ການນຳແຂວງຄຳມ່ວນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ເມືອງບົວລະພາ

94

ທ່ານ ສົມສະອາດ ອຸ່ນສີດາ ກຳມະການພັກແຂວງ ຫົວໜ້າພະແນກການເງິນ ແຂວງຄຳມ່ວນ ພ້ອມດ້ວຍບັນດາການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ທິດຊີ້ນຳຢູ່ເມືອງບົວລະພາ ໃນຕອນບ່າຍຂອງວັນທີ 7 ມັງກອນ 2021 ຜ່ານມາ ຢູ່ສະໂມສອນເມືອງ.


ໃຫ້ການຕ້ອນຮັບມີ ທ່ານ ບຸນກວ້າງ ແກ້ວບຸນຍົງ ເລຂາພັກເມືອງ ເຈົ້າເມືອງບົວລະພາ; ພ້ອມດ້ວຍບັນດາສະຫາຍໃນຄະນະປະຈຳພັກເມືອງ, ຄະນະພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພະນັກງານທຸກຂະແໜງການພາຍໃນເມືອງ ເຂົ້າຮ່ວມນໍາຢ່າງພ້ອມພຽງ.

ໃນການເຄື່ອນໄຫວຄັ້ງນີ້ ທ່ານ ນາງ ກົງໃຈ ໄຊປັນຍາ ຮອງເລຂາພັກເມືອງ ປະທານກວດກາພັກ – ລັດເມືອງ ທັງເປັນສະມາຊິກສາພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງບົວລະພາ ໄດ້ລາຍງານສະພາບການກະກຽມຄວາມພ້ອມໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ເພື່ອຮັບປະກັນໃນການປ່ອນບັດເລືອກຕັ້ງຄັ້ງນີ້ໃຫ້ເປັນຂະບວນພົດຟື້ນ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີໃນທົ່ວເມືອງບົວລະພາ.

 

ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ສົມສະອາດ ອຸ່ນສີດາ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການກຽມຄວາມພ້ອມຂອງເມືອງບົວລະພາ ແລະ ທ່ານຍັງໄດ້ໃຫ້ທິດຊີ້ນຳຕື່ມ ຕໍ່ກັບບັນດາຄະນະນຳພາຍໃນເມືອງໃນການຕິດຕາມກວດກາ ການໃຊ້ຈ່າຍເງິນໃນລະຫວ່າງການລົງປະຕິບັດໜ້າທີ່ວຽກງານຂອງຄະນະຮັບຜິດຊອບຫີບປ່ອນບັດເລືອກຕັ້ງແຕ່ລະກຸ່ມບ້ານ ເພື່ອໃຫ້ມີຄວາມປະຢັດມັດທະຍັດ ຫຼີກລຽງການໃຊ້ຈ່າຍແບບຟຸມເຟືອຍເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ 2 ໄດ້ຮັບຜົນສຳເລັດໃນການຈັດຕັ້ງປະຕິບັດໃນທຸກໆໜ້າວຽກ.

ຂ່າວ: ບຸນປະພາດ