ບໍລິສັດ ສາຍສະໄໝ ຕັ້ງເປົ້າສົ່ງມັນແຫ້ງໄປ ສປ ຈີນ ຫຼາຍ ກວ່າ 1 ແສນໂຕນ

296

ການປູກມັນຕົ້ນແມ່ນທາງເລືອກໜຶ່ງ ເປັນອາຊີບສ້າງລາຍໄດ້ໃຫ້ແກ່ຊາວກະສິກອນໃນທ້ອງຖິ່ນຕ່າງໆໄດ້ດີ. ຂະນະທີ່ບໍລິສັດຜູ້ເກັບຊື້ຕັ້ງເປົ້າສົ່ງອອກມັນແຫ້ງໄປ ສປ ຈີນ ຫຼາຍກວ່າ 1 ແສນໂຕນໃນປີນີ້.

ທ່ານ ສີວິໄຊ ເກດແກ້ວສີວິໄລ ຜູ້ອຳນວຍການ ບໍລິສັດ ສາຍສະໄໝ ການຄ້າ ເຊິ່ງເປັນບໍລິສັດຮັບຊື້ມັນຕົ້ນແຫ້ງ ແລະ ມັນຕົ້ນດິບຈາກພໍ່ແມ່ປະຊາຊົນຢູ່ຕາມບັນດາເມືອງຕ່າງໆຂອງແຂວງສະຫວັນນະເຂດ, ນອກນັ້ນບໍລິສັດດັ່ງກ່າວຍັງໄດ້ເກັບຊື້ມັນຕົ້ນຈາກແຂວງສາລະວັນ ແລະ ສ່ວນໜຶ່ງຂອງແຂວງບໍລິຄຳໄຊ ກ່າວວ່າ: ປີ 2020 ທີ່ຜ່ານມາ ບໍລິສັດໄດ້ສົ່ງມັນຕົ້ນແຫ້ງອອກໄປ ສປ ຈີນ ເກືອບ 1 ແສນໂຕນ ແລະ ຄາດວ່າໃນປີ 2021 ນີ້ ຈະສົ່ງອອກມັນຕົ້ນແຫ້ງໃຫ້ໄດ້ຫຼາຍກວ່າ 1 ແສນໂຕນ.

ປັດຈຸບັນທົ່ວແຂວງສະຫວັນນະເຂດ ມີລານຕາກ ແລະ ລານເກັບຊື້ມັນຕົ້ນຢູ່ບັນດາເມືອງຕ່າງໆຂອງແຂວງ ຄື: ເມືອງນອງ, ໄຊບູລີ, ຈຳພອນ, ໄຊພູທອງ, ສອງຄອນ ແລະ ເມືອງຊົນນະບູລີ; ໃນແຕ່ລະວັນຈະມີປະຊາຊົນນຳເອົາມັນຕົ້ນແຫ້ງມາຂາຍເປັນສິນຄ້າຕາມຈຸດເກັບຊື້ທີ່ໃນເມືອງ ຫຼື ເມືອງໃກ້ຄຽງ. ສ່ວນລາຄາໃນການເກັບຊື້ແມ່ນແຕກຕ່າງກັນຕາມແຕ່ລະໄລຍະ ( ມັນຕົ້ນແຫ້ງລາຄາປະມານ 1.600 – 2.000 ກີບຕໍ່ກິໂລ ).

ການສົ່ງອອກຫຼ້າສຸດແມ່ນໃນອາທິດທີ່ຜ່ານມາ ມີຈຳນວນ 780 ໂຕນ ຜ່ານດ່ານຂົວມິດຕະພາບ 2 ສະຫວັນນະເຂດ – ມຸກດາຫານ.

ປະຊາຊົນທ່ານໜຶ່ງ ເຊິ່ງເປັນຊາວກະສິກອນຂອງເມືອງໄຊບູລີ ກ່າວວ່າ: ຕົນເອງໄດ້ປຽບທຽບຕົ້ນທຶນການປູກເຂົ້ານາແຊງ ແລະ ຕົ້ນທຶນຂອງການປູກມັນຕົ້ນ ໂດຍເຫັນໄດ້ວ່າການປູກມັນຕົ້ນແມ່ນມີລາຍໄດ້ດີກວ່າ ແລະ ປູກງ່າຍກວ່າ ເພາະວ່າທາງບໍລິສັດຜູ້ຮັບຊື້ມັນຕົ້ນແມ່ນໄດ້ລົງມາຕິດຕາມ ແລະ ໃຫ້ຄຳແນະນຳທາງດ້ານການບົວລະບັດຮັກສາ ແລະໃຫ້ການຊີ້ນຳທາງດ້ານວິຊາການເລື້ອຍໆ, ທີ່ສຳຄັນການປູກມັນຕົ້ນຂາຍເປັນສິນຄ້າແມ່ນຂາຍງ່າຍ ແລະ ຂາຍໄດ້ຕະຫຼອດປີ.