ກອງປະຊຸມລັດຖະບານເປີດກວ້າງທ້າຍສະໄໝ ໄດ້ເນັ້ນໜັກໃຫ້ຮີບຮ້ອນປັບປຸງ ການອຳນວຍຄວາມສະດວກການດຳເນີນທຸລະກິດ

190

ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ທີ່ມີຂຶ້ນລະຫວ່າງວັນທີ 7 – 8 ມັງກອນ 2021 ໄດ້ປະກອບຄຳເຫັນໃສ່ 10 ເອກະສານສຳຄັນ; ສະເພາະບົດລາຍງານຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກການດຳເນີນທຸລະກິດຢູ່ ສປປ ລາວ ກອງປະຊຸມໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງຮີບຮ້ອນປັບປຸງແກ້ໄຂບັນດາຕົວຊີ້ວັດທີ່ຍັງບໍ່ທັນປັບປຸງສຳເລັດ.

ໃນຕອນບ່າຍຂອງວັນທີ 8 ມັງກອນ 2021, ທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານ ໄດ້ຖະແຫຼງຜົນຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝວ່າ: ກອງປະຊຸມຄັ້ງນີ້ໄດ້ໄຂຂຶ້ນໃນວັນທີ 7 ແລະ ປິດລົງໃນວັນທີ 8 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ; ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ในภาพอาจจะมี 1 คน

ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 10 ເອກະສານສໍາຄັນ. ສະເພະຫົວຂໍ້ທີ 3 ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ແລະ ຄໍາສັ່ງເລກທີ 03/ນຍ ລົງວັນທີ 21 ມັງກອນ 2020. ຜ່ານການປະກອບຄຳເຫັນ, ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ:

  • ບັນດາຕົວຊີ້ວັດທີ່ໄດ້ກຳນົດໃນຄຳສັ່ງແລ້ວ, ແຕ່ຂະແໜງການກ່ຽວຂ້ອງຍັງບໍ່ທັນປັບປຸງສຳເລັດ ແມ່ນໃຫ້ຮີບຮ້ອນປັບປຸງ ແລະ ແກ້ໄຂໃຫ້ສຳເລັດໃນທ້າຍເດືອນມີນາ 2021.

  • ບັນຫາໃດທີ່ຂະແໜງການກ່ຽວຂ້ອງໄດ້ປັບປຸງແກ້ໄຂທາງດ້ານນິຕິກຳ ແລະ ລະບຽບການແລ້ວ ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງບໍ່ໄປບໍ່ມາ ຫຼື ຍັງບໍ່ທັນເປັນເອກະພາບ ແມ່ນໃຫ້ກະຊວງແຜນການ ແລະ ການລົງທຶນ ຮີບຮ້ອນຊຸກຍູ້ພາກສ່ວນກ່ຽວຂ້ອງປະຕິບັດໂດຍໄວ.

ในภาพอาจจะมี หนึ่งคนขึ้นไป, หน้าจอ, ตาราง และสถานที่ในร่ม

  • ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວຂ້ອງສືບຕໍ່ປັບປຸງກົນໄກການປະສານງານໃນການອຳນວຍຄວາມສະດວກ ແລະ ການປັບປຸງສະພາບແວດລ້ອມໃນການລົງທຶນ ລະຫວ່າງຂະແໜງການກ່ຽວຂ້ອງໃຫ້ວ່ອງໄວຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ກໍໃຫ້ສົມທົບກັບຂະແໜງການກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເພື່ອຄົ້ນຄວ້າ ແລະ ປັບປຸງຄຳສັ່ງ 02/ນຍ ເພື່ອໃຫ້ທັນກັບສະພາບການ.

  • ໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ຄົ້ນຄວ້າການເຊື່ອມໂຍງຂໍ້ມູນຜ່ານລະບົບເອເລັກໂຕຣນິກເຂົ້າໃນການຄົ້ນຄວ້າການອອກອະນຸຍາດລົງທຶນ.

  • ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາຂະແໜງການ ໃຫ້ຮີບຮ້ອນໃນການປັບປຸງບັນຊີກິດຈະການຄວບຄຸມ, ການສ້າງບັນຊີຮຽກການລົງທຶນ ແລະ ການສ້າງລາຍການເອກະສານທີ່ຕ້ອງໄດ້ປະກອບສຳລັບຂໍອະນຸມັດການລົງທຶນໃຫ້ສຳເລັດ.

  • ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ຊຸກຍູ້ ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດໂຄງການຕ່າງໆທີ່ໄດ້ຮັບອະນຸມັດໄປແລ້ວ ໃຫ້ສອດຄ່ອງຕາມສັນຍາສຳປະທານ ແລະ ຕາມກົດໝາຍ, ລະບຽບການກ່ຽວຂ້ອງຂອງ ສປປ ລາວ.