ປູກຢາງພາລາ ພາຫຼາຍຄອບຄົວພົ້ນທຸກ

421

ການປູກຢາງພາລາຢູ່ແຂວງ ບໍລິຄຳໄຊ ມີເນື້ອທີ່ 16 ພັນ ກວ່າເຮັກຕາ, ສາມາດສ້າງອາຊີບໃຫ້ຫຼາຍຄອບຄົວທີ່ມາຮັບຈ້າງປາດເອົານໍ້າຢາງ, ອະນາໄມສວນ ແລະ ຍັງສ້າງລາຍຮັບຈາກການເກັບຄ່າພັນທະຕ່າງໆໃຫ້ລັດໄດ້ 700 – 800 ລ້ານກວ່າກີບຕໍ່ປີ.

ສະຫາຍ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາວ່າ: ຂະແໜງກະສິກຳມີພາລະບົດບາດສຳຄັນຫຼາຍຕໍ່ການແກ້ໄຂຄວາມທຸກຍາກ ແລະ ການພັດທະນາເສດຖະກິດຂອງແຂວງ, ໂຄງປະກອບເສດຖະກິດຂອງແຂວງບໍລິຄຳໄຊ ຂະແໜງກະສິກຳ ກວມເອົາ 26% ຂອງລວມຍອດຜະລິດຕະພັນພາຍໃນ, ການຈັດເກັບລາຍຮັບງົບປະມານໄດ້ຕາມແຜນໃນແຕ່ລະປີໄດ້ສຸມໃສ່ຊຸກຍູ້, ສົ່ງເສີມການຜະລິດກະສິກໍາ ເປັນຕົ້ນແມ່ນການປູກຝັງ, ການລ້ຽງສັດ, ໄມ້ອຸດສາຫະກໍາ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ສາມາດສ້າງລາຍຮັບໄດ້ 1.600 ຕື້ກວ່າກີບຕໍ່ປີ, ສິ່ງພົ້ນເດັ່ນແມ່ນການປູກຢາງພາລາ.

ในภาพอาจจะมี 1 คน, กำลังยืน

ປັດຈຸບັນທົ່ວແຂວງມີເນື້ອ ທີ່ປູກຢາງພາລາ ທັງໝົດ 16.930 ເຮັກຕາ, ປາດເອົານໍ້າຢາງໄດ້ແລ້ວ 10.731 ເຮັກຕາ, ຜົນຜະລິດເປັນຢາງກ້ອນ 53.655 ໂຕນ, ລາຄາສະເລ່ຍ 6.000 ກີບຕໍ່ກິໂລ ລວມມູນຄ່າທັງໝົດ 322 ຕື້ກວ່າກີບຕໍ່ປີ. ໃນນີ້, ມີການປູກແບບຄອບຄົວ 5.075 ຄອບຄົວ, ເນື້ອທີ່ 10.191 ເຮັກຕາ, ແບບສັນຍາຮ່ວມຂອງປະຊາຊົນກັບບໍລິສັດ 2+3 ມີ 2 ໂຄງການ ເນື້ອທີ່ 1.207 ເຮັກຕາ ແລະ ສໍາປະທານມີ 21 ໂຄງການ ເນື້ອທີ່ປູກ 5.532 ເຮັກຕາ.

ສະຫາຍ ພັດທະຈອນ ແກ້ວພຸດທະວົງ ໃຫ້ຮູ້ຕື່ມວ່າ: ການ ຊື້ – ຂາຍໄດ້ຈັດຕັ້ງເປັນກຸ່ມເກັບຊື້ 11 ຈຸດ, ມີລານຂາຍ 22 ລານ, ສົ່ງຂາຍໃຫ້ໂຮງງານຜະລິດຢາງກ້ອນ 7 ແຫ່ງ ແລະ ຈໍານວນໜຶ່ງກໍສົ່ງເປັນຢາງກ້ອນອອກຕ່າງປະເທດ, ລາຄາຢາງ 5 – 6 ລ້ານກີບຕໍ່ໂຕນ, ສາມາດສ້າງລາຍຮັບໃຫ້ແກ່ເຈົ້າຂອງສວນ ຫຼື ຜູ້ລົງທຶນ ປະມານ 30 ລ້ານກີບຕໍ່ເຮັກຕາຕໍ່ປີ ເຊິ່ງໄລຍະການສ້າງລາຍຮັບຂອງການປູກຢາງພາລາ ເລີ່ມແຕ່ຕົ້ນຢາງພາລາ ອາຍຸ 7 ປີ ຫາ 32 ປີ ເມື່ອໝົດອາຍຸການປາດເອົານໍ້າຢາງແລ້ວຍັງສາມາດຂາຍຕົ້ນຢາງພາລາເປັນສິນຄ້າໃຫ້ແກ່ໂຮງງານປຸງແຕ່ງໄມ້ຜະລິດເປັນເຄື່ອງເຟີນີເຈີ, ຫີບຫໍ່ບັນຈຸສິນຄ້າໄດ້ອີກ ຂາຍໄດ້ 12 ລ້ານກີບຕໍ່ໜຶ່ງໄລ່.

ในภาพอาจจะมี ต้นไม้, ต้นพืช, สถานที่กลางแจ้ง และธรรมชาติ

ນອກຈາກການປູກຢາງພາລາສ້າງລາຍຮັບໃຫ້ຜູ້ປູກ ແລະ ຜູ້ລົງທຶນແລ້ວ ຍັງສາມາດສ້າງອາຊີບໃຫ້ຫຼາຍຄອບຄົວທີ່ມາຮັບຈ້າງປາດເອົານໍ້າຢາງ, ອະນາໄມສວນ 500.000 – 1.000.000 ກີບຕໍ່ເຮັກຕາຕໍ່ເດືອນ, ຄ່າແຮງງານຮັບຈ້າງປາດນໍ້າຢາງ ແບ່ງຜົນປະໂຫຍດກັບເຈົ້າຂອງສວນ 40/60, ບາງສວນກໍແມ່ນ 50/50 ຈາກການຂາຍຢາງ, ລາຍຮັບສະເລ່ຍ 13 – 15 ລ້ານກີບຕໍ່ເຮັກຕາຕໍ່ປີ. ພ້ອມດຽວກັນນີ້, ຢາງພາລາຍັງສ້າງລາຍຮັບໃຫ້ພາກລັດ ຈາກການເກັບຄ່າພັນທະຕ່າງໆສະເລ່ຍເປັນເງິນ 700 – 800 ລ້ານກວ່າກີບຕໍ່ປີ.

( ຂໍ້ມູນ – ຮູບ: ຂ່າວບໍລິຄຳໄຊ )