ເອກະຊົນສຳປະທານທີ່ດິນລັດກວ່າ 100 ເຮັກຕາຢູ່ຫຼວງພະບາງ ພັດທະນາກະສິກຳຄົບວົງຈອນ

174

ຫຼວງພະບາງອະນຸຍາດໃຫ້ບໍລິສັດເອກະຊົນສຳປະທານທີ່ດິນລັດ 150 ເຮັັກຕາ ຢູ່ເມືອງຈອມເພັດພັດທະນາກະສິກຳຄົບວົງຈອນ ເພື່ອເປັນສິນຄ້າເປັນຕົ້ນແມ່ນປູກພຶກຜັກ, ລ້ຽງສັດ ແລະປູກໄມ້ໃຫ້ໝາກອື່ນໆ. ພິທີເຊັນສັນຍາສໍາປະທານທີ່ດິນລັດ ຢູ່ບ້ານໂຄກສະຫວ່າງ ເມືອງຈອມເພັດ ຂອງກຸ່ມບໍລິສັດ ຫຼວງຈະເລີນຟາມ ຈັດຂຶ້ນວັນທີ 29 ກັນຍາ 2020 ນີ້, ຢູ່ພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ ມີ ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຕາງໜ້າພະແນກການກ່ຽວຂ້ອງ ແລະຜູ້ພັດທະນາໂຄງການເຂົ້າຮ່ວມ.

ໂຄງການພັດທະນາກະສິກໍາຄົບວົງຈອນ ເພື່ອຜະລິດເປັນສິນຄ້າ ເພື່ອຈໍາໜ່າຍພາຍໃນ ແລະສົ່ງອອກຕ່າງປະເທດ ເປັນການຮ່ວມມືພັດທະນາ ລະຫວ່າງກຸ່ມບໍລິສັດຫຼວງຈະເລີນຟາມ ແລະອົງການປົກຄອງແຂວງຫຼວງພະບາງ ຕັ້ງຢູ່ບ້ານໂຄກສະຫວ່າງ ເມືອງຈອມເພັດ ຫ່າງຈາກເທດສະບານເມືອງປະມານ 4 ກິໂລແມັດ ແລະຫ່າງຈາກເສັ້ນທາງຫຼວງແຫ່ງຊາດເລກທີ່ ສີ່ເບ ອີກ 4 ກິໂລແມັດ ໂດຍໄດ້ຮັບການອານຸມັດຈາກອົງການປົກຄອງແຂວງ ຕາມລະບຽບ ແລະກົດໝາຍການລົງທືນຂອງລັດ ມີເນື້ອທີ່ສໍາປະທານຈໍານວນ 150 ເຮັກຕາ, ມີອາຍຸການສໍາປະທານ 30 ປີ, ເລີ່ມແຕ່ມື້ເຊັນສັນຍາເປັນຕົ້ນໄປ ເປັນການລົງທຶນເອກະຊົນພາຍໃນ 100%.

ພາບປະກອບຂ່າວ

ເບື້ອງຕົ້ນບໍລິສັດຈະສ້າງເສັ້ນທາງປູຢາງ ເຂົ້າຫາພື້ນທີ່ພັດທະນາໂຄງການ ກວ້າງ 7 ແມັດ ພ້ອມທັງຕິດຕັ້ງເສົາໄຟ, ຄວາມຍາວ 4 ກິໂລແມັດ ໃຫ້ສໍາເລັດພາຍໃນ 6 ເດືອນ. ຈາກນັ້ນ ຈະສ້າງຕັ້ງຟາມງົວ, ປູກຕົ້ນໄມ້ໃຫ້ໝາກ, ພັດກະສິກໍາສະອາດ ແລະສ້າງສູນສຶກສາຮຽນຮູ້ດ້ານກະສິກໍາ ໂດຍເນັ້ນໃສ່ການພັດທະນາກະສິກໍາຄົບວົງຈອນ ເພື່ອຜະລິດເປັນສິນຄ້າ ຈໍາໜ່າຍພາຍໃນ ແລະສົ່ງອອກຕ່າງປະເທດ ລວມມູນຄ່າການພັດທະນາໂຄງການ 44 ລ້ານໂດລາສະຫະລັດ.

ເປັນພາບປະກອບຂ່າວເທົ່ານັ້ນ

ໂອກາດນີ້ ທ່ານຮອງເຈົ້າແຂວງຫຼວງພະບາງໄດ້ມີຄຳເຫັນ ເນັ້ນໃຫ້ຜູ້ພັດທະນາໂຄງການ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອສຸມໃສ່ບັນດາໜ້າວຽກທີ່ໄດ້ວາງແຜນໄວ້ ແນໃສ່ປະກອບສ່ວນການພັດທະນາແຂວງຫຼວງພະບາງໃຫ້ນັບມື້ນັບດີຂື້ນ.
ຮ່ວມລົງນາມໃນສັນຍາ ຝ່າຍອົງການປົກຄອງແຂວງຫຼວງພະບາງ ຕາງໜ້າໂດຍ ທ່ານ ນາງ ສີລີພອນ ສຸພັນທອງ ຫົວໜ້າພະແນກແຜນການ ແລະ ການລົງທືນແຂວງ, ຝ່າຍກຸມບໍລິສັດສຳປະທານຕາງໜ້າໂດຍ ທ່ານ ວິລະເດດ ໂຄຕິເສນ ປະທານກຸ່ມບໍລິສັດຫຼວງຈະເລີນ ໂດຍຊ່ອງຫນ້າຜູ້ເຂົ້າຮ່ວມ ເປັນສັກຂີພິຍານ.

ຂ່າວ: ອາພຸດເດດ ບຸບຜາ