5 ປີຜ່ານມາ ເສດຖະກິດແຫ່ງຊາດ ຂະຫຍາຍຕົວສະເລ່ຍຢູ່ໃນລະດັບ 5,8% ຕໍ່ປີ,ຂະແໜງການອຸດສາຫະກໍາເປັນຍູ້ສຳຄັນ

408

Lao National Radio, ໃນໄລຍະ 5 ປີຜ່ານມາ, ເສດຖະກິດແຫ່ງຊາດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງສະເລ່ຍຄາດວ່າຈະຢູ່ໃນລະດັບ 5,8% ຕໍ່ປີ ແລະ ໃນປີ 2020 ຄາດວ່າຈະຂະຫຍາຍຕົວປະມານ 3,3%, ແຕ່ເຫັນວ່າອັດຕາການຂະຫຍາຍຕົວມີທ່າອ່ຽງຫລຸດລົງຢ່າງຕໍ່ເນື່ອງ ແລະ ຫລຸດແຜນການວາງໄວ້, ໃນນີ້ ຂະແໜງກະສິກໍາ ຂະຫຍາຍຕົວສະເລ່ຍ 2,1%, ອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 9,1%,ການບໍລິການຂະຫຍາຍຕົວສະເລ່ຍ 4,8% ແລະ ພາສີອາກອນ ຂະຫຍາຍສະເລ່ຍ 5,2%.


ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີ ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະ ຕິວັດລາວ ທີ່ໄຂຂຶ້ນໃນວັນທີ 13 ມັງກອນ 2021ນີ້ວ່າ: ປັດໄຈທີ່ຊຸກຍູ້ການຂະຫຍາຍຕົວເສດຖະກິດສ່ວນໃຫຍ່ມາຈາກຂະແໜງການອຸດສາຫະກໍາ ໂດຍສະເພາະໃນຂະ ແໜງພະລັງງານໄຟຟ້າ ແລະ ການກໍ່ສ້າງ, ສໍາລັບຂະແໜງບໍລິການການຂາຍຍົກ-ຂາຍຍ່ອຍ, ການເງິນ ແລະ ປະກັນໄພ ມີການຂະຫຍາຍຕົວດີ ແຕ່ການປະກອບສ່ວນຕໍ່ເສດຖະກິດບໍ່ສູງ. ສາເຫດຕົ້ນຕໍທີ່ອັດຕາການຂະຫຍາຍຕົວຂອງເສດຖະກິດຊ້າລົງ ແລະ ບໍ່ບັນລຸແຜນການວາງໄວ້ ຍ້ອນການຂະຫຍາຍຕົວຂອງຂະແໜງກະສິກໍາມີທ່າອ່ຽງຫລຸດລົງ ແລະ ຖືກຜົນກະທົບຈາກໄພທໍາມະຊາດ, ຂະແໜງບໍ່ແຮ່ ແລະ ການຂຸດ ຄົ້ນມີທ່າອ່ຽງຫລຸດລົງຈົນຕິດລົບ ນັບແຕ່ໄລຍະປີ 2017-2019 ແລະ ການຂະຫຍາຍຕົວຂອງອຸດສາຫະກໍາປຸງແຕ່ງຍັງຊັກຊ້າ.


ຂະນະດຽວກັນ, ການຂະຫຍາຍຕົວຂອງຂະແໜງບໍລິການກໍມີທ່າອ່ຽງຫລຸດລົງໂດຍສະເພາະແມ່ນການບໍລິການທີ່ພັກອາໄສ ແລະ ຮ້ານອາຫານ ທີ່ຕິດພັນກັບການທ່ອງທ່ຽວ.ນອກຈາກນັ້ນ, ການຂະຫຍາຍ ຕົວເສດຖະກິດແມ່ນຫລຸດລົງຕາມກະແສລວມຂອງເສດຖະກິດພາກພື້ນ ແລະ ສາກົນ ທີ່ມີທ່າອ່ຽງຫລຸດລົງ ໂດຍສະເພາະບັນດາປະເທດຄູ່ຄ້າທີ່ສໍາຄັນ ແລະ ສາເຫດຕໍ່ມາແມ່ນຜົນກະທົບຈາກໄພພິບັດທໍາມະຊາດນ້ໍາຖ້ວມ ແລະການລະບາດພະຍາດໂຄວິດ-19.


