ເຄືື່ອງດື່ມ “ສຸຂະພາບ” ຈິບກ່ອນນອນ ສະບາຍທ້ອງ ແຖມ “ຫຼຸດນ້ຳໜັກ” ໄດ້

129

ໃຜທີ່ມັກຮູ້ສຶກຫິວຍາມຈະເຂົ້ານອນ ແຕ່ກໍບໍ່ຢາກກິນອາຫານໜັກໆ ເພີ່ມແຄລໍລີ້ໃຫ້ຮ່າງກາຍ ມື້ນີ້ເຮົາຈະມາແນະນຳໃຫ້ລອງເຄື່ອງດື່ມເພື່ອສຸຂະພາບ 5 ຢ່າງນີ້ ທີ່ຈະຊ່ວຍໃຫ້ທ່ານນອນຫຼັບສະບາຍ ແຖມຍັງມີປະໂຫຍດຊ່ວຍຫຼຸດນ້ຳໜັກໄດ້ນຳອີກ.

1 ນົມ

ນົມອຸ່ນໆ ຈັກຈອກກ່ອນນອນ ໃຫ້ໂປຣຕີນສູງ ຈຶ່ງຊ່ວຍໃຫ້ຮູ້ສຶກອິ່ມຢູ່ທ້ອງແບບສະບາຍໆ ອີກທັງໃນນ້ຳນົມຍັງອຸດົມໄປດ້ວຍແຄລຊຽມ ແລະ ທຣິບໂຕເຟນ ທີ່ຈະຊ່ວຍໃຫ້ເຮົານອນຫຼັບໄດ້ງ່າຍຂຶ້ນ ເຊິ່ງເມື່ອຮ່າງກາຍໄດ້ຮັບການພັກຜ່ອນທີ່ພຽງພໍ ຕື່ນເຊົ້າມາເຮົາກໍ່ຈະຮູ້ສຶກສົດຊື່ນ ບໍ່ຫິວໂຫຍຂອງຫວານໆ ເທົ່ານີ້ກໍ່ຊ່ວຍໃຫ້ເຮົາຢູ່ຫ່າງຈາກຄຳວ່າຕຸ້ຍໄດ້ແລ້ວ.

2 ນ້ຳໝາກນາວ

ສຳລັບຄົນທີ່ຖ່າຍຍາກ ມີບັນຫາທ້ອງຜູກຢູ່ເປັນປະຈຳ ຢາກໃຫ້ລອງດື່ມນ້ຳໝາກນາວກ່ອນນອນເບິ່ງຈັກຈອກ ໂດຍປະສົມນ້ຳໝາກນາວ 1 ໜ່ວຍກັບນ້ຳອຸ່ນ 1 ຈອກ ຄົນໃຫ້ເຂົ້າກັນແລ້ວດື່ມ ວິທີນີ້ຈະຊ່ວຍໃຫ້ແກ້ທ້ອງຜູກໄດ້ເປັນຢ່າງດີ ແລະ ສິ່ງຕົກຄ້າງໃນລຳໃສ້ກໍຈະຫຼຸດລົງ ເຊິ່ງເມື່ອລະບົບຂັບຖ່າຍດີກໍ່ຈະສົ່ງຜົນດີຕໍ່ການຫຼຸດນ້ຳໜັກຂອງເຮົາໄປພ້ອມ.

3 ນ້ຳເຜິ້ງ

ນ້ຳເຜິ້ງມີລົດຊາດທີ່ຫວານ ແລະ ມີປະລິມານນ້ຳຕານທີ່ໄດ້ມາຈາກທຳມະຊາດຢູ່ຫຼາຍ (ຮ່າງກາຍດູດຊຶມໄປໃຊ້ໄດ້ໄວ) ແຕ່ຖ້າຫາກເຮົາດື່ມນ້ຳເຜິ້ງ 1 ບ່ວງແກງ ປະສົມນ້ຳອຸ່ນ 1 ຈອກກ່ອນນອນ ເຄື່ອງດື່ມທີ່ເວົ້າມານີ້ຈະໃຫ້ເອນໄຊສຳຄັນຫຼາກຫຼາຍຊະນິດກັບຮ່າງກາຍ ເຊິ່ງຈະຊ່ວຍກະຕຸ້ນການເຮັດວຽກຂອງລະບົບຍ່ອຍອາຫານໄດ້ ດື່ມເຂົ້າໄປແລ້ວຈະຮູ້ສຶກສະບາຍທ້ອງ.

ນອກຈາກນີ້ ລົດຊາດຫວານຈາກນ້ຳເຜິ້ງຈະໄປກະຕຸ້ນໃຫ້ຮ່າງກາຍຜະລິດອິນຊູລິນ ແລະ ຫຼັ່ງເຊໂຣໂທນິນ ຮໍໂມນແຫ່ງຄວາມສຸກອອກມາ ຈາກນັ້ນເຊໂຣໂທນິນຈະປ່ຽນຕົວເອງເປັນເມລາໂທນິນ ຮໍໂມນທີ່ພາໃຫ້ຮູ້ສຶກງ່ວງ ແລະ ຮູ້ສຶກຢາກນອນຫຼັບອີກ.