ເມືອງໄຊສະຖານ ເປີດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ຄັ້ງທີ 2

107

ກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ເມືອງໄຊສະຖານ ແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ່ 2 ໄດ້ຈັດຂຶ້ນວັນທີ 29 ກັນຍາ 2020 ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ເຂົ້າຮ່ວມຂອງສະຫາຍ ໜູໄຊ ນໍກີຢາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ, ມີສະຫາຍ ນາງ ພັດສະດົງ ອາລຸນ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ເຂົ້າຮ່ວມ.

ສະຫາຍ ນາງ ພັດສະດົງ ອາລຸນ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ກ່າວວ່າ: ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກ ແລະ ກວດກາປະເມີນ ປະຈໍາປີ 2020 ມີສະມາຊິກຊາວໜຸ່ມໄດ້ປະເພດແຂງ 1.356 ສະຫາຍ ຍິງ 577 ສະຫາຍ, ປະເພດກາງ 394 ສະຫາຍ ຍິງ 173 ສະຫາຍ, ປະເພດອ່ອນ 1 ສະຫາຍ, ບໍ່ແບ່ງ 10 ສະຫາຍ ຍິງ 3 ສະຫາຍ; ປະເພດໜ່ວຍໄດ້ປະເພດແຂງ 38 ໜ່ວຍຮາກຖານ ແລະ 12 ໜ່ວຍຊາວໜຸ່ມ, 3 ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ, ປະເພດກາງ 4 ໜ່ວຍຮາກຖານ. ສາມາດຕີລາຄາບຸກທາງດ້ານການເມືອງ ປະຕິບັດໄດ້ 92%, ບຸກທາງດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ປະຕິບັດໄດ້ 88%, ບຸກທາງດ້ານການຈັດຕັ້ງປະຕິບັດໄດ້ 89% ແລະ ບຸກທາງດ້ານການສ້າງວິຊາຊີບວຽກເຮັດງານທໍາ ປະຕິບັດໄດ້ 89% ສະເລ່ຍທັງ 4 ດ້ານປະຕິບັດໄດ້ 89,5%.