Monthly Archives: October, 2020

ຍີ່ປຸ່ນ ມີຜູ້ວ່າງງານ 3% ສູງສຸດໃນຮອບ 3 ປີ

ກະຊວງກິດຈະການພາຍໃນຂອງຍີ່ປຸ່ນ ເປີດເຜີຍເມື່ອວັນທີ 2 ຕຸລາຜ່ານມາວ່າ: ອັດຕາການວ່າງງານໃນປະເທດຍີ່ປຸ່ນ ເພີ່ມຂຶ້ນອີກ 0,1% ເມື່ອເດືອນສິງຫາຜ່ານມາ ເຮັດໃຫ້ມີຜູ້ວ່າງງານຍັບຂຶ້ນເປັນ 3% ເຊິ່ງເປັນສະຖິຕິທີ່ສູງທີ່ສຸດທີ່ມີຄົນຍີ່ປຸ່ນວ່າງງານເຖິງ 3% ນັບແຕ່ປີ 2018 ເປັນຕົ້ນມາ. ດ້ານກະຊວງແຮງງານຂອງຍີ່ປຸ່ນ ເປີດເຜີຍວ່າ: ຢູ່ໃນຍີ່ປຸ່ນມີຕຳແໜ່ງງານວ່າງມີພຽງ 104 ຕຳແໜ່ງ ຕໍ່ແຮງງານທີ່ກຳລັງຫາວຽກເຮັດງານທຳ 100 ຄົນ ໃນເດືອນສິງຫາ ເຊິ່ງເປັນສັດສ່ວນທີ່ຕ່ຳກວ່າເດືອນກໍລະກົດທີ່ມີຕຳແໜ່ງງານວ່າງ...

ປະກາດແຕ່ງຕັ້ງສະພາວິທະຍາສາດ ປະຫວັດສາດການທະຫານຢູ່ວິທະຍາຄານກົມມະດໍາ

ພິທີປະກາດແຕ່ງຕັ້ງສະພາ ວິທະຍາສາດ-ປະຫວັດສາດການທະຫານ ຢູ່ວິທະຍາຄານກົມມະດໍາ ມີຂຶ້ນຢ່າງເປັນທາງການ ໃນວັນທີ 1 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມວິທະຍາຄານໂດຍພາຍ ໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ຄໍາຫມັ້ນ ວັນນະວົງ ຮອງກົມວິທະຍາສາດປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ, ມີທ່ານ ພົນຈັດຕະວາ ບຸນຈັນ ລາດຊະວົງ ຫົວຫນ້າການທະຫານ ວິທະຍາຄານກົມມະດໍາ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ, ມີບັນດາ...

ເຮືອບ້ານດົງເກາະໂລງ ຄອງຂັນຊະນະເລີດຊ່ວງເຮືອປະເພນີທີ່ນະຄອນປາກເຊ

ໃນຕອນເຊົ້າວັນທີ 3 ຕຸລາ 2020 ຜ່ານມາ ຢູ່ທີ່ທ່າສາລາຄຳປາກແມ່ນໍ້າເຊໂດນ ນະຄອນປາກເຊ ແຂວງຈຳປາສັກ ໄດ້ຈັດງານບຸນຊ່ວງເຮືອປະເພນີໃນງານບຸນອອກພັນສາປະວໍລະນາ ປະຈຳປີ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ສີທົນ ແກ້ວພູວົງ ປະທານແນວລາວງສ້າງຊາດແຂວງຈຳປາສັກ, ທ່ານ ອຸດົມສັກ ດີວິໄຊ ເຈົ້ານະຄອນປາກເຊ, ມີບັນດາທ່ານຮອງເຈົ້ານະຄອນ,ການນຳນະຄອນ, ຄະນະສີພາຍເຮືອຊ່ວງແຕ່ລະບ້ານ ພ້ອມດ້ວຍມວນຊົນທີ່ມາຊົມມາເຊຍຢ່າງຫຼວງຫຼາຍ. ທ່ານ ເກດສະໜາ...

