ເມືອງທ່າແຕງ ເປີດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາ

164

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາທົ່ວເມືອງທ່າແຕງ ແຂວງເຊກອງ ປະຈຳສົກຮຽນ 2019 – 2020 ໄຂຂຶ້ນເມື່ອບໍ່ດົນມານີ້, ພາຍໃຕ້ການເປັນປະທານຂອງ ທ່ານ ອຸດົມໄຊ ດອມສະຫວັນ ວ່າການຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງທ່າແຕງ, ມີຫົວໜ້າ – ຮອງຫ້ອງການສຶກສາທິການ ແລະ ກີລາເມືອງ, ພ້ອມດ້ວຍພະນັກງານບໍລິຫານວຽກການສຶກສາເຂົ້າຮ່ວມ.

ທ່ານ ອຸດົມໄຊ ດອມສະຫວັນ ວ່າການຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງທ່າແຕງ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ຄົ້ນຄວ້າ ແລະ ຮັບຟັງຜົນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ປະຈຳສົກປີ 2019 – 2020 ແລະ ແຜນພັດທະນາການສຶກສາປະຈຳສົກຮຽນ 2020 – 2021, ເອກະສານແຈ້ງການກ່ຽວກັບການຈັດງານສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 26 ປີ, ລາຍງານການປະຕິບັດໜ້າທີ່ຄູສອນດີ – ຮຽນເກັ່ງ, ລາຍງານການຄຸ້ມຄອງບໍລິຫານຕາມ 7 ໜ້າວຽກຂອງຜູ້ບໍລິຫານໂຮງຮຽນ,

ລາຍງານການສະເໜີແຕ່ງຕັ້ງດຳລົງຕຳແໜ່ງງານຂັ້ນໂຮງຮຽນ, ຊີ້ແຈງການເລື່ອນຊັ້ນ – ຂັ້ນເງິນເດືອນ, ເອກະສານມະຕິກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ແລະ ເອກະສານມະຕິກອງປະຊຸມຜູ້ບໍລິຫານການສຶກສາຂັ້ນແຂວງ, ຜ່ານເອກະສານມະຕິກອງປະຊຸມຄະນະພັກຮາກຖານພະແນກສຶກສາທິການ ແລະ ກີລາແຂວງ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອສືບຕໍ່ເຮັດໃຫ້ການປະຕິບັດໜ້າທີ່ຂອງຜູ້ບໍລິຫານການສຶກສາ ແລະ ກີລາຂັ້ນເມືອງ ແລະ ຂັ້ນໂຮງຮຽນ, ຜູ້ອຳນວຍການໂຮງຮຽນ, ຄູສອນ ແລະ ວິຊາການຂັ້ນເມືອງໃຫ້ມີຜົນສຳເລັດສູງຕາມ 15 ຕົວຊີ້ບອກດ້ານການສຶກສາ.

[ ຮູບ – ຂໍ້ມູນ: ເຈີນ ແດນວົງວິຈິດ ]