ທ່ອງທ່ຽວ ປີ 2021 ອາດຈະດີຂຶ້ນເລັກໜ້ອຍ

150

ການທ່ອງທ່ຽວປີ 2021 ໃນມຸມມອງນັກທຸລະກິດອາດຈະດີຂຶ້ນເລັກໜ້ອຍ ຖ້າວ່າລັດຖະບານມີນະໂຍບາຍເປີດໃຫ້ບັນດາປະເທດໃນອາຊີ ທີ່ບໍ່ມີການລະບາດຂອງພະຍາດໂຄວິດ – 19 ເຂົ້າມາທ່ຽວລາວໄດ້ ແລະ ໃນເງື່ອນໄຂໂຄວິດບໍ່ລະບາດໃນປະເທດ. ສ່ວນການທ່ອງທ່ຽວຈະກັບມາເປັນປົກກະຕິນັ້ນຍັງຈະຕ້ອງໃຊ້ເວລາອີກດົນ ເຖິງຈະມີວັກແຊັງແລ້ວກໍຕາມ.

ในภาพอาจจะมี ต้นไม้, สถานที่กลางแจ้ง และธรรมชาติ

ທ່ານ ເຄນ ວົງທອງຈິດ ຜູ້ອຳນວຍການ ບໍລິສັດ ສຸດໃຈທ່ອງທ່ຽວ ໃຫ້ສຳພາດເມື່ອບໍ່ດົນຜ່ານມາວ່າ:  ການທ່ອງທ່ຽວກ່ອນໜ້າທີ່ຍັງບໍ່ມີການລະບາດຂອງພະຍາດໂຄວິດ – 19 ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວປະເທດລາວເປັນຈຳນວນຫຼາຍ ແລະ ໄດ້ມາໃຊ້ບໍລິການທ່ອງທ່ຽວຢູ່ໃນ ບໍລິສັດ ສຸດໃຈທ່ອງທ່ຽວ ໃນໄລຍະປີ 2019 ຢ່າງຄຶກຄື້ນ. ແຕ່ໃນປີ 2020 ພາຍຫຼັງເກີດມີການລະບາດຂອງພະຍາດໂຄວິດໄດ້ເຮັດໃຫ້ທຸລະກິດການທ່ອງທ່ຽວໃນທົ່ວໂລກ ແລະ ສປປ ລາວ ໄດ້ຮັບຜົນກະທົບຢ່າງໜັກໜ່ວງບໍ່ວ່າຈະເປັນທຸລະກິດດ້ານທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານທຸກຢ່າງເອີ້ນວ່າມີຜົນກະທົບໄປໝົດ.

ในภาพอาจจะมี 1 คน, กำลังนั่ง และสถานที่ในร่ม

ມາຮອດປັດຈຸບັນ ເວົ້າໄດ້ວ່າທຸກຢ່າງຍັງບໍ່ສາມາດກັບໄປຄືເກົ່າ ບັນດານັກທ່ອງທ່ຽວຕ່າງປະເທດຍັງບໍ່ສາມາດເຂົ້າມາໃຊ້ບໍລິການໄດ້, ແຕ່ພວກເຮົາກໍໄດ້ຫັນມາບໍລິການແຂກພາຍໃນປະເທດ ໂດຍສະເພາະໃນໂຄງການລາວທ່ຽວລາວ ເຊິ່ງໄດ້ຊ່ວຍປະຄອງເຮັດໃຫ້ທຸລະກິດພໍຢູ່ໄດ້ ແລະ ມັນໄດ້ຊ່ວຍເຮັດໃຫ້ບໍລິສັດມີລູກຄ້າເພີ່ມປະມານ 20% ເຊິ່ງທາງບໍລິສັດໄດ້ບໍລິການນໍາທ່ຽວໃນທົ່ວປະເທດ, ປັດຈຸບັນຈະເນັ້ນນໍາພານັກທ່ອງທ່ຽວໄປທ່ຽວແຫຼ່ງທ່ອງທ່ຽວທີ່ເປັນທີ່ນິຍົມ ເຊັ່ນ: ຫຼວງພະບາງ, ວັງວຽງ, ຄໍາມ່ວນ ແລະ ຈໍາປາສັກ. ແຕ່ຢ່າງໃດກໍຕາມ, ການບໍລິການລູກຄ້າພາຍໃນກໍໄດ້ພຽງສ່ວນໜຶ່ງ ເພາະສ່ວນຫຼາຍແລ້ວຄົນທ່ອງທ່ຽວບ້ານເຮົາມັກຈະໄປເອງ, ເອົາລົດໄປແບບເປັນຄອບຄົວ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ท้องฟ้า, ภูเขา, ต้นไม้, สถานที่กลางแจ้ง และธรรมชาติ

