ນໍ້າມັນເຄື່ອງມີຜົນຕໍ່ການຫຼຸດຄວາມແຮງຂອງລົດ ຫຼື ບໍ່?

214

ນໍ້າມັນເຄື່ອງມີຜົນຕໍ່ກໍາລັງ ຄວາມແຮງເຄື່ອງຈັກ ທັງທາງກົງ ແລະ ທາງອ້ອມຢ່າງແນ່ນອນ ເນື່ອງຈາກນໍ້າມັນເຄື່ອງມີຄຸນສົມບັດເປັນຟີມເຄືອບຜະໜັງທໍ່ສູບ, ລູກສູບ ແລະ ແຫວນລູກສູບ ເພື່ອປ້ອງກັນກໍາລັງອັດຂອງເຄື່ອງຈັກຮົ່ວໃນຈັງຫວະອັດ ເຊິ່ງມີຜົນໂດຍກົງກັບແຮງທີ່ເກີດຂຶ້ນໃນຈັງຫວະລະເບີດ ຫຼື ຈັງຫວະກໍາລັງ.

ສາເຫດທີ່ນໍ້າມັນເຄື່ອງຫຼຸດລົງ ( ກິນນໍ້າມັນເຄື່ອງ ) ຍ້ອນຫຍັງ?

ທຸກມື້ນີ້ການເບິ່ງແຍງຮັກສາລົດຂ້ອນຂ້າງທີ່ຈະງ່າຍບໍ່ມີຫຍັງຫຍຸ້ງຍາກ ເພາະເມື່ອເຖິງກໍານົດກວດໄລຍະທາງສູນບໍລິການຈະທໍາການກວດຕາມຄູ່ມື ເຊິ່ງບາງເທື່ອເຖິງແມ່ນວ່າຈະເບິ່ງແຍງລົດດີສໍ່າໃດກໍມີໂອກາດສ່ຽງທີ່ລົດຈະເກີດບັນຫາຂຶ້ນໄດ້ ໂດຍສະເພາະບັນຫາທີ່ກ່ຽວກັບນໍ້າມັນເຄື່ອງ ເພາະສ່ວນຫຼາຍມັນຈະຫຼຸດລົງຕາມການໃຊ້ງານເປັນປົກກະຕິຢູ່ແລ້ວ ແຕ່ຖ້າມັນຫຼຸດລົງກະທັນຫັນ ໝົດໄວກວ່າທີ່ເຄີຍເປັນແບບນີ້ຂ້ອນຂ້າງທີ່ຈະອັນຕະລາຍ ແລະ ມີຫຼາຍກວ່າໜຶ່ງສາເຫດ.

ສໍາລັບບັນຫານໍ້າມັນເຄື່ອງໝົດ ອາດເກີດຂຶ້ນໄດ້ຈາກສາເຫດເຫຼົ່ານີ້:

1 ເຄື່ອງຍົນມີບ່ອນຮົ່ວຊຶມຂອງນໍ້າມັນເຄື່ອງ ສິ່ງທໍາອິດທີ່ຕ້ອງເຮັດຄືໃຫ້ເບິ່ງຈຸດທີ່ຈອດລົດເປັນປະຈໍາວ່າມີນໍ້າມັນຢອດລົງພື້ນ ຫຼື ບໍ່, ຈາກນັ້ນຈຶ່ງຄ່ອຍໄປກວດຫາຄາບນໍ້າມັນຕາມຢາງຕ່າງໆ ແລະ ເຄື່ອງຈັກ ເນື່ອງຈາກລາຍການຊິ້ນສ່ວນພວກນີ້ມີອາຍຸ ແລະ ມີການເສື່ອມສະພາບໄປຕາມການໃຊ້ງານ ແລະ ຖ້າພົບຈຸດຮົ່ວຊຶມແລ້ວໃຫ້ຮີບຟ້າວເຂົ້າໄປສູນບໍລິການ ເພື່ອທໍາການສ້ອມແປງແກ້ໄຂ ຫຼື ປ່ຽນໃໝ່ໂດຍໄວ.

2 ເຄື່ອງຈັກເຮັດວຽກໃນສະພາບມີຄວາມຮ້ອນສູງກວ່າປົກກະຕິ ເນື່ອງຈາກລະບົບລະບາຍຄວາມຮ້ອນເຮັດວຽກຜິດປົກກະຕິ ຫຼື ຂັບຂີ່ທາງໄກເປັນເວລາດົນ ເມື່ອກັບມາກວດເບິ່ງພັດພົບວ່ານໍ້າມັນເຄື່ອງໝົດໄປຫຼາຍຜິດປົກກະຕິກວ່າທີ່ເຄີຍເປັນ ໃຫ້ຮີບຮ້ອນນໍາລົດເຂົ້າໄປສູນບໍລິການທັນທີ.

3 ເຄື່ອງຈັກເປ່ເພຫຼາຍ ໂດຍສະເພາະທໍ່ສູບ, ລູກສູບ, ແຫວນສູບ, ຊຸດວາວ ເຮັດໃຫ້ນໍ້າມັນເຄື່ອງບາງສ່ວນຖືກເຜົາໄໝ້ອອກໄປທາງທໍ່ອາຍເສຍ.

4 ສາເຫດອື່ນໆ

ຄວັນດໍາເກີດຈາກນໍ້າມັນເຄື່ອງ ຫຼື ບໍ່?

ສາເຫດຂອງຄວັນດໍາສ່ວນຫຼາຍເກີດກັບເຄື່ອງຈັກກາຊວນ ເຜົາໄໝ້ນໍ້າມັນເຊື້ອໄຟໃນທໍ່ສູບບໍ່ໝົດ.

