ນາຍົກຍີ່ປຸ່ນ ມີແຜນຢ້ຽມຢຽມຫວຽດນາມ ເປັນປະເທດທຳອິດ ຫຼັງຮັບຕຳແໜ່ງ

170

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງແຫຼ່ງຂ່າວຈາກລັດຖະບານຍີ່ປຸ່ນ ວ່າ: ທ່ານ ໂຢຊິຮີເດະ ຊູກະ ( Yo -shihide Suga ) ນາຍົກລັດຖະມົນຕີຍີ່ປຸ່ນ ມີແຜນເດີນທາງໄປຢ້ຽມຢາມຫວຽດນາມ ເປັນປະເທດທຳອິດ ຕໍ່ດ້ວຍອິນໂດເນເຊຍ ເຊິ່ງເປັນການເດີນທາງໄປຢ້ຽມຢາມຕ່າງປະເທດຢ່າງເປັນທາງການເປັນຄັ້ງທຳອິດ ພາຍຫຼັງເຂົ້າຮັບຕຳແໜ່ງເປັນນາຍົກລັດຖະມົນຕີຍີ່ປຸ່ນ.

ແຜນການເດີນທາງໄປຢ້ຽມຢາມຕ່າງປະເທດຢ່າງເປັນທາງການຂອງນາຍົກລັດຖະມົນຕີຍີ່ປຸ່ນ ຄາດວ່າຈະມີຂຶ້ນໃນກາງເດືອນຕຸລາຈະເຖິງນີ້ ເຊິ່ງຈະໄດ້ພົບປະກັບ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ການນຳຂັ້ນສູງຂອງຫວຽດນາມຈຳນວນໜຶ່ງ; ຫຼັງຈາກນັ້ນຈະເດີນທາງຢ້ຽມຢາມອິນໂດເນເຊຍ ແລະ ຈະພົບປະກັບ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ອິນໂດເນເຊຍ.

ຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຈະຕັດສິນໃຈອີກຄັ້ງໜຶ່ງ ເພື່ອກວດສອບສະຖານະການການແຜ່ລະບາດຂອງພະຍາດໂຄວິດ – 19 ທັງຢູ່ໃນຍີ່ປຸນ ແລະ ປະເທດທີ່ຈະເດີນທາງຢ້ຽມຢາມ ເຊິ່ງສະຖານະການການແຜ່ລະບາດຢູ່ຫວຽດນາມ ແລະ ອິນໂດເນເຊຍ ສາມາດຄວບຄຸມໄດ້ແລ້ວ.