ທຳລາຍປາໝຶກ ປົນເປື້ອນສານເຄມີ 560 ກິໂລ

159

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ກວດຢຶດ ແລະ ທຳລາຍຖິ້ມປາໝຶກແຊ່ໂຊດາໄຟ ແລະ ມີສານຟໍມາລີນປົນເປື້ອນ ນ້ຳໜັກ 560 ກິໂລກຣາມ ມູນຄ່າ 6 ລ້ານກວ່າກີບ.

ພິທີທຳລາຍປາໝຶກແຊ່ໂຊດາໄຟ ແລະ ມີສານຟໍມາລີນປົນເປື້ອນ ໄດ້ຈັດຂຶ້ນໃນວັນທີ 2 ຕຸລາ 2020 ທີ່ສະໜາມບຳບັດຂີ້ເຫຍື້ອຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ.ນວ, ມີຫົວໜ້າ – ຮອງຫົວໜ້າຂະແໜງການຄ້າພາຍໃນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ສຳເລັດ ເພັດພອນສັກ ຫົວໜ້າຂະແໜງການຄ້າພາຍໃນ ກ່າວວ່າ: ປະຕິບັດຕາມແຜນການການເຄື່ອນໄຫວວຽກງານຂອງພະແນກ ອຄ.ນວ ໂດຍເຫັນໄດ້ຄວາມສໍາຄັນຂອງວຽກງານຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ – ຄ້າຂາຍນອກລະບົບທຸກຮູບແບບ, ການຂາຍ ແລະ ສະໜອງອາຫານໃຫ້ແກ່ສັງຄົມບໍ່ມີຄວາມປອດໄພ, ບໍ່ໄດ້ມາດຕະຖານ, ເຈືອປົນ, ປົນເປື້ອນສານເຄມີ ຫຼື ໝົດອາຍຸການບໍລິໂພກ, ໄລຍະຜ່ານມາ ພະແນກ ອຄ.ນວ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາຢ່າງເປັນປະຈໍາ ເຊິ່ງໃນວັນທີ 30 ກັນຍາ 2020 ຕາມການແຈ້ງເບາະແສຂອງພົນລະເມືອງດີ. ສະນັ້ນ, ເຈົ້າໜ້າທີ່ກວດກາການຄ້າພະແນກ ອຄ.ນວ ໄດ້ສົມທົບກັບຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງນາຊາຍທອງ ແລະ ອົງການປົກຄອງບ້ານນາງ່າ ໄດ້ລົງກວດກາສະຖານທີ່ປຸງແຕ່ງປາໝຶກແຊ່ ເຊິ່ງເປັນຂອງ ນາງ ພຸດທະສອນ ອາຊີບຄ້າຂາຍ, ປັດຈຸບັນຢູ່ບ້ານນາງ່າ ເມືອງນາຊາຍທອງ ຜ່ານການກວດກາພົບເຫັນປາໝຶກແຊ່ໂຊດາໄຟ ຈໍານວນ 560 ກິໂລ ຄິດເປັນມູນຄ່າ 6.900.000 ກີບ.

ອີງຕາມການສອບຖາມຜູ້ກ່ຽວໄດ້ຍອມຮັບວ່າ ຕົນເອງແມ່ນໄດ້ຊື້ປາໝຶກມາຈາກປະເທດເພື່ອນບ້ານ ຂົນສົ່ງໃສ່ລົດເມມາລົງຄິວລົດ 13 ໃຕ້ ໂດຍບໍ່ມີເອກະສານຢັ້ງຢືນແຫຼ່ງທີ່ມາ ເປັນຕົ້ນ: ໃບແຈ້ງເສຍພາສີ ແລະ ໃບຢັ້ງຢືນສຸຂະນາໄມສັດ ມາປຸງແຕ່ງເປັນປາໝຶກແຊ່ໂຊດາໄຟ ເພື່ອນຳສົ່ງຂາຍໃຫ້ລູກຄ້າຢູ່ບັນດາຕະຫຼາດ, ສ່ວນສະຖານທີ່ປຸງແຕ່ງປາໝຶກແຊ່ໂຊດາໄຟ ແມ່ນບໍ່ມີໃບອະນຸຍາດຈາກພາກສ່ວນທີ່ກ່ຽວ. ສະນັ້ນ, ທາງເຈົ້າໜ້າທີ່ກວດກາການຄ້າ ພະແນກ ອຄ.ນວ ຈຶ່ງໄດ້ເຮັດບົດບັນທຶກ, ຢຶດເອົາປາໝຶກແຊ່ໂຊດາໄຟມາເກັບຮັກສາໄວ້ຢູ່ພະແນກ, ສຳລັບສະຖານທີ່ປຸງແຕ່ງແມ່ນໃຫ້ຢຸດເຊົາ ແລະ ໄດ້ນຳເອົາຕົວຢ່າງໄປກວດຫາສານຕົກຄ້າງຢູ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຜົນການວິໄຈແມ່ນພົບເຫັນສານເຄມີຟໍມາລີນປົນເປື້ອນ ບໍ່ສາມາດບໍລິໂພກໄດ້. ດັ່ງນັ້ນ, ທາງພະແນກຈຶ່ງໄດ້ອອກຂໍ້ຕົກລົງຮິບເປັນຂອງລັດ ແລະ ຈັດພິທີທຳລາຍຖິ້ມ.

