Monthly Archives: January, 2021

ຄະນະບໍລິຫານງານສູນກາງພັກ ແລະ ຄະນະຜູ້ແທນສູນກາງ – ທ້ອງຖິ່ນ ວາງພວງມາລາ ແລະ ກະຕ່າດອກໄມ້ ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທ່ີ XI ພັກ

ໜັງສືພິມປະຊາຊົນ, ຕອນເຊົ້າວັນທີ 12 ມັງກອນ ນີ້ ຄະນະບໍລິຫານງານສູນກາງພັກ ນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວແລະ ຄະນະຜຸູ້ແທນສູນກາງ ແລະ ທ້ອງຖິ່ນ ນຳໂດຍ ສະຫາຍ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ...

ດ່ວນທີ່ສຸດ ບໍ່ແກ້ວໃຊ້ກໍາລັງທະຫານຄຸມເຂັ້ມປິດຊົ່ວຄາວເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ອອກແຈ້ງການ ປິດຊົ່ວຄາວເທດສະບານເມືອງຕົ້ໜເຜີ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ນັບແຕ່ວັນທີ 12 ມັງກອນ ຫາ 25 ມັງກອນ 2021. ອີງຕາມແຈ້ງການສະບັບເລກທີ 1579/ສພກ.ບກ, ລົງວັນທີ 12 ມັງກອນ 2021 ໃຫ້ຮູ້ວ່າ: 1 ເຫັນດີປີດເທດສະບານເມືອງຕົ້ນເຜິ້ງ ແລະ...

ການນຳແຂວງຄຳມ່ວນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ເມືອງບົວລະພາ

ທ່ານ ສົມສະອາດ ອຸ່ນສີດາ ກຳມະການພັກແຂວງ ຫົວໜ້າພະແນກການເງິນ ແຂວງຄຳມ່ວນ ພ້ອມດ້ວຍບັນດາການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ທິດຊີ້ນຳຢູ່ເມືອງບົວລະພາ ໃນຕອນບ່າຍຂອງວັນທີ 7 ມັງກອນ 2021 ຜ່ານມາ ຢູ່ສະໂມສອນເມືອງ. ໃຫ້ການຕ້ອນຮັບມີ ທ່ານ ບຸນກວ້າງ ແກ້ວບຸນຍົງ ເລຂາພັກເມືອງ ເຈົ້າເມືອງບົວລະພາ; ພ້ອມດ້ວຍບັນດາສະຫາຍໃນຄະນະປະຈຳພັກເມືອງ, ຄະນະພັກເມືອງ, ຫົວໜ້າ,...

ໜາວແຮງທົນບໍ່ໄຫວ ຫົວພັນອອກແຈ້ງການ ພັກພາກຮຽນ I ຍາວຮອດວັນທີ 25ມັງກອນ

ພະແນກສຶກສາທິການ ແລະ ກີລາ ແຂວງຫົວພັນ ອອກແຈ້ງການສະບັບເລກທີ 05/ສກຂ, ແຂວງຫົວພັນ ລົງວັນທີ 11 ມັງກອນ 2021 ເຖິງ ບັນດາທ່ານ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ 10 ເມືອງທົ່ວແຂວງ ແລະ ບັນດາໂຮງຮຽນສາມັນສຶກສາ ໃນທົ່ວແຂວງຫົວພັນ; ເລື່ອງ ການພັກ ພາກຮຽນທີ...

ພາສີແຂວງເຊກອງ ເກັບລາຍຮັບໄດ້ລື່ນແຜນ

ໃນປີ 2020 ຜ່ານມາ ກອງກວດກາພາສີປະຈໍາແຂວງເຊກອງ ເຂັ້ມງວດຕໍ່ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ເປັນຕົ້ນແມ່ນການຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີ, ຕິດຕາມກວດກາການນໍາເຂົ້າ - ສົ່ງອອກສິນຄ້າ, ເຄື່ອງຂອງພາຍໃນດ່ານ - ນອກດ່ານ ແລະ ການແກ້ໄຂບັນຫາລົດນໍາເຂົ້າບໍ່ຖືກຕ້ອງ ( ລົດເຖື່ອນ ), ສ່ວນການເກັບລາຍຮັບເຂົ້າງົບປະມານແມ່ນປະຕິບັດໄດ້ລື່ນແຜນ. ທ່ານ ແກ້ວອໍາພອນ ແສງນວນຈັນ ຮັກສາການຫົວໜ້າກອງກວດກາພາສີປະຈໍາແຂວງເຊກອງ ໃຫ້ສໍາພາດຕໍ່ນັກຂ່າວເມື່ອບໍ່ດົນນີ້ວ່າ:...

