ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ສົ່ງອອກກາເຟໄດ້ 1.355 ໂຕນ

157

ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນມີສະມາຊິກທັງໝົດ 968 ຄອບຄົວ; ໃນລະດູການເກັບກ່ຽວ ສົກປີ 2019 – 2020 ສາມາດແປຮູບກາເຟໄດ້ 9.071 ໂຕນໝາກແດງ, ຈຳໜ່າຍຜະລິດຕະພັນກາເຟຂົ້ວ 6,3 ໂຕນ, ສົ່ງອອກກາເຟ 1.355 ໂຕນ.

ທ່ານ ມະໄລທອງ ກົມມະສິດ ຮອງເລຂາພັກແຂວງຈຳປາສັກ ຊີ້ນໍາຂົງເຂດວຽກງານການເມືອງ – ແນວຄິດ, ວຽກງານພັກ – ພະນັກງານ, ພ້ອມດ້ວຍຄະນະ ການນຳພະແນກການ ໄດ້ລົງເຄື່ອນໄຫວຢ້ຽມຢາມສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ( CPC ) ເມືອງປາກຊ່ອງ ເມື່ອວັນທີ 7 ມັງກອນ 2021 ໂດຍມີ ທ່ານ ພິມພອນ ພັນດານຸວົງ ເລຂາພັກເມືອງ ເຈົ້າເມືອງປາກຊ່ອງ, ຄະນະຜູ້ບໍລິຫານສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ, ມີການຈັດຕັ້ງ – ຄະນະບໍລິຫານງານກຸ່ມ, ພ້ອມດ້ວຍປະຊາຊົນບ້ານໃຫຍ່ໄຊສົມບູນ ເຂົ້າຮ່ວມໃຫ້ການຕ້ອນຮັບ.

ທ່ານ ໄຊຍະກອນ ອ່ອນນາລີ ຜູ້ຈັດການສະຫະກອນ ຜູ້ຜະລິດກາເຟເຂດພູພຽງບໍລະເວນ ( CPC ) ໃຫ້ຮູ້ວ່າ: ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ( CPC ) ເປັນອົງການຈັດຕັ້ງຂອງຊາວສວນ, ສ້າງຕັ້ງເພື່ອປັບປຸງຊີວິດການເປັນຢູ່ຂອງຜູ້ຜະລິດກາເຟຂະໜາດນ້ອຍ, ມີສະມາຊິກທັງໝົດ 968 ຄອບຄົວ ທີ່ເປັນຊາວສວນກາເຟຂະໜາດນ້ອຍ, ມີເນື້ອທີ່ການຜະລິດໂດຍສະເລ່ຍ 5 ເຮັກຕາຕໍ່ຄອບຄົວ, ຜະລິດກາເຟແບບກະສິກຳອິນຊີ ມີ 841 ຄອບຄົວ ມີ 45 ກຸ່ມຜູ້ຜະລິດທີ່ກະຈາຍຢູ່ໃນ 43 ບ້ານ ຂອງ 3 ເມືອງໃນເຂດພູພຽງບໍລະເວນ ຄື: ເມືອງປາກຊ່ອງ ແຂວງຈຳປາສັກ, ເມືອງເລົ່າງາມ ແຂວງສາລະວັນ ແລະ ເມືອງທ່າແຕງ ແຂວງເຊກອງ, ມີ 37 ກຸ່ມທີ່ຜະລິດກາເຟແບບກະສິກໍາອິນຊີ.

ในภาพอาจจะมี 1 คน, กำลังนั่ง

ໃນລະດູການເກັບກ່ຽວສົກປີ 2019 – 2020 ສາມາດແປຮູບກາເຟ ໄດ້ 9.071 ໂຕນໝາກແດງ, ຈຳໜ່າຍຜະລິດຕະພັນກາເຟຂົ້ວ 6,3 ໂຕນ, ສົ່ງອອກກາເຟ 1.355 ໂຕນ.

ປັດຈຸບັນສະຫະກອນໄດ້ຮັບການຮັບຮອງດ້ານການຄ້າ ເປັນທຳ ແລະ ອໍການິກ ເຊິ່ງເປັນການຄ້ຳປະກັນລາຄາຂັ້ນຕ່ຳ ແລະ ໄດ້ລາຍຮັບເພີ່ມຂຶ້ນໃຫ້ແກ່ສະມາຊິກຫຼາຍກວ່າລາຄາຕະຫຼາດທົ່ວໄປ ໂດຍສະເລ່ຍ 5 ປີຜ່ານມາ ໄດ້ເພີ່ມຂຶ້ນ 49%.

ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ຍ້ອງຍໍຊົມເຊີຍການຈັດຕັ້ງຄະນະບໍລິຫານງານສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ( CPC ) ກໍຄືສະມາຊິກທັງໝົດທີ່ສ້າງຊື່ສຽງໃຫ້ກາເຟລາວ ບໍ່ພຽງແຕ່ສົ່ງກາເຟອອກຕ່າງປະເທດ ຍັງໄດ້ຜະລິດ ແລະ ປຸງແຕ່ງກາເຟຂົ້ວສົ່ງຂາຍພາຍໃນ ແລະ ຕ່າງແຂວງສ້າງຄວາມເຂັ້ມແຂງ, ປັບປຸງຊີວິດການເປັນຢູ່ຂອງຜູ້ຜະລິດກາເຟຂະໜາດນ້ອຍຢູ່ແຂວງຈຳປາສັກ; ພ້ອມກັນສູ້ຊົນຕໍ່ສິ່ງທ້າທາຍໃນຊຸມປີຕໍ່ໜ້າສ້າງທຸກເງື່ອນໄຂໃຫ້ສະຫະກອນມີຜົນກໍາໄລ, ຍົກສູງຄຸນນະພາບຊີວິດຂອງສະມາຊິກໃຫ້ດີຂຶ້ນ, ຄຽງຄູ່ກັບການຊຸກຍູ້ສົ່ງເສີມການປູກຝັງ, ລ້ຽງສັດ ແລະ ການດໍາເນີນກິດຈະການດ້ານອື່ນໆ, ເຮັດໃຫ້ຊາວສວນຜູ້ຜະລິດກາເຟຂະໜາດນ້ອຍໄດ້ຫຼຸດພົ້ນຈາກ ຄວາມທຸກຍາກ ແລະ ກ້າວສູ່ຄວາມຮັ່ງມີຜາສຸກ ເປັນຕົວແບບທີ່ດີໃຫ້ແກ່ຊາວສວນໃນເຂດພູພຽງບໍລະເວນ ເພື່ອປະກອບສ່ວນລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີເຂັ້ມແຂງໃຫ້ແກ່ປະຊາຊົນຕື່ມອີກ.

ໃນໂອກາດລົງຢ້ຽມຢາມປະຊາຊົນ, ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ( CPC ) ໃນຄັ້ງນີ້, ທ່ານ ມະໄລທອງ ກົມມະສິດ ພ້ອມດ້ວຍຄະນະໄດ້ລົງເບິ່ງໂຮງຮຽນ, ຢ້ຽມຢາມສຸກສາລາກຸ່ມ 4 ບ້ານໃໝ່ໄຊສົມບູນ ເມືອງປາກຊ່ອງ, ພ້ອມພົບປະໂອ້ລົມແພດ – ໝໍ, ຄູສອນ ແລະ ພໍ່ແມ່ປະຊາຊົນເຂດດັ່ງກ່າວ.

[ ຂ່າວ: ທັດຊະນະ ]