ເລີ່ມແລ້ວການແຂ່ງຂັນ ເບສບອນ ຊີງຂັນສະຖານທູດ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 1

142

ການແຂ່ງຂັນກີລາເບສບອນລີກ ຊີງຂັນທ່ານເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ  ສປປ ລາວ ປະຈຳປີ 2021 ( The First Korea Ambassador’s Cup 2021 ) ເຊິ່ງຈັດຂຶ້ນເປັນຄັ້ງທາອິດ ເປີດສາກຂຶ້ນຢ່າງເປັນທາງການ  ໃນວັນທີ 9 ມັງກອນນີ້ ທີ່ສະໜາມກີລາເບສບອນແຫ່ງຊາດລາວ (ຫຼັກ16).

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໃນພິທີເປີດການແຂ່ງຂັນໂດຍ ທ່ານ IM MU Hong ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ, ທ່ານນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງ ສຶກສາທິການ ແລະ ກີລາ, ທ່ານ ປອ. ຄໍາຜາຍ ສີສະຫວັນ ປະທານ ສະຫະພັນເບສບອນ ແຫ່ງຊາດລາວ ພ້ອມດ້ວຍຄະນະນໍາ, ຄູຝຶກ ແລະ ນັກກີລາ ເບສບອນ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ IM MU Hong ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ບັນດານັກກີລາເບສບອນທຸກຄົນ ທີ່ເຂົ້າຮ່ວມແຂ່ງຂັນກີລາເບສບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳສປປ ລາວ ຄັ້ງທີ 1 ເຊິ່ງວ່າກີລາເບສບອນ ເກີດຂຶ້ນຄັ້ງທຳອິດ ຢູ່ ສ ເກົາຫຼີ ໃນຕົ້ນສະຕະວັດທີ 20 ໂດຍແມ່ນນັກສອນສາສະນາຄິສຕຽນ ຊາວຕາເວັນຕົກ ເປັນຜູ້ສ້າງຕັ້ງຂຶ້ນມາ ຈົນມາຮອດມື້ນີ້ ເບສບອນ ໄດ້ກາຍເປັນກີລາປະເພດໜຶ່ງທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ ຈາກບັນດາພໍ່ແມ່ປະຊາຊົນໃນປະເທດເກົາຫຼີ.

“ ນອກນັ້ນ ກີລາເບສບອນ ກໍຍັງເປັນກີລາທີ່ເປັນສັນຍາລັກແຫ່ງການຮ່ວມມືຂອງຄົນຮຸ່ນໃໝ່ ລະຫວ່າງ ສ.ເກົາຫຼີ ແລະ ສປປ ລາວ ໃນສະເພາະໜ້າ ກີລາເບສບອນ ໄດ້ກຳເນີດຂຶ້ນໃນ ສປປ ລາວ ໂດຍຄູຝຶກເບສບອນ ລີມັນຊູ ຈາກ ສ. ເກົາຫຼີ ແລະ ໄດ້ຮັບການສະໜັບສະໜູນຈາກບັນດາບໍລິສັດ ເກົາຫຼີ ທີ່ມາດຳເນີນທຸລະກິດຢູ່ ສປປ ລາວ ໂດຍໄດ້ສ້າງສະໂມສອນ ເບສບອນ ຢູ່ລາວ ຄັ້ງທຳອິດ ເມື່ອປີ 2013. ຫຼັງຈາກນັ້ນ, ທາງສະຫະພັນເບສບອນແຫ່ງຊາດ ສ ເກົາຫຼີ ແລະ ອົງການຮ່ວມມືສາກົນແຫ່ງ ສ. ເກົາຫຼີ ຫຼື ກອຍກ້າ ໄດ້ໃຫ້ການຊ່ວຍເຫຼືອອຸປະກອນກີລາ ພ້ອມທັງສົ່ງອາສາສະມັກ ເກົາຫຼີ ມາເປັນຄູຝຶກໃຫ້ແກ່ສປປ ລາວ ສຸດທ້າຍ ສະຫະພັນເບສບອນແຫ່ງຊາດ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນທາງການໃນປີ 2017 ” ທ່ານ IM MU Hong ກ່າວ.

ທ່ານກ່າວອີກວ່າ: ພາຍໃຕ້ການຊີ້ນຳໆພາການຝຶກຊ້ອມ ຂອງສະຫະພັນເບສບອນແຫ່ງຊາດລາວ ຮ່ວມກັບກະຊວງສຶກສາທິການ ແລະ ກີລາ ມາຮອດປັດຈຸບັນສາມາດສ້າງນັກກີລາເບສບອນໄດ້ເຖິງ 120 ກວ່າຄົນ ຈາກ 6 ສະໂມສອນ ແລະ ປີກ່ອນນັ້ນ ກໍສາມາດຈັດການແຂ່ງຂັນກີລາເບສບອນມິດຕະພາບ ລາວ-ເກົາຫຼີ ຂຶ້ນ ຢູ່ທີ່ນະຄອນຫຼວງວຽງຈັນ ແລະ ແນ່ນອນ ໃນປີນີ້ ກໍໄດ້ສືບຕໍ່ຈັດແຂ່ງຂັນກີລາເບສບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳສປປ ລາວ ຂຶ້ນເປັນຄັ້ງທຳອິດ ແລະ ລາຍການນີ້ ຈະເປັນເວທີໃຫ້ແກ່ບັນດານັກກິລາເບສບອນລາວ ກ້າສະແດງອອກດ້ານຄວາມສາມາດຂອງບຕົນ ໄດ້ມີໂອກາດສ້າງຄວາມໄຝ່ຝັນ ພ້ອມທັງຈະປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນການຮ່ຍວມມືມິດຕະພາບ ລະຫວ່າງສອງປະເທດໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

ສໍາລັບ ລາຍການນີ້ດຳເນີນລະຫວ່າງວັນທີ 9 ມັງກອນ ຫາ 27 ກຸມພາ 2021 ເຊິ່ງມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ, ໃນນັ້ນ ທີມຊາຍມີ 3 ທີມ ແລະ ທີມຍິງມີ 3 ທີມ ທັງສອງປະເພດດັ່ງກ່າວ ແມ່ນມາຈາກ 3 ສະໂມສອນ ກໍຄື: ສະໂມສອນ ມສ.ວຽງຈັນ, ສະໂມສອນ J-Brothers ແລະ ສະໂມສອນ Miracle ມະຫາວິທະຍາໄລແຫ່ງຊາດ ເຊິ່ງທັງສອງປະເພດດັ່ງກ່າວຈະແຂ່ງຂັນໃນລະບົບແບບລີກ ແຂ່ງຂັນມີຮອບຂາໄປ-ຂາກັບ ແຂ່ງຂັນສະເພາະແຕ່ວັນເສົາ-ອາທິດ ເລີ່ມເວລາ 12:00 ໂມງຫາ 16:00 ໂມງ ທີ່ສະໜາມກີລາເບສບອນແຫ່ງຊາດ (ຫຼັກ16).