Monthly Archives: October, 2020

ທ່ານ ທອງລຸນ ສີສຸລິດ ກ່າວຊົມ ຫົວເຫວີຍ ໃນງານວາງສະແດງສິນຄ້າຂອງກອງປະຊຸມສະພາການຄ້າຄັ້ງທີ VIII

ໃນວັນທີ 25 ກັນຍາ ທີ່ຜ່ານມານີ້ ບໍລິສັດ ຫົວເຫວີຍ ປະຈຳລາວ ໄດ້ຮັບກຽດເຂົ້າຮ່ວມກອງປະຊຸມສະພາການຄ້າ ແລະ ອຸດສາຫະກຳຄັ້ງທີ VIII ທີ່ຫໍປະຊຸມແຫ່ງຊາດ. ໃນຂະນະດຽວກັນ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ...

ບໍລິສັດ ລາວຢູນນານຫວູຖ່ານຂວາງເຢ ກຽມສໍາຫຼວດແຮ່ຄໍາຢູ່ແຂວງໄຊສົມບູນ

ແຂວງໄຊສົມບູນ ອະນຸຍາດໃຫ້ ບໍລິສັດ ລາວຢູນນານຫວູຖ່ານຂວາງເຢ ຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ - ເຕັກນິກແຮ່ຄໍາ, ແຮ່ທອງ ແລະ ແຮ່ຕິດພັນອື່ນໆຢູ່ເຂດບ້ານພູກະທະ ເມືອງຮົ່ມ ໃນເນື້ອທີ່ 74,12 ກິໂລຕາແມັດ ເຊິ່ງໄລຍະເວລາຂອງບົດບັນທຶກ ຄວາມເຂົ້າໃຈສະບັບນີ້ແມ່ນ 24 ເດືອນ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU )...

ສະຫາຍ ຄຳຂັນ ຈັນທະວີສຸກ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງອີກສະໄໝ

ກອງປະຊຸມໃຫຍ່ ອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ VIII ໄດ້ດຳເນີນໃນວັນທີ 2-3 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງແຂວງ, ໂດຍການເປັນປະທານຂອງສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫຼວງພະບາງ; ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ມີຜູ້ຕາງໜ້າຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ...

ຊົມເຊີຍ! ນາວາສັກສິດ ປ້ອງກັນແຊັມຊ່ວງເຮືອ 12 ສີພາຍທີ່ທ່າວັດຈັນ ປະຈໍາປີ 2020

ນາວາສັກສິດ ແຊ້ມເກົ່າ ສ້າງຜົນງານຢ່່າງໂດດເດັ່ນ ຊະນະລຽນຕິດນັບຕັ້ງແຕ່ຮອບຄັດເລືອກ ຈົນເຖິງ ຮອບ 4 ທີມ ກ່ອນເຂົ້າຊີງຊະນະເລີດກັບ ບີເຄ ຮອນດ້າ ແລະ ນາວາສັກສິດ ກໍຍັງໂດດເດັ່ນເອົາຊະນະໄປສະບາຍໆ ຄວ້າແຊັມຊ່ວງເຮືອ 12 ສີພາຍ ປະຈໍາປີ 2020 ທີ່ທ່າວັດຈັນ ແລະ ເປັນການປ້ອງກັນແຊັມໄດ້ສໍາເລັດ ເພາະປີ 2019...

