ບັນຍາກາດການຄ້າຂາຍໃນງານບຸນຊ່ວງເຮືອທ່າວັດຈັນ ປີນີ້ບໍ່ຄຶກຄື້ນ

329

ການສະເຫຼີມສະຫຼອງບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈຳປີ 2020 ເຫັນວ່າບັນຍາກາດຄ້າຂາຍພາຍໃນງານຈໍານວນຮ້ານຄ້າບໍ່ຫຼາກຫຼາຍເທົ່າປີຜ່ານມາ, ທັງນີ້ກໍອາດຍ້ອນຜົນກະທົບດ້ານເສດຖະກິດ ບວກກັບມາດການເຝົ້າລະວັງການແຜ່ລະບາດຂອງເຊື້ອພະຍາດໂຄ ວິດ – 19 ອີກດ້ວຍ.


ຈາກການລົງພື້ນທີ່ຕົວຈິງຂອງທີມຂ່າວເສດຖະກິດ – ການຄ້າ ເຫັນວ່າມີຜູ້ປະກອບການໄດ້ນຳສິນຄ້າມາຕັ້ງຮ້ານວາງຂາຍທັງສິນຄ້າຜະລິດຕະພັນຂອງຄົນລາວ ແລະ ສິນຄ້ານຳເຂົ້າ ແຕ່ວ່າຫາກທຽບໃສ່ປີຜ່ານມາກໍອາດຈະບໍ່ຫຼາຍເທົ່າປີຜ່ານໆມາ, ສ່ວນມວນຊົນທີ່ມາເລາະບຸນໃນຕອນກາງເວັນກ່ອນມື້ອອກພັນສາກໍຖືວ່າໜ້ອຍ.


ທ່ານ ນາງ ຮົ່ວ ແມ່ຄ້າຂາຍຂອງກິນ ໄດ້ກ່າວວ່າ: ຮ້ານພວກເຮົາແມ່ນຂາຍຢູ່ນີ້ເປັນປະຈຳ ເຖິງບໍ່ມີບຸນພວກເຮົາກໍຂາຍຢູ່ແລ້ວ ເຊິ່ງນັບແຕ່ວັນທີ 29 ກັນຍາ 2020 ເປັນຕົ້ນມາບັນດາຮ້ານຄ້າເຂົ້າມາເປີດບູດຄ້າຂາຍ ແຕ່ບໍ່ມີຫຼາຍເທົ່າປີຜ່ານມາ, ສ່ວນຄົນທີ່ມາທ່ຽວຊົມກໍຈະບໍ່ຫຼາຍໃນໄລຍະກາງເວັນ ແຕ່ຕອນແລງ ຫຼື ຄໍ່າຄົນກໍຈະມີຫຼາຍ.


ທ່ານ ນາງ ອິນ ແມ່ຄ້າຂາຍອາຫານທະເລ ກ່າວວ່າ: ນີ້ເປັນປີທຳອິດທີ່ຮ້ານອາຫານ ເດິເຣດສ ພວກເຮົາມາເປີດບູດຢູ່ງານບຸນຊ່ວງເຮືອ ເຖິງວ່າຈໍານວນຄົນທີ່ເຂົ້າມາຊົມບໍ່ຫຼາຍ ແຕ່ພວກເຮົາກໍຫວັງວ່າຈະເປັນທາງເລືອກໜຶ່ງໃຫ້ລູກຄ້າເຂົ້າມາໃຊ້ບໍລິການ, ພ້ອມກັນນັ້ນທາງຮ້ານກໍເນັ້ນຮັກສາຄວາມສະອາດ, ປະຕິບັດມາດຕະການຕ່າງໆທີ່ທາງຄະນະສະເພາະກິດ ປ້ອງກັນ ຄວບຄຸມພະຍາດໂຄວິດ – 19 ວາງອອກ.


ທ່ານ ນາງ ນ້ອຍ ເຊິ່ງເປັນໜຶ່ງໃນຜູ້ທີ່ມາທ່ຽວຊົມງານບຸນຊ່ວງເຮືອ ໄດ້ກ່າວວ່າ: ຂ້າພະເຈົ້າຈະມາທ່ຽວຊົມທຸກໆປີ ແລະ ສ່ວນຫຼາຍຈະມາກ່ອນມື້ຊ່ວງເຮືອແທ້ 1 – 2 ມື້ ແລະ ປີນີ້ກໍເຊັ່ນດຽວກັນກ່ອນມື້ອອກພັນສາກໍພາໝູ່ມາທ່ຽວຊົມບັນຍາກາດ ແຕ່ສັງເກດເຫັນວ່າກາງເວັນຄົນໜ້ອຍ, ບັນຍາກາດຮ້ານຄ້າຂາຍກໍບໍ່ຄຶກຄື້ນຄືກັບປີກາຍ ແຕ່ບ່ອນຈອດລົດຈັກທີ່ຂ້າພະເຈົ້າຝາກກໍເກືອບບໍ່ມີລົດ, ທັງນີ້ກໍອາດຈະຍ້ອນສະພາບເສດຖະກິດທີ່ບໍ່ເອື້ອອໍານວຍ ຫຼາຍຄົນກໍຕ້ອງໄດ້ເກັບເງິນໄວ້ໃຊ້ໃນສິ່ງທີ່ຈໍາເປັນ ຫຼື ບາງຄົນກໍກໍາລັງຊອກວຽກ ອີກປັດໄຈໜຶ່ງກໍຢູ່ໃນໄລຍະປ້ອງກັນການລະບາດຂອງໂຄວິດ – 19 ເພື່ອຫຼີກລຽງຄວາມສ່ຽງ ຫຼາຍຄົນເລືອກທີ່ຈະບໍ່ມາຫຼີກລຽງໄປສະຖານທີ່ທີ່ມີຄົນຫຼາຍແບບນີ້ ນີ້ກໍອາດຈະເປັນອີກປັດໄຈໜຶ່ງທີ່ເຮັດໃຫ້ບຸນຊ່ວງເຮືອວຽງຈັນປີນີ້ບໍ່ຄຶກຄື້ນປານໃດ.