ການນໍາທະຫານແຂວງສະຫວັນນະເຂດລົງຢຽ້ມຢາມອ້າຍນ້ອງທະຫານຜູ້ປະຕິບັດໜ້າທີ່ຢູ່ຫ່າງໄກສອກຫຼີກ

247

ໃນລະຫວ່າງວັນທີ 9-10 ມັງກອນ 2021 ທີ່ຜ່ານມາ ສະຫາຍ ພັນໂທ ແຫຼວຄຳ ໄຊຍະສົມບັດ ຮອງຫົວໜ້າຫ້ອງການເມືອງ ທະຫານແຂວງສະຫວັນະເຂດ ພ້ອມດ້ວຍອົງການຈັດຕັ້ງຊາວໜຸ່ມແມ່ຍິງທະຫານແຂວງ ໄດ້ລົງພົບປະຢ້ຽມຢາມ ແລະ ຊຸກຍູ້ນໍ້າໃຈພະນັກງານ-ນັກຮົບກອງຮ້ອຍທະຫານຊາຍແດນ 321 ແລະ 320 ທີ່ປະຕິບັດໜ້າທີ່ວຽກງານຢູ່ເຂດຫ່າງໄກສອກຫຼີກ.

ໃນໂອກາດລົງຢ້ຽມຢາມພົບປະອ້າຍນ້ອງທະຫານໃນຄັ້ງນີ້, ສະຫາຍ ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ຮັບຟັງການລາຍງານຫຍໍ້ຈາກຄະນະພັກ-ຄະນະບັນຊາໃນສອງກົມກອງກ່ຽວກັບວຽກງານການເຄື່ອນໄຫວຕ່າງໆຂອງກົມກອງໃນໄລຍະຜ່ານມາ.

ພ້ອມນີ້, ສະຫາຍ ພັນໂທ ແຫຼວຄຳ ໄຊຍະສົມບັດ ພ້ອມດ້ວຍອົງການຈັດຕັ້ງແມ່ຍິງ ທະຫານແຂວງ ກໍ່ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ຄວາມເປັນຫ່ວງເປັນໃຍພ້ອມເຄື່ອງຕ້ອນຂອງຝາກຈຳນວນໜື່ງໄປຊຸກຍູ້ນໍ້າໃຈອ້າຍນ້ອງພະນັກງານນັກຮົບກອງຮ້ອຍທະຫານຊາຍແດນ 320 ແລະ 321 ທີ່ກຳລັງປະຕິບັດໜ້າທີ່ວຽກງານລຽບຕາມຊາຍແດນລາວ-ຫວຽດດ້ວຍຄວາມຮັບຜິດຊອບສູງ.

ໂອກາດດຽວກັນ ສະຫາຍ ພັນໂທ ນາງ ສົມພະໄທ ໄຊຍະວົງສິນ ຫົວໜ້າພະແນກສະຫະພັນແມ່ຍິງທະຫານແຂວງ ໄດ້ໃຫ້ຮູ້ວ່າ: ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ ທີ່ຈະມາເຖິງນີ້ ອົງການຈັດຕັ້ງຊາວໜຸ່ມແມ່ຍິງທົ່ວທະຫານແຂວງ ໄດ້ປຸກລະດົມນໍ້າໃຈກັນຫາເຄື່ອງຕ້ອນຂອງຝາກເພື່ອນຳໄປຊຸກຍູ້ນໍ້າໃຈອ້າຍນ້ອງທະຫານຊາຍແດນມີເຄື່ອງອຸປະໂພກ-ບໍລິໂພກເປັນຕົ້ນ ໝາກເຜັດ, ປາກະປ໋ອງ, ຢາສີພັນ, ເກືອ, ແປ້ງນົວ, ໝີ່ ແລະ ອື່ນໆ. ນອກນັ້ນຍັງມີເຄື່ອງນຸງຫົ່ມຂອງຜູ້ໃຫ່ຍ ແລະ ເດັກນ້ອຍຈຳນວນຫຼາຍຊຸດ ເພື່ອນຳໄປມອບໃຫ້ບ້ານອອ້ມຂ້າງທີ່ຕົນຕັ້ງທັບຢູ່ທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ.

ຈາກນັ້ນສະຫາຍ ພັນຕີ ແກ້ວເລີດມາ ບຸດຕະວົງ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 320 ກໍ່ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງຕໍ່ຄະນະພັກກອງບັນຊາການ ຄະນະຫ້ອງການເມືອງກໍ່ຄືອົງການຈັດຕັ້ງຊາວໜຸ່ມແມ່ຍິງທົ່ວທະຫານແຂວງ,ທີ່ໄດ້ລົງມາຊຸກຍູ້ນຳໃຈອ້າຍນ້ອງທະຫານຊາຍແດນ 321 ແລະ 320 ເຊິ່ງຍາມໄດກໍ່ໄດ້ເປັນຫ່ວງເປັນໄຍຕໍ່ອ້າຍມາໂດຍຕະຫຼອດ.

ຂໍ້ມູນຈາກ: Media Laos