WTO  ເຫັນດີໃຫ້ ອີຢູ ເກັບພາສີນຳເຂົ້າຈາກອາເມຣິກາ

119

ອົງການການຄ້າໂລກ ( WTO ) ເຫັນດີໃຫ້ສະຫະພາບເອີຣົບ ( EU ) ເກັບພາສີນຳເຂົ້າຈາກສະຫະລັດອາເມຣິກາ ຈຳນວນ 4 ພັນລ້ານໂດລາສະຫະລັດ ເພື່ອຕອບໂຕ້ການທີ່ສະຫະລັດໃຫ້ເງິນສະໜັບສະໜູນທີ່ຜິດກົດໝາຍແກ່ ບໍລິສັດໂບອິ້ງ ຜູ້ຜະລິດຍົນລາຍໃຫຍ່ ຂອງສະຫະລັດອາເມຣິກາ.

ຄຳຕັດສິນດັ່ງກ່າວໄດ້ສ້າງ ຄວາມເຄັ່ງຕຶງດ້ານການຄ້າ ໃນໄລຍະກ່ອນການເລືອກຕັ້ງປະທານາທິບໍດີສະຫະລັດ ເຊິ່ງຈະມີຂຶ້ນໃນຕົ້ນເດືອນພະຈິກນີ້. ປີຜ່ານມາສະຫະລັດໄດ້ເກັບພາສີນຳເຂົ້າສິນຄ້າຈາກ ອີຢູ ມູນຄ່າ 7,5 ພັນລ້ານໂດລາສະຫະລັດ ເພື່ອຕອບໂຕ້ການທີ່ ອີຢູ ສະໜັບສະໜູນແອບັສເຊິ່ງເປັນຄູ່ແຂ່ງຂອງໂບອິ້ງ.

ສະຫະລັດ ແລະ ອີຢູ ໄດ້ຮັບຊາບການຕັດສິນຂອງຄະນະອະນຸຍາໂຕຕຸລາການ WTO ເມື່ອວັນທີ 25 ກັນຍາຜ່ານມາ, ສ່ວນຄຳຕັດສິນດັ່ງກ່າວຄາດວ່າຈະມີການເຜີຍແຜ່ໃນໄວໆນີ້.