ຜົນສຳຫຼວດຊີ້ ໄບເດັນ ຊະນະ ທຣຳ ໂຕ້ວາທີຮອບທຳອິດ

103

ຜົນສຳຫຼວດຄວາມຄິດເຫັນຂອງປະຊາຊົນໃນສະຫະລັດອາເມຣິກາ ທີ່ຮັບຊົມການດີເບດ   ( ໂຕ້ວາທີ ) ຮອບທຳອິດ ລະ ຫວ່າງ ປະທານາທິບໍດີ ໂດນັນ ທຣຳ ຕົວແທນຈາກພັກຣີພັບລີກັນ ແລະ ທ່ານ ໂຈ ໄບເດັນ ຕົວແທນຈາກພັກເດໂມແຄຣັດ ເຊິ່ງຖ່າຍທອດສົດທາງສະຖານີໂທລະພາບ CNN ພົບວ່າ 6 ໃນ 10 ຫຼື ກວ່າ 60% ຕອບວ່າ ໄບແດນ ສາມາດອະພິປາຍໄດ້ດີກວ່າ ທຣຳ, ມີພຽງ 29% ເທົ່ານັ້ນທີ່ຍົກໃຫ້ ທຣຳ ເໜືອກວ່າ.

ຜົນສຳຫຼວດພົບວ່າປະມານ 2 ໃນ 3 ຂອງຜູ້ຊົມການດີເບດ ກ່າວວ່າ: ໂດຍພາບລວມແລ້ວຄຳຕອບຂອງ ທ່ານ ໄບເດັນ ມີ ຄວາມໜ້າເຊື່ອຖືຫຼາຍກວ່າປະທານາທິບໍດີ ທຣຳ ( ໄບເດັນ 65%, ທຣຳ 29% ); ສ່ວນການກ່າວໂຈມຕີເຊິ່ງກັນ ແລະ ກັນນັ້ນ ( ວິພາກວິຈານຄູ່ແຂ່ງ ) ຜູ້ຊົມສ່ວນໃຫຍ່ ຫຼື ປະມານ 69% ຄິດວ່າການໂຈມຕີຂອງ ທ່ານ ໄບເດັນ ຖືວ່າເໝາະສົມ ແລະ ມີຄວາມຍຸຕິທຳ, ໃນຂະນະທີ່ການວິພາກວິຈານຂອງທຣຳ ຕໍ່ ໄບເດັນ ຜູ້ຊົມປະມານ 32% ຖືວ່າມີຄວາມເປັນທຳ.

ຜົນສຳຫຼວດຍັງພົບວ່າຜູ້ຮັບຊົມການດີເບດສ່ວນໃຫຍ່ຊື່ນຊົມການອະພິປາຍຂອງ ທ່ານ ໂຈ ໄບເດັນ ໂດຍກ່າວວ່າ: ພວກເຂົາເຊື່ອໃນຄຳເວົ້າຂອງ ໄບເດັນ ຫຼາຍກວ່າ ທຣຳ ໃນຫຼາຍປະເດັນ ລວມເຖິງປະເດັນເລື່ອງສີຜິວ ( ເຊື່ອໄບເດັນ 66%, ເຊື່ອທຣຳ 29% ), ປະເດັນລະບົບປະກັນສຸຂະພາບ ( ເຊື່ອໄບເດັນ 66%, ເຊື່ອທຣຳ 32% ), ປະເດັນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ( ເຊື່ອໄບເດັນ 64%, ເຊື່ອທຣຳ 34% ), ປະເດັນການສະເໜີຊື່ຜູ້ພິພາກສາສານສູງ ( ສານດີກາ ) ( ເຊື່ອໄບເດັນ 54%, ເຊື່ອທຣຳ 43% ).

ສ່ວນປະເດັນທາງເສດຖະກິດນັ້ນຜູ້ຮັບຊົມການດີເບດ 50% ກ່າວວ່າ: ພວກເຂົາຖືກໃຈການອະພິປາຍຂອງໄບເດັນ ແລະ ອີກ 48% ຕອບວ່າຖືກໃຈການອະພິປາຍຂອງທຣຳ. ແນວໃດກໍຕາມ, ຜູ້ຮັບຊົມການດີເບດຄັ້ງນີ້ ກວ່າ 57% ບອກວ່າບໍ່ມີຜົນຕໍ່ການຕັດສິນໃຈເລືອກປະທານາທິບໍດີຂອງສະຫະລັດ ເຊິ່ງຈະມີຂຶ້ນໃນຕົ້ນເດືອນພະຈິກນີ້.

ຜົນສຳຫຼວດຄັ້ງນີ້ເປັນການສຳຫຼວດຂອງສຳນັກວິໄຈ SSRS ຜ່ານການສຳພາດຜູ້ຊົມທາງໂທລະສັບ ລວມເຖິງການສຳພາດຜູ້ມີສິດເລືອກຕັ້ງ ຈຳນວນ 568 ຄົນ ໃນການຮັບຊົມການດີເບດ ໂດຍຜົນສຳຫຼວດ ຄັ້ງນີ້ມີຄວາມຄາດເຄື່ອນບວກ ລົບ ບໍ່ເກີນ 6,3%.