ການລ້ຽງຈີ່ຫຼີດ ເປັນທາງເລືອກໜຶ່ງໃນການປະກອບອາຊີບ

196

ການລ້ຽງຈີ່ຫຼີດເປັນທາງເລືອກໜຶ່ງໃນການປະກອບອາຊີບ, ເປັນກິດຈະກຳເວລາວ່າງ, ໃຊ້ເປັນອາຫານ ແລະ ສາມາດຂາຍໄດ້ ໂດຍຄຸນປະໂຫຍດຂອງຈີ່ຫຼີດ ນິຍົມນຳມາປຸງແຕ່ງອາຫານທີ່ມີລົດຊາດແຊບ, ມີທາດໂປຣຕິນສູງ, ຕະຫຼາດມີ ຄວາມຕ້ອງການສູງ. ນອກນັ້ນ, ຍັງນຳເອົາເປັນອາຫານສັດໄດ້. ຄໍລຳກະສິກຳວັນນີ້ຈະນຳພາໄປຮູ້ຈັກກັບວິທີການລ້ຽງຈີ່ຫຼີດ ເພື່ອເປັນແນວທາງໃນການລ້ຽງຂອງທ່ານດັ່ງລຸ່ມນີ້:

1 ວິທີການສ້າງສະຖານທີ່: ສະຖານທີ່ລ້ຽງ ແລະ ໂຮງເຮືອນລ້ຽງຈີ່ຫຼີດຕ້ອງເປັນໂນນສູງ, ນ້ຳບໍ່ຖ້ວມຂັງ, ສາມາດກັນແດດກັນຝົນໄດ້ ແລະ ລະບາຍອາກາດໄດ້ດີ; ບ່ອນລ້ຽງຈີ່ຫຼີດອາດຈະລ້ຽງໃສ່ຮ້ານທີ່ເຮັດເປັນຊັ້ນໆ, ແອ້ມດ້ວຍແພແຍ່ງຂຽວ ຫຼື ລ້ຽງໃສ່ແທ່ງສ້າງທີ່ປົງລຽນກັນໃນໂຮງເຮືອນ.

  • ອຸປະກອນໃນການລ້ຽງ: ແມ່ນໃຊ້ວັດສະດຸທີ່ຫາໄດ້ງ່າຍຕາມທ້ອງຖິ່ນ ເຊັ່ນ: ຄຸ, ຊາມ, ແທ່ງນ້ຳສ້າງ, ແກັດເຈ້ຍ.

  • ວັດສະດຸທີ່ຈຳເປັນໃນການລ້ຽງມີ: ສະກອດໃສຕິດຂອບອ່າງບໍ່ໃຫ້ຈີ່ຫຼີດໄຕ່ອອກ, ແກບສົດສຳລັບຮອງພື້ນອ່າງ, ຕຸກນ້ຳໃຊ້ ( ຕຸກນ້ຳດື່ມ ຫຼື ຕຸກເປບຊີ ) ປະມານໜຶ່ງລິດຂຶ້ນໄປ, ເຈາະດ້ານຂ້າງສອງຮູໃຊ້ຜ້າ ແລະ ສຳລີວາງໃສ່ກະຕຸກ ເພື່ອໃຫ້ນ້ຳຊຶມຂຶ້ນມາໃຫ້ຈີ່ຫຼີດດູດກິນ; ຈານໃສ່ອາຫານຈີ່ຫຼີດ ໂດຍໃຊ້ກະຕຸກນ້ຳມັນເຄື່ອງເກົ່າ ນຳມາລ້າງໃຫ້ສະອາດແລ້ວໃສ່ອາຫານ; ວັດສະດຸມາໃສ່ໃນບ່ອນລ້ຽງແມ່ນແຕະໄຂ່ທີ່ເປັນເຈ້ຍລັກສະນະຮັງເຜິ້ງ, ຕານ່າງຂຽວເອົາໄວ້ປິດແທ່ງນ້ຳສ້າງ.

