Monthly Archives: October, 2020

ປກສ ສະຫວັນນະເຂດ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດໃໝ່.

ໃນວັນທີ 30 ກັນຍາ 2020 ທີ່ຜ່ານມາ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ພົຈວ. ສຸວັນນີ ສີສຸພາບມີໄຊ ຮອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ພັອ. ສົມໝາຍ...

ວິທະຍາໄລສະຫວັນບໍລິຫານທຸລະກິດ ສະຫຼຸບສົກສຶກສາ 2019 – 2020

ວິທະຍາໄລສະຫວັນບໍລິຫານທຸລະກິດ ຈັດພິທີສະຫຼຸບສົກຮຽນ 2019 - 2020 ແລະ ມອບປະກາສະນີຍະບັດໃຫ້ຜູ້ທີ່ສຳເລັດການສຶກສາລະດັບຊັ້ນສູງ ໃນວັນທີ 25 ກັນຍາ 2020 ໂດຍເປັນປະທານຂອງ ທ່ານ ກິຄຳ ພິມບຸນຍໍ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ມີທ່ານ ຄຳເພົ້າ ພັນທຸລັກ ອຳນວຍການວິທະຍາໄລສະຫວັນບໍລິຫານທຸລະກິດ, ທ່ານ ຄຳພູວີ...

ທິບພະຍະປະກັນໄພ ຮ່ວມມືກັບ ທະນາຄານເອຊີລີດາລາວ ໃຫ້ບໍລິການລູກຄ້າ

ບໍລິສັດ ທິບພະຍະປະກັນໄພ ຈໍາກັດ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການຮ່ວມມືກັບ ທະນາຄານເອຊີລີດາລາວ ຈຳກັດ ເພື່ອເພີ່ມການພົວພັນ ແລະ ຮ່ວມມືສົ່ງເສີມໃຫ້ເກີດຜົນປະໂຫຍດສູງສຸດ ໂດຍການນຳສະເໜີຜະລິດຕະພັນ ແລະ ການບໍລິການທາງດ້ານການເງິນທີ່ດີທີ່ສຸດໃຫ້ແກ່ລູກຄ້າ. ພິທີເຊັນສັນຍາມີຂຶ້ນໃນວັນທີ 1 ຕຸລາ 2020 ທີ່ສໍານັກງານໃຫຍ່ ບໍລິສັດ ທິບພະຍະປະກັນໄພ ນະຄອນຫຼວງວຽງຈັນ ເປັນກຽດໃນພິທີເຊັນສັນຍາໂດຍ ທ່ານ ດຣ. ຮາຍ...

ຊົມເຊີຍ! ປະຊາຊົນ 2ບ້ານສາມັກຄີສ້ອມແປງທາງຍາວ 2 ກິໂລແມັດ

ໃນວັນທີ 28 ກັນຍາ 2020 ຜ່ານມານີ້ ປະຊາຊົນບ້ານດະເຊ້ຍໂພນຫີນ ແລະ ບ້ານດະເຊ້ຍນ້ອຍ ໄດ້ສາມັກຄີກັນສ້າງຂະບວນການອອກແຮງງານສ້ອມແປງເສັ້ນທາງທີ່ຢູ່ຂອບ​ເຂດທັງ 2 ບ້ານ; ພາຍໃຕ້ການນໍາພາຂອງທ່ານ ກົງຕາ ທະນະພົນ, ຮອງຫົວໜ້າຫ້ອງວ່າການປົກຄອງ​ ເມືອງເລົ່າງາມ ແຂວງສາລະວັນ,​ ພ້ອມດ້ວຍອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ 2 ບ້ານເຂົ້າຮ່ວມ 400 ກວ່າຄົນ. ໃນໂອກາດດັ່ງກ່າວ ທ່ານ...

ສຳມະນາການນຳໃຊ້ເຕັກໂນໂລຊີ ເພື່ອກ້າວເຂົ້າສູ່ຍຸກເສດຖະກິດດິຈິຕອນ

ກົມເຕັກໂນໂລຊີດິຈິຕອນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປີດກອງປະຊຸມສຳມະນາທາງໄກ ການນຳໃຊ້ເຕັກໂນໂລຊີດິຈິຕອນ “ Digital Technology ” ຢ່າງຖືກຕ້ອງ, ມີຄວາມປອດໄພສູງ ແລະ ການນຳໃຊ້ໂປຣແກຣມ ຄຸ້ມຄອງ - ບໍລິຫານລັດແບບທັນສະໄໝ ຂຶ້ນໃນວັນທີ 1 ຕຸລາ 2020 ເປັນປະທານຂອງ ທ່ານ ຫຸມພັນ...

ສະຫວັນນະເຂດ ຕັ້ງເປົ້າເສດຖະກິດຂະຫຍາຍຕົວສະເລ່ຍ 7,5 – 8%

ແຂວງສະຫວັນນະເຂດ ວາງຄາດໝາຍສູ້ຊົນໃຫ້ເສດຖະກິດໃນໄລຍະ 5 ປີຕໍ່ໜ້າ ຂະຫຍາຍຕົວໃນລະດັບ 7,5 - 8% ຕໍ່ປີ ໂດຍໃຫ້ລາຍຮັບຕໍ່ຫົວຄົນໄດ້ 28 ລ້ານກວ່າກີບຕໍ່ຄົນຕໍ່ປີ. ກອງປະຊຸມສຳມະນາວິທະຍາສາດແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ( 2021 - 2025 ) ຂອງແຂວງສະຫວັນນະເຂດ ລະຫວ່າງ ພາກລັດ...

