ຄະນະບໍລິຫານງານສູນກາງພັກ ແລະ ຄະນະຜູ້ແທນສູນກາງ – ທ້ອງຖິ່ນ ວາງພວງມາລາ ແລະ ກະຕ່າດອກໄມ້ ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທ່ີ XI ພັກ

239

ໜັງສືພິມປະຊາຊົນ, ຕອນເຊົ້າວັນທີ 12 ມັງກອນ ນີ້ ຄະນະບໍລິຫານງານສູນກາງພັກ ນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວແລະ ຄະນະຜຸູ້ແທນສູນກາງ ແລະ ທ້ອງຖິ່ນ ນຳໂດຍ ສະຫາຍ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ໄດ້ເຂົ້າວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.

ການວາງພວງມາລາ ແລະ ກະຕ່າດອກໄມ້ຄັ້ງນີ້ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

.

.

.

.

.


(ຂ່າວ – ພາບ: ສຸກສະຫວັນ)