2 ຂັ້ນຕອນໃນການລ້ຽງຈີ່ຫຼີດຕາມວົງຈອນຊີວິດ: ໄລຍະການຟັກໂຕຈາກໄຂ່ມາເປັນໂຕອ່ອນ ຈະໃຊ້ເວລາ 7 – 10 ວັນ ເມື່ອຟັກເປັນໂຕອ່ອນແລ້ວນຳເອົາໂຕອ່ອນໄປໄວ້ໃນບ່ອນທີ່ກຽມໄວ້ ແຕ່ຕ້ອງລະວັງມົດ, ຈີ່ຈ້ຽມ, ກັບແກ້ທີ່ມາກິນໂຕອ່ອນຂອງຈີ່ຫຼີດ; ຫຼັງຈາກໂຕອ່ອນມີຂະໜາດໃຫຍ່ແລ້ວໃຊ້ເວລາປະມານ 5 – 7 ວັນ ກໍນໍາເອົາວັດສະດຸຮອງພື້ນອອກມາທຳຄວາມສະອາດ ໂດຍບໍ່ໃຊ້ສະບູ ຫຼື ແຟັບໃສ່.

ການໃຫ້ອາຫານ: ຄວນໃຫ້ອາຫານໄກ່ນ້ອຍທີ່ບົດລະອຽດປະສົມກັບຮຳອ່ອນໃນອັດຕາສ່ວນ 1/1 ປະສົມກັບໃບມັນຕົ້ນ, ໃບໝາກອຶ ແລະ ໝາກອຶນຳມາໃຫ້ຈີ່ຫຼີດກິນ ເພື່ອເປັນອາຫານເສີມ; ການໃຫ້ນ້ຳໃນໄລຍະທີ່ຈີ່ຫຼີດເລີ່ມໃຫຍ່ຄວນໃສ່ຈານວາງໄວ້ເອົາກ້ອນຫີນນ້ອຍໃສ່ໃນຈານ ເພື່ອໃຫ້ມັນເກາະກິນໄດ້ງ່າຍ. ໃນໄລຍະທີ່ປະສົມພັນ ແລະ ວາງໄຂ່: ເມື່ອຈີ່ຫຼີດ ມີອາຍຸ 40 – 50 ວັນແລ້ວ ກໍເລີ່ມປະສົມພັນກັນ. ສະນັ້ນ, ຕ້ອງສັງເກດເບິ່ງຫາກມັນເລີ່ມປະສົມພັນກັນແລ້ວ ອີກປະມານ 3 – 4 ວັນ ຈະເລີ່ມວາງໄຂ່, ໃຫ້ນຳເອົາພາຖາດໃສ່ຂີ້ແກບເຜົາວາງໃນບ່ອນລ້ຽງ, ຈາກນັ້ນຈີ່ຫຼີດຈະຂຶ້ນວາງໄຂ່ເທິງຂີ້ແກບທີ່ກຽມໄວ້. ຫຼັງຈາກທີ່ມັນວາງໄຂ່ແລ້ວ ຈຶ່ງເອົາໄຂ່ມັນທີ່ຢູ່ໃນພາຖາດ      ( ເວລາໃສ່ແກບບໍ່ຄວນໃສ່ແໜ້ນເກີນໄປ ) ເກັບໄວ້ໃນບ່ອນທີ່ມີອາກາດຖ່າຍເທດີ ເພື່ອເພາະລ້ຽງໃນໄລຍະຕໍ່ໄປ. ສ່ວນຈີ່ຫຼີດທີ່ໃຫຍ່ແລ້ວກໍນຳໄປເປັນອາຫານ ຫຼື ຂາຍ ເມື່ອເກັບກູ້ຈີ່ຫຼີດໝົດແລ້ວ ກໍທຳ ຄວາມສະອາດສະຖານທີ່ໄວ້ເພື່ອລ້ຽງຈີ່ຫຼີດລຸ້ນຕໍ່ໄປ.

ຂໍ້ມູນ: ປຶ້ມກົມການສຶກສານອກໂຮງຮຽນ