ການລ້ຽງຈີ່ຫຼີດ ເປັນທາງເລືອກໜຶ່ງໃນການປະກອບອາຊີບ

ການລ້ຽງຈີ່ຫຼີດເປັນທາງເລືອກໜຶ່ງໃນການປະກອບອາຊີບ, ເປັນກິດຈະກຳເວລາວ່າງ, ໃຊ້ເປັນອາຫານ ແລະ ສາມາດຂາຍໄດ້ ໂດຍຄຸນປະໂຫຍດຂອງຈີ່ຫຼີດ ນິຍົມນຳມາປຸງແຕ່ງອາຫານທີ່ມີລົດຊາດແຊບ, ມີທາດໂປຣຕິນສູງ, ຕະຫຼາດມີ ຄວາມຕ້ອງການສູງ. ນອກນັ້ນ, ຍັງນຳເອົາເປັນອາຫານສັດໄດ້. ຄໍລຳກະສິກຳວັນນີ້ຈະນຳພາໄປຮູ້ຈັກກັບວິທີການລ້ຽງຈີ່ຫຼີດ ເພື່ອເປັນແນວທາງໃນການລ້ຽງຂອງທ່ານດັ່ງລຸ່ມນີ້: 1 ວິທີການສ້າງສະຖານທີ່: ສະຖານທີ່ລ້ຽງ ແລະ ໂຮງເຮືອນລ້ຽງຈີ່ຫຼີດຕ້ອງເປັນໂນນສູງ, ນ້ຳບໍ່ຖ້ວມຂັງ, ສາມາດກັນແດດກັນຝົນໄດ້ ແລະ ລະບາຍອາກາດໄດ້ດີ; ບ່ອນລ້ຽງຈີ່ຫຼີດອາດຈະລ້ຽງໃສ່ຮ້ານທີ່ເຮັດເປັນຊັ້ນໆ, ແອ້ມດ້ວຍແພແຍ່ງຂຽວ...

ຈໍາປາສັກ ຈັດງານຕະຫຼາດນັດຈໍາໜ່າຍສິນຄ້າຫັດຖະກໍາ

ສະມາຄົມຫັດຖະກໍາແຂວງ, ສະພາການຄ້າ ແລະ ອຸດສາຫະກໍາ ຮ່ວມກັບ ພະແນກອຸດສາຫະກໍາ - ການຄ້າແຂວງຈໍາປາສັກ ໄດ້ຈັດງານຕະຫຼາດນັດວາງສະແດງ ແລະ ຈໍາໜ່າຍສິນຄ້າຫັດຖະກໍາ ເພື່ອສົ່ງເສີມຜູ້ຜະລິດ ແລະ ເປີດຕະຫຼາດຈໍາໜ່າຍສິນຄ້າ. ງານຕະຫຼາດນັດວາງສະແດງ ແລະ ຈໍາໜ່າຍສິນຄ້າຫັດຖະກໍາຄັ້ງນີ້, ມີຮ້ານຄ້າຈາກບັນດາຫົວໜ່ວຍທຸລະກິດທີ່ເປັນສະມາຊິກສະມາຄົມຫັດຖະກໍາທັງໝົດ 54 ຮ້ານ, ຈະດໍາເນີນການຊື້ - ຂາຍ ນັບແຕ່ວັນທີ 29...

ທ່ານນາຍົກເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກແຂວງຫຼວງພະບາງ

ວັນທີ 2 ຕຸລາ 2020 ນີ້ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກແຂວງຫຼວງພະບາງ ໄດ້ໄຂຂື້ນຢ່າງເປັນທາງການ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ມີ ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍຜູ້ແທນສົມບູນ 264 ສະຫາຍ, ຍີງ 30 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ ໃນທົ່ວແຂວງ...

ບັນຍາກາດການຄ້າຂາຍໃນງານບຸນຊ່ວງເຮືອທ່າວັດຈັນ ປີນີ້ບໍ່ຄຶກຄື້ນ

ການສະເຫຼີມສະຫຼອງບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈຳປີ 2020 ເຫັນວ່າບັນຍາກາດຄ້າຂາຍພາຍໃນງານຈໍານວນຮ້ານຄ້າບໍ່ຫຼາກຫຼາຍເທົ່າປີຜ່ານມາ, ທັງນີ້ກໍອາດຍ້ອນຜົນກະທົບດ້ານເສດຖະກິດ ບວກກັບມາດການເຝົ້າລະວັງການແຜ່ລະບາດຂອງເຊື້ອພະຍາດໂຄ ວິດ - 19 ອີກດ້ວຍ. ຈາກການລົງພື້ນທີ່ຕົວຈິງຂອງທີມຂ່າວເສດຖະກິດ - ການຄ້າ ເຫັນວ່າມີຜູ້ປະກອບການໄດ້ນຳສິນຄ້າມາຕັ້ງຮ້ານວາງຂາຍທັງສິນຄ້າຜະລິດຕະພັນຂອງຄົນລາວ ແລະ ສິນຄ້ານຳເຂົ້າ ແຕ່ວ່າຫາກທຽບໃສ່ປີຜ່ານມາກໍອາດຈະບໍ່ຫຼາຍເທົ່າປີຜ່ານໆມາ, ສ່ວນມວນຊົນທີ່ມາເລາະບຸນໃນຕອນກາງເວັນກ່ອນມື້ອອກພັນສາກໍຖືວ່າໜ້ອຍ. ທ່ານ ນາງ ຮົ່ວ ແມ່ຄ້າຂາຍຂອງກິນ...
- Advertisment -
Slide
Slide

Most Read

error: Content is protected !!