ຍີ່ປຸ່ນ ມີຜູ້ວ່າງງານ 3% ສູງສຸດໃນຮອບ 3 ປີ

104

ກະຊວງກິດຈະການພາຍໃນຂອງຍີ່ປຸ່ນ ເປີດເຜີຍເມື່ອວັນທີ 2 ຕຸລາຜ່ານມາວ່າ: ອັດຕາການວ່າງງານໃນປະເທດຍີ່ປຸ່ນ ເພີ່ມຂຶ້ນອີກ 0,1% ເມື່ອເດືອນສິງຫາຜ່ານມາ ເຮັດໃຫ້ມີຜູ້ວ່າງງານຍັບຂຶ້ນເປັນ 3% ເຊິ່ງເປັນສະຖິຕິທີ່ສູງທີ່ສຸດທີ່ມີຄົນຍີ່ປຸ່ນວ່າງງານເຖິງ 3% ນັບແຕ່ປີ 2018 ເປັນຕົ້ນມາ.

ດ້ານກະຊວງແຮງງານຂອງຍີ່ປຸ່ນ ເປີດເຜີຍວ່າ: ຢູ່ໃນຍີ່ປຸ່ນມີຕຳແໜ່ງງານວ່າງມີພຽງ 104 ຕຳແໜ່ງ ຕໍ່ແຮງງານທີ່ກຳລັງຫາວຽກເຮັດງານທຳ 100 ຄົນ ໃນເດືອນສິງຫາ ເຊິ່ງເປັນສັດສ່ວນທີ່ຕ່ຳກວ່າເດືອນກໍລະກົດທີ່ມີຕຳແໜ່ງງານວ່າງ 108 ຕຳແໜ່ງ ຕໍ່ແຮງງານທີ່ຫາວຽກເຮັດ 100 ຄົນ.

ທັງນີ້, ຍີ່ປຸ່ນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ໜັກໜ່ວງພໍສົມຄວນ ເນື່ອງຈາກວ່າບາງໄລຍະລັດຖະບານໄດ້ປະກາດຫ້າມປະຊາຊົນອອກຈາກເຮືອນ. ນອກຈາກນີ້, ຍັງປິດດ່ານໄດ້ສົ່ງຜົນກະທົບຕໍ່ກິດຈະກຳທາງເສດຖະກິດເຮັດໃຫ້ອັດຕາການຈ້າງງານຫຼຸດລົງ.