ສະຫາຍ ຄຳຂັນ ຈັນທະວີສຸກ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງອີກສະໄໝ

434

ກອງປະຊຸມໃຫຍ່ ອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ VIII ໄດ້ດຳເນີນໃນວັນທີ 2-3 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງແຂວງ, ໂດຍການເປັນປະທານຂອງສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫຼວງພະບາງ; ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ມີຜູ້ຕາງໜ້າຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ, ຜູ້ແທນສົມບູນ ຈຳນວນ 264 ສະຫາຍ, ຍິງ 30 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ໃນທົ່ວແຂວງ ຈຳນວນ 23.909 ສະຫາຍ ພ້ອມດ້ວຍ ແຂກຖືກເຊີນ ເຂົ້າຮ່ວມ.


ເນື້ອໃນຂອງກອງປະຊຸມໃຫຍ່ຄັ້ງນີ້ ແມ່ນສຸມໃສ່ພິຈາລະນາ ແລະ ຮັບຮອງເອົາ ຮ່າງລາຍງານການເມືອງ, ບົດສຳຫຼວດການນຳພາ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025); ຮັບຟັງການປະກອບຄຳເຫັນ ຈາກຂະແໜງການ, ກົມກອງ, ຄອບຄົວຕົວແບບ ຈຳນວນໜຶ່ງ, ພ້ອມທັງ ດຳເນີນການປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກແຂວງ ສະໄໝທີ VIII ແລະ ເລືອກເອົາຜູ້ແທນ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI.


ສຳລັບການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ສະໄໝທີ VIII ມີຜູ້ສະໝັກຮັບເລືອກຕັ້ງ ຈຳນວນ 42 ສະຫາຍ ຍິງ 5 ສະຫາຍ, ເລືອກເອົາ 37 ສະຫາຍ ໃນນີ້ ເລືອກໄດ້ ຍິງ 4 ສະຫາຍ.

ຜ່ານການເລືອກຕັ້ງ ແລະ ດຳເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ໄດ້ເປັນເອກະສັນກັນເລືອກເອົາ ຄະນະປະຈຳພັກແຂວງ ຈຳນວນ 11 ສະຫາຍ (ຍິງ 1 ສະຫາຍ) ປະກອບມີ: ສະຫາຍ ຄຳຂັນ ຈັັນທະວີສຸກ, ສະຫາຍ ວົງສະຫວັນ ເທບພະຈັນ, ສະຫາຍ ສຸກັນ ບຸນຍົງ, ສະຫາຍ ສິງຕັນ ໄຊລືຊົ່ງ, ສະຫາຍ ຄຳຫຼ້າ ລຽນປະດິດ, ສະຫາຍ ມອນໄຊ ລາວມົວຊົ່ງ, ສະຫາຍ ພົນຈັດຕະວາ ສົມຈັນ ແກ້ວຈັນດາ, ສະຫາຍ ນາງ ວຽນວິໄລ ດີລະພັນ, ສະຫາຍ ວຽງທອງ ຫັດສະຈັນ, ສະຫາຍ ປອ. ຄຳຄ່ອງ ພົມມະປັນຍາ ແລະ ສະຫາຍ ບຸນເລື່ອມ ມະນີວົງ;

ພ້ອມນັ້ນ ກໍໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ຄຳຂັນ ຈັນທະວີສຸກ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ວົງສະຫວັນ ເທບພະຈັນ ແລະ ສະຫາຍ ສຸກັນ ບຸນຍົງເປັນຮອງເລຂາຄະນະບໍລິຫານງານພັກແຂວງ; ເລືອກເອົາສະຫາຍ ຄຳຫຼ້າ ລຽນປະດິດ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ສົມໝາຍ ສຸທິວົງ, ສະຫາຍ ຄຳພວງ ດວງມະນີ ແລະ ສະຫາຍ ນາງ ສົມໝາຍ ມິນາກອນ ເປັນຮອງປະທານກວດກາພັກແຂວງ; ໃນຂະນະດຽວກັນ ກອງປະຊຸມໃຫຍ່ ໄດ້ເລືອກເອົາຜູ້ແທນສົມບູນ ຈຳນວນ 31 ສະຫາຍ (ຍິງ 4 ສະຫາຍ) ແລະ ສຳຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI.


ອັນສຳຄັນ ກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ທອງລຸນ ສີສຸລິດ ຊຶ່ງກ່ອນອື່ນໝົດ ສະຫາຍ ໄດ້ສະແດງຄວາມຊົມເຊີຍຜົນງານອັນໃຫຍ່ຫຼວງ ແລະ ຫຼາຍດ້ານ ທີ່ຄະນະພັກແຂວງ ກໍ່ຄືຄະນະພັກ ແລະ ອົງການປົກຄອງຂັ້ນຕ່າງໆ ຍາດມາໄດ້ ໃນໄລຍະ 5 ປີຜ່ານມາ, ພ້ອມກັນນີ້ ສະຫາຍໄດ້ເນັ້ນໜັກບາງບັນຫາສຳຄັນ ເພື່ອໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ຜູ້ແທນກອງປະຊຸມ ນຳໄປຄົ້ນຄວ້າ, ຫັນເປັນທິດທາງ ແລະ ແຜນການລະອຽດ ຂອງຄະນະພັກຂັ້ນຂອງຕົນ ໝູນໃຊ້ ແລະ ຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