ໄລຍະເວລາໃນການປ່ຽນນໍ້າມັນເຄື່ອງທີ່ເໝາະສົມ

ເນື່ອງຈາກຜູ້ຂັບຂີ່ລົດຕ້ອງການໃຫ້ເຄື່ອງຈັກສາມາດເຮັດວຽກໄດ້ຢ່າງມີປະສິດທິພາບຕະຫຼອດການໃຊ້ງານ ຈຶ່ງມີການປ່ຽນຖ່າຍນໍ້າມັນເຄື່ອງຕາມໄລຍະເວລາທີ່ຜູ້ຜະລິດລົດລະບຸໄວ້ໃນຄູ່ມືປະຈໍາລົດ ເຊິ່ງຈະລະບຸຊະນິດມາດຕະຖານຄຸນນະພາບຂັ້ນຕໍ່າ ລວມເຖິງລະບຸໄລຍະເວລາໃນການປ່ຽນຖ່າຍໄວ້.

ປັດຈຸບັນນໍ້າມັນເຄື່ອງ ໄດ້ມີການພັດທະນາຄຸນນະພາບດ້ານການໃຊ້ງານໃຫ້ສູງຂຶ້ນຕາມມາດຕະຖານສາກົນ ໂດຍປະສົມສານເພີ່ມຄຸນນະພາບໃຫ້ເໝາະສົມກັບການໃຊ້ງານຂອງເຄື່ອງຈັກ ແລະ ມີອາຍຸການໃຊ້ງານເພີ່ມຫຼາຍຂຶ້ນ ນໍ້າມັນເຄື່ອງຈຶ່ງມີຫຼາຍຊະນິດຫຼາຍລະດັບຄຸນນະພາບ ເຊິ່ງມີປະລິມານສານເພີ່ມຄຸນນະພາບຕ່າງກັນ ແລະ ຮັກສາຄຸນສົມບັດທີ່ດີຂອງນໍ້າມັນເຄື່ອງໄວ້ໄດ້ໃນໄລຍະເວລາທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ອົງປະກອບທົ່ວໄປທີ່ສາມາດໃຊ້ໃນການຕັດສິນໃຈໃນການປ່ຽນຖ່າຍນໍ້າມັນເຄື່ອງຄື: ໄລຍະທາງ, ໄລຍະເວລາ ( ຂຶ້ນກັບວ່າຄົບກໍານົດຕົວໃດກ່ອນ ) ລວມທັງສະພາບການໃຊ້ງານ ດັ່ງນີ້:

1 ໄລຍະທາງກ່ຽວກັບຊະນິດຂອງນໍ້າມັນເຄື່ອງເປັນຫຼັກ ແຕ່ກໍຕ້ອງຂຶ້ນຢູ່ກັບອົງປະກອບອື່ນເຊັ່ນ: ນໍ້າມັນເຄື່ອງທໍາມະດາກໍານົດການປ່ຽນຖ່າຍ 7.000 – 7.500 ກິໂລແມັດ, ນໍ້າມັນເຄື່ອງເຄິ່ງສັງເຄາະ 10.000 – 15.000 ກິໂລແມັດ, ນໍ້າມັນເຄື່ອງສັງເຄາະ 15.000 – 20.000 ກິໂລແມັດ.

2 ລົດບາງຄັນຈອດປະໄວ້ເປັນເວລາດົນ, ນໍ້າມັນເຄື່ອງສາມາດເສື່ອມສະພາບລົງໄດ້ຈຶ່ງມີຄວາມຈໍາເປັນຕ້ອງປ່ຽນຖ່າຍຕາມໄລຍະເວລາ ເຖິງແມ່ນວ່າໄລຍະທາງຍັງບໍ່ຄົບຕາມກໍານົດກໍຕາມ ເພື່ອໃຫ້ສາມາດໃຊ້ງານໄດ້ຢ່າງມີປະສິດທິພາບ ນໍ້າມັນເຄື່ອງທໍາມະດາກໍານົດ 6 ເດືອນ, ນໍ້າມັນເຄື່ອງເຄິ່ງສັງເຄາະ 6 – 9 ເດືອນ, ນໍ້າມັນເຄື່ອງສັງເຄາະ ປະມານ 1 ປີ.

3 ສະພາບການໃຊ້ງານສົ່ງຜົນໂດຍກົງ ແລະ ກ່ຽວຂ້ອງກັບໄລຍະທາງ, ໄລຍະທີ່ໃຊ້ນໍ້າມັນ ໂດຍສະເພາະຢ່າງຍິ່ງການໃຊ້ລົດໃນສະພາບການຈະລາຈອນຕິດຂັດ ຫຼື ເສັ້ນທາງທີ່ເຕັມໄປດ້ວຍຝຸ່ນ ແລະ ລົດທີ່ໃຊ້ງານໜັກກວ່າປົກກະຕິ ເຊັ່ນ: ຂັບລົດໄລຍະສັ້ນໆເປັນປະຈໍາ, ບັນທຸກເຄື່ອງໜັກຫຼາຍ, ຂັບລົດລຸຍຝົນ ຫຼື ລຸຍນໍ້າຖ້ວມເປັນປະຈໍາ ຫຼື ເຄື່ອງຈັກທີ່ຕ້ອງການຄວາມໄວສູງສຸດ ເຊັ່ນ: ລົດແຂ່ງ ເຊິ່ງຕ້ອງໝັ້ນໃຈວ່າຄຸນນະສົມບັດຂອງນໍ້າມັນເຄື່ອງຕ້ອງບໍ່ຫຼຸດລົງ ຄວນຈະຕ້ອງປ່ຽນຖ່າຍກ່ອນໄລຍະທາງ ຫຼື ໄວກວ່າກໍານົດ.