ປະກາດແຕ່ງຕັ້ງສະພາວິທະຍາສາດ ປະຫວັດສາດການທະຫານຢູ່ວິທະຍາຄານກົມມະດໍາ

178

ພິທີປະກາດແຕ່ງຕັ້ງສະພາ ວິທະຍາສາດ-ປະຫວັດສາດການທະຫານ ຢູ່ວິທະຍາຄານກົມມະດໍາ ມີຂຶ້ນຢ່າງເປັນທາງການ ໃນວັນທີ 1 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມວິທະຍາຄານໂດຍພາຍ ໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ຄໍາຫມັ້ນ ວັນນະວົງ ຮອງກົມວິທະຍາສາດປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ, ມີທ່ານ ພົນຈັດຕະວາ ບຸນຈັນ ລາດຊະວົງ ຫົວຫນ້າການທະຫານ ວິທະຍາຄານກົມມະດໍາ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ, ມີບັນດາ ພະນັກງານເຂົ້າຮ່ວມ.

ສະຫາຍ ພັນໂທ ສຸລິຍົງ ໄຊຍະວົງ ຮັກສາການຫົວຫນ້າພະແນກການເມືອງ ກົມວິທະຍາສາດ-ປະຫວັດສາດການທະຫານກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດສາດການທະຫານຂັ້ນຮາກຖານຢູ່ວິທະຍາຄານກົມມະດໍາ ເລກທີ 3493/ກປທ ລົງວັນທີ 20 /08/2020 , ອີງຕາມກົດຫມາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ່ II ຫມວດທີ່ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ເຂົ້າໃນຂົງເຂດ ການບູລະນະກົງຈັກການຈັດຕັ້ງ ນໍາພາ-ບັນຊາ ໃນກໍາລັງປະກອບ ອາວຸດໃຫ້ເຂັ້ມແຂງຫນັກແຫນ້ນຮອບ ດ້ານ ເພື່ອເຮັດສໍາເລັດຫນ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຕາມການສະເຫນີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ ຂອງວິທະຍາຄານລະອຽດຄື :


1. ພົນຈັດຕະວາ ບຸນຈັນ ລາດຊະວົງ ຫົວຫນ້າການທະຫານ ເປັນປະທານ
2. ພັນໂທ ປອ ສັນຕິສຸກ ກາງພູວົງ ຫົວຫນ້າຫ້ອງວິທະຍາສາດ-ປະຫວັດສາດການທະຫານ ເປັນຮອງປະທານ
3. ພັນໂທ ປ.ອ ອຸດົມໄຊ ເມືອງໂຄດ ຮອງຫົວຫນ້າຫ້ອງວິທະຍາສາດ-ປະຫວັດສາດການທະຫານ ຜູ້ປະຈໍາການ.


4. ພັນໂທ ປ.ອ ສົມໄຫວ ແຫນງໄຊຄຸນ ຮອງຫົວຫນ້າການເມືອງ ເປັນຄະນະ                                                                                         5. ພັນໂທ ບົວໄລ ສີລັກສາ ຮອງຫົວຫນ້າການທະຫານ ເປັນຄະນະ

  1. ພັນໂທ ປະດິດ ສິນທໍາ ຮອງຫົວຫນ້າຫ້ອງອົບຮົມ-ກໍ່ສ້າງ ເປັນຄະນະ                                                                                               7. ພັນໂທ ປ.ອ ທອງດໍາ ແສງສຸລິຈັນ ຫົວຫນ້າຄະນະວິຊາຄູເສນາ-ບັນຊາ ເປັນຄະນະ
  2. ພັນໂທ ຫີນເພັດ ລັດຕະນະໄພວັນ ຫົວຫນ້າຄະນະວິຊາຄູ ວຽກງານພັກ-ວຽກງານ ການເມືອງ ເປັນຄະນະ
  3. ພັນໂທ ແສງຈະລິດ ແກ້ວໄຊຍະວົງ ຫົວຫນ້າພະແນກວິທະຍາສາດການເມືອງ ເປັນຄະນະ

  1. ພັນໂທ ສຸລິຍາ ຕັ້ງວົງທອງ ຫົວຫນ້າຄະນະວິຊາຄູທິດສະດີມາກ-ເລນິນ ເປັນຄະນະ                                                                               11. ພັນໂທ ບຸນຮັງ ຄໍາດາລາວົງ ຫົວຫນ້າພະແນກການເງິນ ເປັນຄະນະ |


ທັງນີ້ກະເພື່ອແນ່ໃສ່ເຮັດໃຫ້ພາລະບົດບາດ, ສິດຫນ້າທີ່ ແລະ ລະບຽບການເຄື່ອນໄຫວຂອງ ສະພາວິທະຍາສາດ-ປະຫວັດສາດການທະຫານ ຂັ້ນຮາກຖານ ປະກອບດ້ວຍພະນັກງານ ຫລັກແຫລ່ງ ຢູ່ບັນດາກອງພົນ-ກອງບັນຊາການທະຫານແຂວງ ຜູ້ມີຄວາມຮູ້ ຄວາມສາມາດ, ກໍາແຫນ້ນແນວທາງນະໂຍບາຍຂອງພັກ ແລະ ເຂົ້າໃນຂົງເຂດການຂີດຂຽນ, ປະຫວັດມູນເຊື້ອຂອງກົມກອງ ແລະ ບັນດາ  ໂຄງການຫລັກສູດຕ່າງໆ ທີ່ມີລັກສະນະຕິດພັນກັບປະຫວັດສາດຂອງຊາດ, ຂອງກອງ ທັບປະຊາຊົນລາວ.

ຂ່າວ : ວັນນະເລດ ລໍວັນໄຊ ພາບ : ພຸດສະດີ ບຸນມີໄຊ