ທ່ານ ນັນຕາ ສານຸວົງ ກ່າວວ່າ: ສຳລັບປີ 2020 ນີ້ ເປັນຄັ້ງທຳອິດທີ່ພວກເຮົາໄດ້ຢຶດ ແລະ ທຳລາຍສິນຄ້າປະເພດນີ້ ແລະ ພວກເຮົາຍັງຈະສືບຕໍ່ຄົ້ນຫາຈາກເບາະແສ ເພື່ອແນໃສ່ສະກັດກັ້ນການນຳເຂົ້າບໍ່ຖືກຕ້ອງຕາມລະບຽບການ ແລະ ເປັນການປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກໃຫ້ໄດ້ບໍລິໂພກສິນຄ້າທີ່ມີຄຸນນະພາບ ແລະ ບໍ່ເປັນອັນຕະລາຍຕໍ່ຊີວິດ ແລະ ອັນສຳຄັນແມ່ນເປັນການປົກປ້ອງການຜະລິດພາຍໃນອີກດ້ວຍ, ທິດທາງໃນຕໍ່ໜ້າແມ່ນຈະສືບຕໍ່ຕິດຕາມກວດກາຢ່າງເປັນປົກກະຕິ ແນໃສ່ໂຄສະນາ ແລະ ເຜີຍແຜ່ລະບຽບການໃຫ້ແກ່ຜູ້ຜະລິດ, ຜູ້ປຸງແຕ່ງ ແລະ ຜູ້ຈຳໜ່າຍສິນຄ້າໄດ້ຮັບຊາບ ແລະ ບໍ່ໃຫ້ນຳເອົາສິນຄ້າທີ່ບໍ່ໄດ້ຄຸນນະພາບ, ເຈືອນປົນ, ປົນເປື້ອນສານເຄມີ ຫຼື ໝົດອາຍຸ ມາຈຳໜ່າຍໃຫ້ແກ່ສັງຄົມທີ່ອາດສ້າງ ຄວາມເສຍຫາຍແກ່ຊີວິດ, ສຸຂະພາບ ແລະ ຊັບສິນຂອງຜູ້ບໍລິໂພກ ແລະ ເປັນການຍົກສູງສະຕິໃນການເລືອກຊື້ສິນຄ້າຂອງຜູ້ບໍລິໂພກ ແລະ ສະຕິໃນການເຄົາລົບລະບຽບກົດໝາຍຂອງຜູ້ຂາຍ ໂດຍສະເພາະແມ່ນເວລານຳເຂົ້າສິນຄ້າເຄື່ອງຂອງຕ້ອງມີການປະຕິບັດພັນທະຢ່າງຄົບຖ້ວນ.

ພ້ອມຝາກເຖິງອຳນາດການປົກຄອງທ້ອງຖິ່ນບ້ານ, ເມືອງ ແລະ ທຸກພາກສ່ວນໃນສັງຄົມ ຂໍຄວາມຮ່ວມມືຊ່ວຍເປັນຫູເປັນຕາຫາກພົບເຫັນການຜະລິດ, ປຸງແຕ່ງ ແລະ ຈໍາໜ່າຍສິນຄ້າບໍ່ຖືກຕ້ອງຕາມລະບຽບການ, ສິນຄ້າໝົດອາຍຸ ຫຼື ສິນຄ້າທີ່ຜິດຕໍ່ລະບຽບກົດໝາຍ ແມ່ນໃຫ້ແຈ້ງເຈົ້າໜ້າທີ່ກວດກາການຄ້າທຸກຂັ້ນ ຫຼື ແຈ້ງສາຍດ່ວນປົກປ້ອງສິດຜົນປະໂຫຍດຜູ້ຊົມໃຊ້ 1510 ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຈຳກັດບໍ່ໃຫ້ສິນຄ້າດັ່ງກ່າວແຜ່ລາມ ຫຼື ມີຈຳໜ່າຍຢູ່ນະຄອນຫຼວງວຽງຈັນ ຢ່າງເດັດຂາດ.