ເຄືື່ອງດື່ມ “ສຸຂະພາບ” ຈິບກ່ອນນອນ ສະບາຍທ້ອງ ແຖມ “ຫຼຸດນ້ຳໜັກ” ໄດ້

ໃຜທີ່ມັກຮູ້ສຶກຫິວຍາມຈະເຂົ້ານອນ ແຕ່ກໍບໍ່ຢາກກິນອາຫານໜັກໆ ເພີ່ມແຄລໍລີ້ໃຫ້ຮ່າງກາຍ ມື້ນີ້ເຮົາຈະມາແນະນຳໃຫ້ລອງເຄື່ອງດື່ມເພື່ອສຸຂະພາບ 5 ຢ່າງນີ້ ທີ່ຈະຊ່ວຍໃຫ້ທ່ານນອນຫຼັບສະບາຍ ແຖມຍັງມີປະໂຫຍດຊ່ວຍຫຼຸດນ້ຳໜັກໄດ້ນຳອີກ. 1 ນົມ ນົມອຸ່ນໆ ຈັກຈອກກ່ອນນອນ ໃຫ້ໂປຣຕີນສູງ ຈຶ່ງຊ່ວຍໃຫ້ຮູ້ສຶກອິ່ມຢູ່ທ້ອງແບບສະບາຍໆ ອີກທັງໃນນ້ຳນົມຍັງອຸດົມໄປດ້ວຍແຄລຊຽມ ແລະ ທຣິບໂຕເຟນ ທີ່ຈະຊ່ວຍໃຫ້ເຮົານອນຫຼັບໄດ້ງ່າຍຂຶ້ນ ເຊິ່ງເມື່ອຮ່າງກາຍໄດ້ຮັບການພັກຜ່ອນທີ່ພຽງພໍ ຕື່ນເຊົ້າມາເຮົາກໍ່ຈະຮູ້ສຶກສົດຊື່ນ ບໍ່ຫິວໂຫຍຂອງຫວານໆ ເທົ່ານີ້ກໍ່ຊ່ວຍໃຫ້ເຮົາຢູ່ຫ່າງຈາກຄຳວ່າຕຸ້ຍໄດ້ແລ້ວ. 2 ນ້ຳໝາກນາວ ສຳລັບຄົນທີ່ຖ່າຍຍາກ ມີບັນຫາທ້ອງຜູກຢູ່ເປັນປະຈຳ ຢາກໃຫ້ລອງດື່ມນ້ຳໝາກນາວກ່ອນນອນເບິ່ງຈັກຈອກ ໂດຍປະສົມນ້ຳໝາກນາວ...

WTO  ເຫັນດີໃຫ້ ອີຢູ ເກັບພາສີນຳເຂົ້າຈາກອາເມຣິກາ

ອົງການການຄ້າໂລກ ( WTO ) ເຫັນດີໃຫ້ສະຫະພາບເອີຣົບ ( EU ) ເກັບພາສີນຳເຂົ້າຈາກສະຫະລັດອາເມຣິກາ ຈຳນວນ 4 ພັນລ້ານໂດລາສະຫະລັດ ເພື່ອຕອບໂຕ້ການທີ່ສະຫະລັດໃຫ້ເງິນສະໜັບສະໜູນທີ່ຜິດກົດໝາຍແກ່ ບໍລິສັດໂບອິ້ງ ຜູ້ຜະລິດຍົນລາຍໃຫຍ່ ຂອງສະຫະລັດອາເມຣິກາ. ຄຳຕັດສິນດັ່ງກ່າວໄດ້ສ້າງ ຄວາມເຄັ່ງຕຶງດ້ານການຄ້າ ໃນໄລຍະກ່ອນການເລືອກຕັ້ງປະທານາທິບໍດີສະຫະລັດ ເຊິ່ງຈະມີຂຶ້ນໃນຕົ້ນເດືອນພະຈິກນີ້. ປີຜ່ານມາສະຫະລັດໄດ້ເກັບພາສີນຳເຂົ້າສິນຄ້າຈາກ ອີຢູ ມູນຄ່າ 7,5 ພັນລ້ານໂດລາສະຫະລັດ...

