ສຶກສານະຄອນຫຼວງ ແຈ້ງຢຸດຮຽນຊົ່ວຄາວ ແລະ ປ່ຽນເວລາເຂົ້າຮຽນສໍາລັບບາງໂຮງຮຽນ ຫຼັງອາກາດໜາວເຢັນຫຼາຍ

639

ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ອອກໜັງສືແຈ້ງການ ສະບັບເລກທີ 042/ສກຂ.ນວ, ລົງວັນທີ 11 ມັງກອນ 2021 ເຖິງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງວໄຊທານີ ໃຫ້ໂຮງຮຽນບາງແຫ່ງຢຸດການຮຽນ-ການສອນ ແລະ ປ່ຽນເວລາຮຽນຊົ່ວຄາວ.

ອີງຕາມແຈ້ງການ ສະບັບດັ່ງກ່າວ ໃຫ້ຮູ້ວ່າ: ຫົວຫນ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງ ໄຊທານີ ຮັບຊາບ ແລະ ພ້ອມກັນປະຕິບັດດັ່ງນີ້:

1 ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຈັນທະບູລີ, ສິໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງໄຊທານີ ໃຫ້ແຈ້ງບັນດາໂຮງຮຽນລ້ຽງເດັກ-ອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ຕອນປາຍ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດເມືອງຂອງທ່ານປ່ຽນເວລາຮຽນຊົ່ວຄາວ 3 ວັນ. ແຕ່ວັນທີ 13-15 ມັງກອນ 2021 ຕອນເຊົ້າໃຫ້ເລີ່ມຮຽນເວລາ: 9:00 ໂມງ, ຕອນແລງເລີກຮຽນເວລາ 15:00 ໂມງ.

2 ສໍາລັບໂຮງຮຽນທີ່ຢູ່ໃນຂອບເຂດລຽບເສັ້ນທາງໄກສອນພົມວິຫານ ແຕ່ວົງວຽນດອນຫນູນ ຫາ ຫໍຄໍາແມ່ນໃຫ້ຄູອາຈານເອົາວຽກບ້ານ, ບົດຝຶກຫັດຕ່າງໆໃຫ້ນັກຮຽນຄົ້ນຄວ້າຢູ່ບ້ານໃນໄລຍະ 3 ວັນ, ແຕ່ວັນທີ 13-15 ມັງກອນ 202 ຄື: ເມືອງ ຈັນທະບູລີ ໂຮງຮຽນ ມ.ສ ວຽງຈັນ, ມ.ສ ສິນໄຊ ແລະ ອະນຸບານດາລາ; ເມືອງ ໄຊເສດຖາ: ໂຮງຮຽນ ມ.ສ ຫນອງບອນ, ມ.ສ ຈັນສະຫວັນ, ມ.ສ ລາວ-ຫວຽດນາມ, ປະຖົມລາດຊະວົງ, ປະຖົມໂພນພະເນົາ, ມ.ຕ ເສກກະສັດ 2; ເມືອງ ໄຊທານີ: ໂຮງຮຽນ ມ.ສ ດອນຫນູນ, ມ.ສ ວັນໃຫມ່, ມ.ສ ມາລິນີ, ມ.ສ SOS, ປະຖົມໄຊສົມພອນ, ປະຖົມສິດທິສອນ, ປະຖົມ ຣິດຟິວ, ປະຖົມ ອ໋ອດສະກ້າ, ປະຖົມ ໂລໂກ້ສີຄໍາ

ສໍາລັບໂຮງຮຽນຊັ້ນປະຖົມທີ່ກໍາລັງຈັດການສອບເສັງພາກຮຽນ I ແລະ ຊັ້ນມັດທະຍົມທີ່ກໍາລັງຄົ້ນຄວ້າ ກຽມສອບເສັງພາກຮຽນ I ແມ່ນໃຫ້ເລື່ອນໄປສອບເສັງ ແລະ ຄົ້ນຄວ້າໃນວັນເວລາອື່ນທົດແທນ ເພື່ອໃຫ້ການ ຮຽນ-ການສອນຄົບຖ້ວນຕາມໂຄງການຫຼັກສຸດ.