ສາຍການບິນຟີລິບປິນແອລາຍ ເລີ່ມປັບໂຄງສ້າງໃໝ່

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຖະແຫຼງການຂອງສາຍການບິນຟີລິບປິນແອລາຍ ໃຫ້ຮູ້ວ່າ: ສາຍການບິນແຫ່ງນີ້ເລີ່ມປັບໂຄງສ້າງຄັ້ງໃຫຍ່ ໂດຍຈະຫຼຸດພະນັກງານລົງແຕ່ 21 - 38% ໂດຍທຳອິດຈະໃຫ້ພະນັກງານລາອອກດ້ວຍຄວາມສະໝັກໃຈກ່ອນ, ສ່ວນໄລຍະທີ 2 ຈະບັງຄັບໃຫ້ລາອອກບາງຕຳແໜ່ງ. ປັດຈຸບັນສາຍການບິນຟີລິບປິນແອລາຍ ແລະ ສາຍການບິນຕົ້ນທຶນຕ່ຳທີ່ເປັນເຄືອຂ່າຍ ມີພະນັກງານທັງໝົດ 7.800 ຄົນ ແລະ ພະນັກງານທັງໝົດໄດ້ຮັບການແຈ້ງວ່າສາຍການບິນຈະຫຼຸດພະນັກງານລົງແຕ່ 21 - 38% ນັບແຕ່ເດືອນກັນຍາເປັນຕົ້ນມາ. ທັງນີ້, ສາຍການບິນຟີລິບປິນແອລາຍ...

ແຂວງບໍ່ແກ້ວ ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 5 ຕຸລາ 2020 ທີ່ຫໍປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານ ແລະ ກ່າວໄຂກອງປະຊຸມຂອງ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້ງແຂວງແຂວງບໍ່ແກ້ວ ມີຜູ້ແທນສົມບູນ 223 ສະຫາຍ, ຍິງ 26 ສະຫາຍ...

ຢູນີເທວ ດຳເນີນບາດກ້າວທີ່ໝັ້ນຄົງ ສະໜອງການປ້ອງກັນ ແລະ ແກ້ໄຂໄພພິບັດ

DC - DR ໃນລາວສູນຂໍ້ມູນ ( Data Center – DC ) ແລະ ສູນສຳຮອງຂໍ້ມູນຫຼັງຈາກໄພພິບັດ ( Disaster Recovery – DR ) ແມ່ນໜຶ່ງໃນບັນດາວິທີການແກ້ໄຂທີ່ສຳຄັນ ແລະ ເປັນແກນຫຼັກຂອງອຸດສາຫະກໍາເຕັກໂນໂລຊີຂໍ້ມູນຂ່າວສານໃນຍຸກດິຈິຕອນ. ຂະນະທີ່ເສດຖະກິດດິຈິຕອນມີລັກສະນະການແຂ່ງຂັນຢ່າງຮຸນແຮງ ຕ້ອງໃຊ້ຄວາມຄິດສ້າງສັນ ແລະ...

ເມືອງທ່າແຕງ ເປີດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາທົ່ວເມືອງທ່າແຕງ ແຂວງເຊກອງ ປະຈຳສົກຮຽນ 2019 - 2020 ໄຂຂຶ້ນເມື່ອບໍ່ດົນມານີ້, ພາຍໃຕ້ການເປັນປະທານຂອງ ທ່ານ ອຸດົມໄຊ ດອມສະຫວັນ ວ່າການຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງທ່າແຕງ, ມີຫົວໜ້າ - ຮອງຫ້ອງການສຶກສາທິການ ແລະ ກີລາເມືອງ, ພ້ອມດ້ວຍພະນັກງານບໍລິຫານວຽກການສຶກສາເຂົ້າຮ່ວມ. ທ່ານ ອຸດົມໄຊ ດອມສະຫວັນ...

ນໍ້າມັນເຄື່ອງມີຜົນຕໍ່ການຫຼຸດຄວາມແຮງຂອງລົດ ຫຼື ບໍ່?