ປັດໄຈສໍາຄັນອີກອັນໜຶ່ງ ແມ່ນການຫັນມາອາໄສການຜະລິດ ແລະ ການສົ່ງອອກສິນຄ້ານອກຂະ ແໜງຊັບພະຍາກອນທໍາມະຊາດຫລາຍຂຶ້ນ ໂດຍການຫລຸດຜ່ອນການຂຸດຄົ້ນແຮ່ທາດ ແລະການສົ່ງອອກໄມ້, ຫັນມາສົ່ງເສີມການຜະລິດອຸດສາຫະກໍາປຸງແຕ່ງກະສິກໍາ, ຊິ້ນສ່ວນເຄື່ອງເອເລັກໂຕຣນິກ, ເຄື່ອງໄຟ ຟ້າ ແລະ ການບໍລິການທີ່ຕິດພັນກັບການທ່ອງທ່ຽວຫລາຍຂຶ້ນ.ຄຽງຄູ່ກັນນັ້ນ, ລັດຖະບານໄດ້ເຂັ້ມງວດການປະຕິບັດລະບຽບກົດໝາຍເປັນຕົ້ນ: ເຂັ້ມງວດການສົ່ງອອກໄມ້ເຖື່ອນເຊິ່ງເຮັດໃຫ້ເສດຖະກິດຂອງລາວມີການຂະຫຍາຍຕົວຊ້າລົງເລັກນ້ອຍ ແຕ່ເປັນການເຕີບໂຕທີ່ມີຄຸນນະພາບຫລາຍຂຶ້ນ ແລະ ເປັນການຫັນເຂົ້າສູ່ຖານການຜະລິດຈິງ ເພື່ອສ້າງພື້ນ ຖານທີ່ໜັກແໜ້ນໃຫ້ແກ່ການເຕີບໂຕໃນຕໍ່ໜ້າ.
ແຕ່ເຖິງຢ່າງໃດກໍຕາມ, ໂດຍພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງລັດຖະບານບວກກັບຄວາມບຸກບືນສູງຂອງບັນດາຂະແໜງການ, ອໍານາດການປົກຄອງທ້ອງຖິ່ນ ແລະ ຂອງປະຊາຊົນ ບວກກັບການສະໜັບສະໜູນຂອງບັນດາປະເທດເພື່ອນມິດຍຸດ ທະສາດ ແລະ ຄູ່ຮ່ວມພັດທະນາ ໄດ້ເຮັດໃຫ້ການພັດທະນາເສດ ຖະກິດສັງຄົມ, ເຖິງຈະປະເຊີນກັບຄວາມຫຍຸ້ງຍາກຕ່າງໆອັນໜັກໜ່ວງກໍຕາມ ແຕ່ກໍຍັງສາມາດປະຄອງຕົວ ແລະ ຜ່ານບັນດາຄວາມຫຍຸ້ງຍາກໃນລະດັບດີສົມຄວນ, ຮັບປະກັນການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ. ບັນດາໂຄງການລົງທຶນຂະໜາດໃຫຍ່ໃນຫລາຍຂົງເຂດ ຍັງສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ເປັນຕົ້ນ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າງທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ໂຄງການພະລັງງານ-ບໍ່ແຮ່, ໂຄງການພັດທະນາເຂດເສດຖະກິດພິເສດ ແລະໂຄງການພັດທະນາການທ່ອງທ່ຽວ.


ຜົນສໍາເລັດອັນພົ້ນເດັ່ນແມ່ນພວກເຮົາສາມາດບັນລຸຄາດໝາຍທີ່ສໍາຄັນໃນການນໍາພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ສັງຄົມມີຄວາມສະຫງົບ, ມີສະຖຽນລະພາບຢ່າງໜັກແໜ້ນ ແລະອັດຕາຄວາມທຸກຍາກມີທ່າອ່ຽງຫລຸດລົງ.