ສາຍການບິນຟີລິບປິນແອລາຍ ເລີ່ມປັບໂຄງສ້າງໃໝ່

124

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຖະແຫຼງການຂອງສາຍການບິນຟີລິບປິນແອລາຍ ໃຫ້ຮູ້ວ່າ: ສາຍການບິນແຫ່ງນີ້ເລີ່ມປັບໂຄງສ້າງຄັ້ງໃຫຍ່ ໂດຍຈະຫຼຸດພະນັກງານລົງແຕ່ 21 – 38% ໂດຍທຳອິດຈະໃຫ້ພະນັກງານລາອອກດ້ວຍຄວາມສະໝັກໃຈກ່ອນ, ສ່ວນໄລຍະທີ 2 ຈະບັງຄັບໃຫ້ລາອອກບາງຕຳແໜ່ງ.

ປັດຈຸບັນສາຍການບິນຟີລິບປິນແອລາຍ ແລະ ສາຍການບິນຕົ້ນທຶນຕ່ຳທີ່ເປັນເຄືອຂ່າຍ ມີພະນັກງານທັງໝົດ 7.800 ຄົນ ແລະ ພະນັກງານທັງໝົດໄດ້ຮັບການແຈ້ງວ່າສາຍການບິນຈະຫຼຸດພະນັກງານລົງແຕ່ 21 – 38% ນັບແຕ່ເດືອນກັນຍາເປັນຕົ້ນມາ.

ທັງນີ້, ສາຍການບິນຟີລິບປິນແອລາຍ ລະບຸວ່າ: ໄດ້ຕັ້ງເປົ້າຫຼຸດພະນັກງານລົງທຸກພະແນກການໃຫ້ໄດ້ 35% ຂອງພະນັກງານທີ່ມີຢູ່, ທັງນີ້ສາຍການບິນດັ່ງກ່າວນີ້ມີຄວາມຈຳເປັນຕ້ອງຫຼຸດຕົ້ນທຶນລົງ ໂດຍໜຶ່ງໃນແຜນຫຼຸດຕົ້ນທຶນດັ່ງກ່າວຈະຕ້ອງໄດ້ຫຼຸດຈຳນວນພະນັກງານລົງເພື່ອຄວາມຢູ່ລອດຂອງບໍລິສັດ ແລະ ຄາດວ່າຈະໃຊ້ເວລາຢ່າງໜ້ອຍ 2 – 3 ປີກວ່າທຸລະກິດການບິນຈະຟື້ນຕົວຄືນມາ.