ນໍ້າມັນເຄື່ອງມີຜົນຕໍ່ກໍາລັງ ຄວາມແຮງເຄື່ອງຈັກ ທັງທາງກົງ ແລະ ທາງອ້ອມຢ່າງແນ່ນອນ ເນື່ອງຈາກນໍ້າມັນເຄື່ອງມີຄຸນສົມບັດເປັນຟີມເຄືອບຜະໜັງທໍ່ສູບ, ລູກສູບ ແລະ ແຫວນລູກສູບ ເພື່ອປ້ອງກັນກໍາລັງອັດຂອງເຄື່ອງຈັກຮົ່ວໃນຈັງຫວະອັດ ເຊິ່ງມີຜົນໂດຍກົງກັບແຮງທີ່ເກີດຂຶ້ນໃນຈັງຫວະລະເບີດ ຫຼື ຈັງຫວະກໍາລັງ. ສາເຫດທີ່ນໍ້າມັນເຄື່ອງຫຼຸດລົງ ( ກິນນໍ້າມັນເຄື່ອງ ) ຍ້ອນຫຍັງ? ທຸກມື້ນີ້ການເບິ່ງແຍງຮັກສາລົດຂ້ອນຂ້າງທີ່ຈະງ່າຍບໍ່ມີຫຍັງຫຍຸ້ງຍາກ ເພາະເມື່ອເຖິງກໍານົດກວດໄລຍະທາງສູນບໍລິການຈະທໍາການກວດຕາມຄູ່ມື ເຊິ່ງບາງເທື່ອເຖິງແມ່ນວ່າຈະເບິ່ງແຍງລົດດີສໍ່າໃດກໍມີໂອກາດສ່ຽງທີ່ລົດຈະເກີດບັນຫາຂຶ້ນໄດ້ ໂດຍສະເພາະບັນຫາທີ່ກ່ຽວກັບນໍ້າມັນເຄື່ອງ ເພາະສ່ວນຫຼາຍມັນຈະຫຼຸດລົງຕາມການໃຊ້ງານເປັນປົກກະຕິຢູ່ແລ້ວ ແຕ່ຖ້າມັນຫຼຸດລົງກະທັນຫັນ ໝົດໄວກວ່າທີ່ເຄີຍເປັນແບບນີ້ຂ້ອນຂ້າງທີ່ຈະອັນຕະລາຍ ແລະ...

ມາສເຕີ 7 ກະລັງຕີຮອງແຊັມລາວລີກ 1 ສະໄໝທີ 2 ຕິດຕໍ່ກັນ, ສ່ວນ ເອັສຣາ-ຊ້າງນ້ອຍ ຍາດທີ 3

ມາສເຕີ 7 ເອັຟຊີ ກະລັງຕີການເປັນຮອງແຊັມ ເປບຊີ ລາວລີກ 1 ລະດູການ 2020 ເປັນທີ່ແນ່ນອນແລ້ວ ຫຼັງຈາກທີ່ສາມາດບຽດເອົາຊະນະ ຊ້າງນ້ອຍ ເອັຟຊີ 1-0 ໃນການແຂ່ງຂັນເປບຊີ ລາວລີກ 1 ເມື່ອວັນທີ 3 ຕຸລາ 2020 ຂະນະທີ່ ລາວໂຕໂຢຕ້າ ເອັຟຊີ...

ທຳລາຍປາໝຶກ ປົນເປື້ອນສານເຄມີ 560 ກິໂລ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ກວດຢຶດ ແລະ ທຳລາຍຖິ້ມປາໝຶກແຊ່ໂຊດາໄຟ ແລະ ມີສານຟໍມາລີນປົນເປື້ອນ ນ້ຳໜັກ 560 ກິໂລກຣາມ ມູນຄ່າ 6 ລ້ານກວ່າກີບ. ພິທີທຳລາຍປາໝຶກແຊ່ໂຊດາໄຟ ແລະ ມີສານຟໍມາລີນປົນເປື້ອນ ໄດ້ຈັດຂຶ້ນໃນວັນທີ 2 ຕຸລາ 2020...
- Advertisment -
Slide
Slide

Most Read

error: Content is protected !!