ທ່ານ ເຄນ ວົງທອງຈິດ ກ່າວຕື່ມວ່າ: ການທ່ອງທ່ຽວ ຫຼື ນັກທ່ອງທ່ຽວໃນບ້ານເຮົາແມ່ນຍັງບໍ່ທັນໄດ້ມີຄວາມກະຕືລືລົ້ນກັບການໄປທ່ອງທ່ຽວປານໃດ ແລະ ຄາດວ່າການທ່ອງທ່ຽວໃນບ້ານເຮົາຈະໃຊ້ເວລາອີກ 2 ປີ ຈຶ່ງຈະເຮັດໃຫ້ທຸກຢ່າງກັບມາເປັນປົກກະຕິ ໃນເງື່ອນໄຂໂລກສາມາດແກ້ໄຂການລະບາດຂອງພະຍາດໂຄວິດ – 19 ໄດ້. ຂະນະທີ່ການເປີດເສັ້ນທາງດ່ວນນະຄອນຫຼວງວຽງຈັນ ຫາ ວັງວຽງ ກໍຖືວ່າເປັນອີກຈຸດໜຶ່ງທີ່ຈະສາມາດດຶງດູດແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວໃນບ້ານເຮົາຫຼາຍຂຶ້ນ ເພາະວ່າມັນຈະອຳນວຍຄວາມສະດວກໃນການເດີນທາງ ເປັນການປະຢັດເວລາ ຈາກເມື່ອກ່ອນການເດີນທາງຈາກນະຄອນຫຼວງວຽງຈັນ ຫາ ວັງວຽງ ຈະໃຊ້ເວລາຢູ່ປະມານ 4 – 5 ຊົ່ວໂມງ ແຕ່ມາຮອດປັດຈຸບັນກໍໄດ້ໃຊ້ເວລາພຽງ 1 ຊົ່ວໂມງເຄິ່ງ ແລະ ເປັນການດຶງດູດເຮັດໃຫ້ຄົນໄປທ່ຽວເມືອງວັງວຽງຫຼາຍຂຶ້ນກວ່າເກົ່າ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, ภูเขา, ต้นไม้, สถานที่กลางแจ้ง, ธรรมชาติ และน้ำ

ດ້ານນັກທ່ອງທ່ຽວຕ່າງປະເທດທີ່ຈະເຂົ້າມາທ່ອງທ່ຽວລາວ ຄາດວ່າຍັງຈະໃຊ້ເວລາອີກດົນ, ເຖິງແມ່ນຈະມີວັກແຊັງໃນການປ້ອງກັນພະຍາດໂຄວິດ – 19 ແຕ່ກ່ອນທີ່ພວກເຂົາຈະເຂົ້າມາທ່ຽວໄດ້ກໍຕ້ອງໄດ້ໃຊ້ເວລາດົນສົມຄວນ ເນື່ອງຈາກມັນຈະເວົ້າເລື່ອງເສດຖະກິດ ເພາະຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ໄດ້ເຮັດໃຫ້ຄົນຕົກວຽກຫຼາຍ ກ່ອນເສດຖະກິດຈະຟື້ນຄືນມາ ແລະ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນທົ່ວໄປໃຫ້ເຂົາເຈົ້າຫາລາຍໄດ້ຈົນມີເງິນສ່ວນໃດສ່ວນໜຶ່ງ ເພື່ອຈະອອກໄປທ່ຽວຕ່າງປະເທດນັ້ນມັນຍັງຕ້ອງໄດ້ໃຊ້ເວລາຫຼາຍປີ.

ในภาพอาจจะมี ต้นไม้, ต้นพืช, สถานที่กลางแจ้ง, ธรรมชาติ และน้ำ

ພ້ອມດຽວກັນນີ້, ທ່ານ ເຄນ ວົງທອງຈິດ ຍັງໃຫ້ຄວາມຄິດເຫັນຄາດຄະເນວ່າການທ່ອງທ່ຽວປີ 2021 ຈະດີຂຶ້ນເລັກໜ້ອຍ ຖ້າວ່າລັດຖະບານມີນະໂຍບາຍເປີດໃຫ້ບັນດາປະເທດໃນອາຊີ ທີ່ບໍ່ມີການລະບາດຂອງພະຍາດໂຄວິດ – 19 ເຂົ້າມາທ່ຽວລາວໄດ້. ໃນຂະນະທີ່ການເຕີບໂຕດ້ານການທ່ອງທ່ຽວຂອງ ບໍລິສັດ ສຸດໃຈ ທ່ອງທ່ຽວ 2021 ນີ້ ກໍຍັງບໍ່ສາມາດຄາດຄະເນໄດ້ ຕ້ອງເບິ່ງນະໂຍບາຍ ແລະ ມາດຕະການຕ່າງໆທີ່ລັດຖະບານຈະອອກມາ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ໃນໂລກຍັງເພີ່ມຂຶ້ນຕໍ່ເນື່ອງ. ແຕ່ປັດຈຸບັນທາງບໍລິສັດໄດ້ສຸມໃສ່ການປັບປຸງລະບົບການຈອງທ່ອງທ່ຽວແບບອອນລາຍໃຫ້ມີ ຄວາມພ້ອມ ເພື່ອເວລາສະຖານະການກັບມາປົກກະຕິໃຫ້ສາມາດບໍລິການລູກຄ້າໄດ້ເລີຍ.