ຜົນສຳຫຼວດຊີ້ ໄບເດັນ ຊະນະ ທຣຳ ໂຕ້ວາທີຮອບທຳອິດ

ຜົນສຳຫຼວດຄວາມຄິດເຫັນຂອງປະຊາຊົນໃນສະຫະລັດອາເມຣິກາ ທີ່ຮັບຊົມການດີເບດ   ( ໂຕ້ວາທີ ) ຮອບທຳອິດ ລະ ຫວ່າງ ປະທານາທິບໍດີ ໂດນັນ ທຣຳ ຕົວແທນຈາກພັກຣີພັບລີກັນ ແລະ ທ່ານ ໂຈ ໄບເດັນ ຕົວແທນຈາກພັກເດໂມແຄຣັດ ເຊິ່ງຖ່າຍທອດສົດທາງສະຖານີໂທລະພາບ CNN ພົບວ່າ 6 ໃນ 10 ຫຼື...

ນາຍົກຍີ່ປຸ່ນ ມີແຜນຢ້ຽມຢຽມຫວຽດນາມ ເປັນປະເທດທຳອິດ ຫຼັງຮັບຕຳແໜ່ງ

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງແຫຼ່ງຂ່າວຈາກລັດຖະບານຍີ່ປຸ່ນ ວ່າ: ທ່ານ ໂຢຊິຮີເດະ ຊູກະ ( Yo -shihide Suga ) ນາຍົກລັດຖະມົນຕີຍີ່ປຸ່ນ ມີແຜນເດີນທາງໄປຢ້ຽມຢາມຫວຽດນາມ ເປັນປະເທດທຳອິດ ຕໍ່ດ້ວຍອິນໂດເນເຊຍ ເຊິ່ງເປັນການເດີນທາງໄປຢ້ຽມຢາມຕ່າງປະເທດຢ່າງເປັນທາງການເປັນຄັ້ງທຳອິດ ພາຍຫຼັງເຂົ້າຮັບຕຳແໜ່ງເປັນນາຍົກລັດຖະມົນຕີຍີ່ປຸ່ນ. ແຜນການເດີນທາງໄປຢ້ຽມຢາມຕ່າງປະເທດຢ່າງເປັນທາງການຂອງນາຍົກລັດຖະມົນຕີຍີ່ປຸ່ນ ຄາດວ່າຈະມີຂຶ້ນໃນກາງເດືອນຕຸລາຈະເຖິງນີ້ ເຊິ່ງຈະໄດ້ພົບປະກັບ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ...

ເມືອງໄຊສະຖານ ເປີດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ຄັ້ງທີ 2

ກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ເມືອງໄຊສະຖານ ແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ່ 2 ໄດ້ຈັດຂຶ້ນວັນທີ 29 ກັນຍາ 2020 ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ເຂົ້າຮ່ວມຂອງສະຫາຍ ໜູໄຊ ນໍກີຢາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ, ມີສະຫາຍ ນາງ ພັດສະດົງ ອາລຸນ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ...

ເອກະຊົນສຳປະທານທີ່ດິນລັດກວ່າ 100 ເຮັກຕາຢູ່ຫຼວງພະບາງ ພັດທະນາກະສິກຳຄົບວົງຈອນ

ຫຼວງພະບາງອະນຸຍາດໃຫ້ບໍລິສັດເອກະຊົນສຳປະທານທີ່ດິນລັດ 150 ເຮັັກຕາ ຢູ່ເມືອງຈອມເພັດພັດທະນາກະສິກຳຄົບວົງຈອນ ເພື່ອເປັນສິນຄ້າເປັນຕົ້ນແມ່ນປູກພຶກຜັກ, ລ້ຽງສັດ ແລະປູກໄມ້ໃຫ້ໝາກອື່ນໆ. ພິທີເຊັນສັນຍາສໍາປະທານທີ່ດິນລັດ ຢູ່ບ້ານໂຄກສະຫວ່າງ ເມືອງຈອມເພັດ ຂອງກຸ່ມບໍລິສັດ ຫຼວງຈະເລີນຟາມ ຈັດຂຶ້ນວັນທີ 29 ກັນຍາ 2020 ນີ້, ຢູ່ພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ ມີ ທ່ານ ສຸກັນ ບຸນຍົງ...
- Advertisment -
Slide
Slide

Most Read

error: Content is protected !!