ທ່ານ ທອງລຸນ ສີສຸລິດ ກ່າວຊົມ ຫົວເຫວີຍ ໃນງານວາງສະແດງສິນຄ້າຂອງກອງປະຊຸມສະພາການຄ້າຄັ້ງທີ VIII

102

ໃນວັນທີ 25 ກັນຍາ ທີ່ຜ່ານມານີ້ ບໍລິສັດ ຫົວເຫວີຍ ປະຈຳລາວ ໄດ້ຮັບກຽດເຂົ້າຮ່ວມກອງປະຊຸມສະພາການຄ້າ ແລະ ອຸດສາຫະກຳຄັ້ງທີ VIII ທີ່ຫໍປະຊຸມແຫ່ງຊາດ.

ໃນຂະນະດຽວກັນ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຢ້ຽມຊົມຮ້ານວາງສະແດງ ຫົວເຫວີຍ ແລະ ໄດ້ຮັບຟັງການອະທິບາຍຈາກທ່ານ ຫູ ເຫວີຍຫົວ ປະທານ ບໍລິສັດ ຫົວເຫວີຍ ປະຈຳລາວ ກ່ຽວກັບໂທລະສັບມືຖືລຸ້ນໃໝ່ທີ່ສາມາດຮອງຮັບ 5G, ສິນຄ້າໃໝ່ເຊັ່ນ: Huawei IdeaHub ລະບົບວິດີໂອປະຊຸມທາງໄກ ແລະ ໂຊລູຊັນໄອຊີທີຕ່າງໆ.

ຍິ່ງໄປກວ່ານັ້ນພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍ່ໄດ້ໃຫ້ຄວາມສົນໃຈຫຼາຍກ່ຽວກັບໂທລະສັບມືຖືທີ່ສາມາດຮອງຮັບ 5G ຊຶ່ງຂາຍໃນລາຄາທີ່ປະຊາຊົນລາວສາມາດຊື້ເປັນເຈົ້າຂອງໄດ້ ແລະ ຍ້ອງຍໍຊົມເຊີຍ ຫົວເຫວີຍ ໃນດ້ານທີ່ມີສິນຄ້າຄຸນນະພາບດີ ແລະ ຫວັງວ່າ 5G, ສູນຂໍ້ມູນ ແລະ ໂຊລູຊັນອື່ນໆຈະມີການປ່ຽນແປງໃນການພັດທະນາດິຈີຕອນລາວ.