ກອງປະຊຸມລັດຖະບານເປີດກວ້າງທ້າຍສະໄໝ ໄດ້ເນັ້ນໜັກໃຫ້ຮີບຮ້ອນປັບປຸງ ການອຳນວຍຄວາມສະດວກການດຳເນີນທຸລະກິດ

ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ທີ່ມີຂຶ້ນລະຫວ່າງວັນທີ 7 - 8 ມັງກອນ 2021 ໄດ້ປະກອບຄຳເຫັນໃສ່ 10 ເອກະສານສຳຄັນ; ສະເພາະບົດລາຍງານຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກການດຳເນີນທຸລະກິດຢູ່ ສປປ ລາວ ກອງປະຊຸມໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງຮີບຮ້ອນປັບປຸງແກ້ໄຂບັນດາຕົວຊີ້ວັດທີ່ຍັງບໍ່ທັນປັບປຸງສຳເລັດ. ໃນຕອນບ່າຍຂອງວັນທີ 8 ມັງກອນ 2021, ທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານ...

ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ສົ່ງອອກກາເຟໄດ້ 1.355 ໂຕນ

ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນມີສະມາຊິກທັງໝົດ 968 ຄອບຄົວ; ໃນລະດູການເກັບກ່ຽວ ສົກປີ 2019 - 2020 ສາມາດແປຮູບກາເຟໄດ້ 9.071 ໂຕນໝາກແດງ, ຈຳໜ່າຍຜະລິດຕະພັນກາເຟຂົ້ວ 6,3 ໂຕນ, ສົ່ງອອກກາເຟ 1.355 ໂຕນ. ທ່ານ ມະໄລທອງ ກົມມະສິດ ຮອງເລຂາພັກແຂວງຈຳປາສັກ ຊີ້ນໍາຂົງເຂດວຽກງານການເມືອງ - ແນວຄິດ, ວຽກງານພັກ...

ສຶກສານະຄອນຫຼວງ ແຈ້ງຢຸດຮຽນຊົ່ວຄາວ ແລະ ປ່ຽນເວລາເຂົ້າຮຽນສໍາລັບບາງໂຮງຮຽນ ຫຼັງອາກາດໜາວເຢັນຫຼາຍ

ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ອອກໜັງສືແຈ້ງການ ສະບັບເລກທີ 042/ສກຂ.ນວ, ລົງວັນທີ 11 ມັງກອນ 2021 ເຖິງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງວໄຊທານີ ໃຫ້ໂຮງຮຽນບາງແຫ່ງຢຸດການຮຽນ-ການສອນ ແລະ ປ່ຽນເວລາຮຽນຊົ່ວຄາວ. ອີງຕາມແຈ້ງການ ສະບັບດັ່ງກ່າວ...

ລາວໂທລະຄົມ ມອບເງິນ 1,1 ຕື້ກີບ ອຸປະຖໍາກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ໃນວັນທີ 7 ມັງກອນ 2021 ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ມອບເງິນ ຈຳນວນ 1,1 ຕື້ກີບ ໃຫ້ລັດຖະບານ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະຈັດຂຶ້ນໃນມໍ່ໆນີ້. ໃຫ້ກຽດຕາງໜ້າມອບໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ...

ທ່ອງທ່ຽວ ປີ 2021 ອາດຈະດີຂຶ້ນເລັກໜ້ອຍ

ການທ່ອງທ່ຽວປີ 2021 ໃນມຸມມອງນັກທຸລະກິດອາດຈະດີຂຶ້ນເລັກໜ້ອຍ ຖ້າວ່າລັດຖະບານມີນະໂຍບາຍເປີດໃຫ້ບັນດາປະເທດໃນອາຊີ ທີ່ບໍ່ມີການລະບາດຂອງພະຍາດໂຄວິດ - 19 ເຂົ້າມາທ່ຽວລາວໄດ້ ແລະ ໃນເງື່ອນໄຂໂຄວິດບໍ່ລະບາດໃນປະເທດ. ສ່ວນການທ່ອງທ່ຽວຈະກັບມາເປັນປົກກະຕິນັ້ນຍັງຈະຕ້ອງໃຊ້ເວລາອີກດົນ ເຖິງຈະມີວັກແຊັງແລ້ວກໍຕາມ. ທ່ານ ເຄນ ວົງທອງຈິດ ຜູ້ອຳນວຍການ ບໍລິສັດ ສຸດໃຈທ່ອງທ່ຽວ ໃຫ້ສຳພາດເມື່ອບໍ່ດົນຜ່ານມາວ່າ:  ການທ່ອງທ່ຽວກ່ອນໜ້າທີ່ຍັງບໍ່ມີການລະບາດຂອງພະຍາດໂຄວິດ - 19 ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວປະເທດລາວເປັນຈຳນວນຫຼາຍ ແລະ ໄດ້ມາໃຊ້ບໍລິການທ່ອງທ່ຽວຢູ່ໃນ...
- Advertisment -
Slide
Slide

Most Read

error: Content is protected !!