ຊົມເຊີຍ! ນາວາສັກສິດ ປ້ອງກັນແຊັມຊ່ວງເຮືອ 12 ສີພາຍທີ່ທ່າວັດຈັນ ປະຈໍາປີ 2020

178

ນາວາສັກສິດ ແຊ້ມເກົ່າ ສ້າງຜົນງານຢ່່າງໂດດເດັ່ນ ຊະນະລຽນຕິດນັບຕັ້ງແຕ່ຮອບຄັດເລືອກ ຈົນເຖິງ ຮອບ 4 ທີມ ກ່ອນເຂົ້າຊີງຊະນະເລີດກັບ ບີເຄ ຮອນດ້າ ແລະ ນາວາສັກສິດ ກໍຍັງໂດດເດັ່ນເອົາຊະນະໄປສະບາຍໆ ຄວ້າແຊັມຊ່ວງເຮືອ 12 ສີພາຍ ປະຈໍາປີ 2020 ທີ່ທ່າວັດຈັນ ແລະ ເປັນການປ້ອງກັນແຊັມໄດ້ສໍາເລັດ ເພາະປີ 2019 ກໍະເປັນແຊັມລາຍການນີ້.

ສ່ວນອັນດັບ 3 ທິດາ ພາໂລ ທີ່ເອົາຊະນະ ມັງກອນ 88 ໃນຮອບຊີງອັນດັບ 3

ສໍາລັບ ການແຂ່ງຂັນເຮືອກີລາ 12 ສີພາຍປີນີ້ມີ 12 ລໍາເຂົ້າຮ່ວມແຂ່ງຂັນ ເຊິ່ງຈະແຂ່ງຂັນພາຍໃນມື້ດຽວຈົບໃນວັນທີ 3 ຕຸລາ 2020 ແຂ່ງມື້ດຽວສໍາເລັດ.
ໂດຍຜົນການຈັບສະຫຼາກແບ່ງສາຍມີດັ່ງນີ້:

#ສາຍ ກ: ເທບພະບຸດເຕົ່າທອງ, ໂນແກ໋ດ ແລະ ພະຍາສີສຸດທໍາ ( ລໍາມໍເຕີ )
#ສາຍ ຂ: ທິດາສາຍແວວ, ເມືອງຈັນທະບູລີ ແລະ ເພັດມີໄຊ

#ສາຍ ຄ: ເທບນາຄາ, ນາວາສັກສິດ ແລະ ບີເຄ ຮອນດ້າ
#ສາຍ ງ: ບ້ານຫ້ອມ ( ທິດາພາໂລ ), ປາໂຍກນໍາໂຊກ ແລະ ບ້ານແສນດິນ

ສໍາລັບເງິນລາງວັນແມ່ນເພີ່ມຂຶ້ນຈາກ 5 ລ້ານມາເປັນ 10 ລ້ານກີບສໍາລັບຊະນະເລີດ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ 8 ລ້ານກີບພ້ອມຂັນ 1 ໜ່ວຍ, ອັນດັບ 3 ໄດ້ 6 ລ້ານກີບ ພ້ອມຂັນ 1 ໜ່ວຍ ແລະ ອັນດັບ 4 ໄດ້ 4 ລ້ານກີບ.