ດ່ວນທີ່ສຸດ ບໍ່ແກ້ວໃຊ້ກໍາລັງທະຫານຄຸມເຂັ້ມປິດຊົ່ວຄາວເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

213

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ອອກແຈ້ງການ ປິດຊົ່ວຄາວເທດສະບານເມືອງຕົ້ໜເຜີ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ນັບແຕ່ວັນທີ 12 ມັງກອນ ຫາ 25 ມັງກອນ 2021.

ອີງຕາມແຈ້ງການສະບັບເລກທີ 1579/ສພກ.ບກ, ລົງວັນທີ 12 ມັງກອນ 2021 ໃຫ້ຮູ້ວ່າ:

1 ເຫັນດີປີດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ (ເປັນເວລາ14ວັນ) ເລີ້ມແຕ່ວັນທີ 12 ມັງກອນ ເຖີງ ວັນທີ 25 ມັງກອນ 2021

2 ມອບໃຫ້ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ຕັ້ງຈຸດກວດກາຢູ່ປ້ອມກວດກາໃກ້ກັບ 3 ແຍກປະຕູໂຂງທາງເຂົ້າ ເມືອງຕົ້ນເຜິ້ງ ແລະ 4 ແຍກບ້ານໂພນໂຮມ.

3 ໃຫ້ເມືອງຕົ້ນເຜິ້ງ ນໍາໃຊ້ກໍາລັງທະຫານ, ປກສ ແລະ ແພດຫມໍ ປະຈໍາຈຸດກວດກາດັ່ງກ່າວ ເພື່ອປະຕິ ບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຊາບ ແລະ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນເປັນຢ່າງດີດ້ວຍ.