ໜາວແຮງທົນບໍ່ໄຫວ ຫົວພັນອອກແຈ້ງການ ພັກພາກຮຽນ I ຍາວຮອດວັນທີ 25ມັງກອນ

345

ພະແນກສຶກສາທິການ ແລະ ກີລາ ແຂວງຫົວພັນ ອອກແຈ້ງການສະບັບເລກທີ 05/ສກຂ, ແຂວງຫົວພັນ ລົງວັນທີ 11 ມັງກອນ 2021 ເຖິງ ບັນດາທ່ານ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ 10 ເມືອງທົ່ວແຂວງ ແລະ ບັນດາໂຮງຮຽນສາມັນສຶກສາ ໃນທົ່ວແຂວງຫົວພັນ; ເລື່ອງ ການພັກ ພາກຮຽນທີ I ສົກຮຽນ 2020 – 2021 ແລະ ການພັກຮຽນໄລຍະອາກາດທີ່ຫນາວເຢັນ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມແຈ້ງການດັ່ງກ່າວ ໃຫ້ຮູ້ວ່າ:

1 ສໍາລັບ ໂຮງຮຽນລ້ຽງເດັກ ແລະ ອະນຸບານພາກລັດ ແລະ ເອກະຊົນ ແມ່ນໃຫ້ພັກຮຽນນັບແຕ່ວັນທີ 12 ມັງກອນເປັນຕົ້ນໄປຈົນຮອດ ວັນທີ 25 ມັງກອນ 2021 ແມ່ນເຂົ້າຮຽນພາກຮຽນທີ II

2 ສໍາລັບຊັ້ນປະຖົມ ແລະ ມັດທະຍົມ ແມ່ນໃຫ້ສືບຕໍ່ດໍາເນີນການສອບເສັງໂດຍບໍ່ໃຫ້ແກ່ຍາວ, ໃນນີ້ໂຮງຮຽນໃດທີ່ເສັງແລ້ວແມ່ນໃຫ້ພັກພາກຮຽນທີ I ເລີຍ, ( ວັນທີ 25 ມັງກອນ 2021 ແມ່ນເຂົ້າຮຽນພາກຮຽນທີ II )

3 ໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ແຈ້ງໃຫ້ບັນດາໂຮງຮຽນພາຍໃນເມືອງຂອງຕົນຊາບຢ່າງທົ່ວເຖິງ ແລະ ຮີບດ່ວນ