍ່ກັບ ສະພາບອາກາດທີ່ຫນາວເຢັນດັ່ງກ່າວ ອາດສົ່ງຜົນກະທົບຕໍ່ການປູກເຂົ້ານາແຊງ ສະນັ້ນຈຶ່ງແນະນໍາຊາວກະສິກອນ ເລື່ອນການປັກດໍາເຂົ້ານາແຊງ.