ມາສເຕີ 7 ກະລັງຕີຮອງແຊັມລາວລີກ 1 ສະໄໝທີ 2 ຕິດຕໍ່ກັນ, ສ່ວນ ເອັສຣາ-ຊ້າງນ້ອຍ ຍາດທີ 3

122

ມາສເຕີ 7 ເອັຟຊີ ກະລັງຕີການເປັນຮອງແຊັມ ເປບຊີ ລາວລີກ 1 ລະດູການ 2020 ເປັນທີ່ແນ່ນອນແລ້ວ ຫຼັງຈາກທີ່ສາມາດບຽດເອົາຊະນະ ຊ້າງນ້ອຍ ເອັຟຊີ 1-0 ໃນການແຂ່ງຂັນເປບຊີ ລາວລີກ 1 ເມື່ອວັນທີ 3 ຕຸລາ 2020 ຂະນະທີ່ ລາວໂຕໂຢຕ້າ ເອັຟຊີ ຮັກສາສະຖິຕິຊະນະລວດເປັນນັດທີ 4 ແລະ ບໍ່ເສຍຈັດນັດເປັນນັດທີ 11 ຕິດຕໍ່ກັນ.

ສະຖານະການກ່ອນການແຂ່ງຂັນ ມາສເຕີ 7 ເອັຟຊີ ຂໍພຽງ 1 ຄະແນນ ໃນນັດທີ່ລົງສະໜາມພົບ ຊ້າງນ້ອຍ ເອັຟຊີ ກໍຈະກະລັງຕີຄວ້າຮອງແຊັມໄປຄອງເປັນທີ່ແນ່ນອນ ແລະ ໃນວັນແຂ່ງຂັນຕົວຈິງ ມາສເຕີ 7 ເອັຟຊີ ກໍເຮັດໄດ້ສໍາເລັດ ເມື່ອ ບຸນທະວີ ສີປະສົງ ມາຍິງປະຕູຂຶ້ນນໍາ 1-0 ແລະ ເປັນປະຕູໄຊໃຫ້ກັບ ມາສເຕີ 7 ເອັຟຊີ ບຽດເອົາຊະນະ ຊ້າງນ້ອຍ ເອັຟຊີ ໄປຫວຸດຫວິດ 1-0 ເກັບເພີ່ມເປັນ 22 ຄະແນນ ໜີຫ່າງອັນດັບ 3 ຊ້າງນ້ອຍ ເອັຟຊີ ທີ່ມີ 14 ຄະແນນໄປຂາດລອຍ ເຮັດໃຫ້ ມາສເຕີ 7 ເອັຟຊີ ກະລັງຕີອັນດັບ 2 ແນ່ນອນແລ້ວ ແລະ ເປັນຮອງແຊັມ 2 ສະໄໝຕິດຕໍ່ກັນ ເພາະເຫຼືອການແຂ່ງຂັນພຽງ 1 ນັດ.

ຂະນະທີ່ ອີກຄູ່ໜຶ່ງ ລາວໂຕໂຢຕ້າ ເອັຟຊີ ສາມາດເອົາຊະນະ ວຽງຈັນ ເອັຟຊີ 3-0 ຈາກການຍິງຂອງ ໂກເມສ ຄອສຕ້າ ( ຍິງຈຸດໂທດ ) ນາທີໆ 32, ພຸດດາວີ ພົມມະສານ ນາທີໆ 45+3 ແລະ ໂລ້ ວິພັດ ນາທີໆ 90+2 ຮັກສາສະຖິຕິຊະນະ 4 ນັດລວດ ແລະ ສະຖິຕິບໍ່ເສຍຈັກນັດເປັນນັດທີ 11 ໃນລະດູການນີ້ ລຸ້ນນັດສຸດທ້າຍ ຖ້າຊະນະແມ່ນຈະສ້າງສະຖິຕິບໍ່ເສຍຈັກນັດໃນລະດູການນີ້.

ສໍາລັບ ລາວລີກ 1 ປະຈຸບັນຮູ້ຜົນທີ່ແນ່ນອນແລ້ວກໍຄື ລາວໂຕໂຢຕ້າ ເອັຟຊີ ລົງສະໜາມ 11 ນັດມີ 29 ຄະແນນເປັນແຊັມເປັນທີ່ແນ່ນອນແລ້ວ ເຊິ່ງຈະມີການມອບຂັນແຊັມຢ່າງເປັນທາງການ ຫຼັງຈົບການແຂ່ງຂັນນັດສຸດທ້າຍໃນວັນທີ 11 ຕຸລາ 2020 ແລະ ອັນດັບ 2 ເປັນຂອງ ມາສເຕີ 7 ເອັຟຊີ.

ສ່ວນການຍາດອັນດັບ 3 ປັດຈຸບັນແມ່ນຍັງເຫຼືອ 2 ທີມທີ່ຍັງມີລຸ້ນຄື: ເອັສຣາ ເອັຟຊີ ກັບ ຊ້າງນ້ອຍ ເອັຟຊີ ໂດຍນັດຫຼ້າສຸດ ເອັສຣາ ເອັຟຊີ ສາມາດເອົາຊະນະ ວຽງຈັນ ເອັຟທີ 5-0 ເຮັດໃຫ້ເກັບເພີ່ມເປັນ 16 ຄະແນນ ຈາກການແຂ່ງຂັນຄົບແລ້ວ 12 ນັດ.

ເຮັດໃເອັສຣາ ເອັຟຊີ ຈະໄດ້ພຽງແຕ່ນັ່ງເບິ່ງ ແລະ ລຸ້ນນັດສຸດທ້າຍຂອງ ຊ້າງນ້ອຍ ເອັຟຊີ ( ປັດຈຸບັນມີ 14 ຄະແນນ ) ທີ່ຈະລົງສະໜາມພົບກັບ ວຽງຈັນ ເອັຟຊີ ໃນນັດສຸດທ້າຍວັນທີ 10 ຕຸລາ 2020 ເຊິ່ງຖ້າຫາກ ຊ້າງນ້ອຍ ຊະນະກໍຈະໄດ້ອັນດັບ 3 ຄອງທັນທີ, ແຕ່ຖ້າຫາກ ຊ້າງນ້ອຍ ເອັຟຊີ ສະດຸດ ອັນດັບ 3 ກໍຈະຕົກເປັນຂອງ ເອັສຣາ ທັນທີ.